ຮູບແຕ້ມທົ່ງໄຫຫີນຊຽງຂວາງຂອງນາງນານ່າ ຊະນະເລີດການປະກວດຮູບແຕ້ມນັກຮຽນຄັ້ງທີ 20 ທີ່ປະເທດຍີປຸ່ນ.


ຮູບແຕ້ມທົ່ງໄຫຫີນຊຽງຂວາງ, ທີ່ສ່ອງແສງໃຫ້ເຫັນເຖິງຄວາມເປັນເອກກະລັກອັນໂດດເດັ່ນຂອງປະຕິມາກໍາບູຮານເກົ່າແກ່ທີ່ໄດ້ກາຍເປັນແຫລ່ງວັດທະນະທໍາມໍລະດົກຂອງມວນມະນຸດໂລກ, ເຊິ່ງເປັນຜົນງານການແຕ້ມຂອງນາງ ນານ່າ ບັນຊາພົງ ອາຍຸ 16 ປີຮຽນຢູ່ໂຮງຮຽນມັດທະຍົມສົມບູນເພຍວັດ, ເມືອງສີສັດຕະນາກນະຄອນຫລວງວຽງຈັນ, ສາມາດຄວ້າລາງຊະນະເລີກໃນການປະກວດຮູບແຕ້ມສາກົນລະດັບເຍົາວະຊົນຄັ້ງທີ 20 ທີ່ຈັດຂຶ້ນຢູ່ປະເທດຍີ່ປຸ່ນເມື່ອຕົ້ນເດືອນສິງຫານີ້, ເຊິ່ງໄດ້ສ້າງຊື່ສຽງມາໃຫ້ປະເທດຊາດ ແລະ ຄວາມພາກພູມໃຈໃຫ້ແກ່ຄອບຄົວ, ໂຮງຮຽນ ກໍຄືຕົນເອງນໍາດ້ວຍ.
ນາງ ນານ່າ ໃຫ້ສໍາພາດວ່າ: ຕົນເອງມັກແຕ້ມຮູບມາແຕ່ນ້ອຍ, ໂດຍໄດ້ຄ່ອຍໆຫັດແອບການແຕ້ມຮູບຕ່າງໆໃນໂຮງຮຽນ ແລະ ຄອບຄົວ, ຈາກນັ້ນ ກໍໄດ້ມີໂອກາດເຂົ້າຮ່ວມຝຶກທັກສະພື້ນຖານການແຕ້ມຮູບຢູ່ສູນວັດທະນະທຳເດັກນະຄອນຫລວງວຽງຈັນ ຈົນສາມາດຮູ້ຈັກການນໍາໃຊ້ສີປະເພດຕ່າງໆເຂົ້າໃນການລະບາຍສີແຕ້ມຮູບ ເປັນຕົ້ນ: ສີນໍ້າ, ສີນໍ້າມັນ, ສີທຽນ, ສໍສີ ແລະ ຮູບພາບທີ່ມັກແຕ້ມສ່ວນໃຫຍ່ແມ່ນກ່ຽວກັບທິວທັດທໍາມະຊາດ ແລະ ແຫລ່ງວັດທະນະທໍາຕ່າງໆຂອງຊາດ ແລະ ໃນຜ່ານມາເຄີຍໄດ້ແຕ້ມຮູບສົ່ງເຂົ້າປະກວດລະດັບເຍົາວະຊົນພາຍໃນປະເທດມາແລ້ວຫລາຍຄັ້ງ ແລະ ເຄີຍໄດ້ອັນດັບ 1 ມາ ແລ້ວ, ຈາກນັ້ນຕົນກໍຖືກຄັດເລືອກຈາກສູນວັດທະນະທໍາເດັກໃຫ້ເປັນຕົວແທນຂອງປະເທດ ເພື່ອສົ່ງຮູບແຕ້ມເຂົ້າປະກວດໃນງານມະຫາກຳສິລະປະນັກຮຽນມັດທະຍົມຕອນປາຍ (ມປ) ຄັ້ງນີ້ປະເທດຍີ່ປຸ່ນໃນລະຫວ່າງວັນທີ 5-7 ສິງຫາ 2019, ໂດຍໄດ້ມີຮູບແຕ້ມຈໍານວນຫລາຍຂອງນັກຮຽນມັດທະຍົມຈາກ 19 ປະເທດເຂົ້າຮ່ວມປະກວດ ແລະ ຜ່ານການຄັດເລືອກຂອງຄະນະກໍາມະການ ແມ່ນໄດ້ຕັດສີນໃຫ້ຮູບແຕ້ມທົ່ງໄຫຫີນຊຽງຂວາງຂອງຕົນໄດ້ລາງວັນທີ 1 ຢູ່ປະເທດຍີປຸ່ນ, ພ້ອມໄດ້ຮັບໃບຢັ້ງຢືນ ແລະ ເງິນຈໍານວນ 30.000 ເຢັນ (ສະກຸນເງິນຍີປຸ່ນ) ຫລືປະມານ 2 ລ້ານກວ່າກີບ.
ນາງ ນານ່າ ບອກວ່າ: ສາເຫດທີ່ຕົນເອງ ໄດ້ເລືອກແຕ້ມຮູບທົ່ງໄຫຫີນເຂົ້າປະກວດຄັ້ງນີ້, ກໍເພາະວ່າ ທົ່ງໄຫຫີນ ແມ່ນບູຮານສະຖານທາງປະຫວັດສາດ ທີ່ມີຄວາມອັດສະຈັນໃນການກໍ່ສ້າງຂຶ້ນຂອງບັນພະບູລຸດລາວເຮົາ ແລະ ພໍດີເໝາະສົມກັບໂອກາດທີ່ທົ່ງໄຫຫີນຊຽງຂວາງໄດ້ຖືກຮັບຮອງຈາກອົງການຢູເນັດໂກເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ.
ນາງ ນານ່າ ເວົ້າວ່າ: ຕົນເອງມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນໂຄສະນາແຫລ່ງທ່ອງທ່ຽວຂອງ ສປປ ລາວ ໃຫ້ບັນດາໝູ່ເພື່ອນທີ່ເຂົ້າມາຮ່ວມແຂ່ງຂັນຄັ້ງນີ້, ໄດ້ຮັບຮູ້ກ່ຽວກັບທົ່ງໄຫຫີນ ກໍຄື ສປປ ລາວຫລາຍຂຶ້ນຜ່ານຮູບແຕ້ມຂອງຕົນ ແລະ ຈະພະຍາຍາມເຝຶກຝົນຕົນເອງໃຫ້ກາຍເປັນນັກແຕ້ມຮູບທີ່ເກັ່ງຂຶ້ນໄປເລື້ອຍໆ.