ເຈົ້າໜ້າທີ່ຈັບເຄືອຂ່າຍຄ້າຢາເສບຕິດພ້ອມຂອງກາງຢາໄອ 99 ກິໂລ


ເຈົ້າຫນ້າທີ່ສະກັດກັ້ນ ແລະຕ້ານຢາເສບຕິດ ລາຍງານໃຫ້ຮູ້ວ່າ: ໃນທ້າຍອາທິດຜ່ານມານີ້, ເຈົ້າຫນ້າທີ່ຂອງຕົນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດເປັນຈໍານວນຫລາຍຢູ່ໃນເຂດບ້ານຫນອງພະຍາ, ເມືອງໄຊທານີນະ ຄອນຫລວງວຽງຈັນ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມສືບຂ່າວພົບວ່າເປັນຄວາມຈິງແທ້ ແລະ ພົບເປົ້າຫມາຍນໍາໃຊ້ລົດໃຫຍ່ 2 ຄັນໄປຈອດຢູ່ເສັ້ນທາງຕັດໃຫມ່ໃກ້ກັບໂຮງຫມໍແມ່ແລະ ເດັກ ຈຶ່ງໄດ້ເຂົ້າກວດຄົ້ນລົດໃຫຍ່ທັງສອງຄັນພົບເຫັນຢາໄອຊຸກເຊື່ອງໄວ້ໃນລົດຈໍານວນ 99 ຫໍ່ ລວມມີນໍ້າຫນັກ 99ກິໂລ, ໂທລະສັບມືຖື 7 ຫນ່ວຍ,ປືນສັ້ນ 1 ກະບອກພ້ອມກະສູນຈໍານວນຫນຶ່ງ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດຫມາຍ, ພ້ອມກັກຕົວຜູ້ຕ້ອງຫາໄດ້ຄື: ທ້າວພອນໄຊ ອາຍຸ 22 ປີຢູ່ບ້ານນາໄຊເມືອງໄຊເສດຖາ, ທ້າວ ວັນທອງເຮີ ອາຍຸ 27 ປີຢູ່ບ້ານຫນອງສອງຫ້ອງ, ທ້າວ ລຸລາທໍອາຍຸ 22 ປີ ພັກເຊົາຢູ່ບ້ານຕານມີໄຊເມືອງໄຊທານີ ແລະ ທ້າວອາດຸມ (ຕູທໍ່) ອາຍຸ 40 ປີສັນຊາດໄທ ຢູ່ບ້ານຫ້ວຍແລ້ງ, ເມືອງວຽງແກ່ນ ຈັງຫວັດຊຽງຣາຍ ມາດໍາເນີນຄະດີຕາມລະບຽບກົດຫມາຍ.
ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າຫນ້າທີ່ພວກເຂົາໄດ້ຮັບສາລະພາບວ່າ: ຢາເສບຕິດດັ່ງກ່າວແມ່ນເປັນຂອງພວກເຂົາແທ້, ໂດຍໄດ້ຊື້ມາຈາກຂະບວນຄ້າຢາເສບຕິດດຽວກັນ ເພື່ອຈະໄປສົ່ງໃຫ້ຜູ້ສັ່ງຊື້ໂດຍນັດສົ່ງຢາເສບຕິດໃຫ້ກັນຢູ່ເຂດເສັ້ນທາງດັ່ງກ່າວແຕ່ຖືກເຈົ້າຫນ້າທີ່ຈັບຕົວກ່ອນແລະ ຄະດີຢາເສບຕິດລາຍໃຫຍ່ນີ້, ເຈົ້າຫນ້າທີ່ພວມເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດຫມາຍ.