ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ

- 5978 - ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ
- kitchen vibe - ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ

ຮຽບຮຽງໂດຍ: ລູກເມືອງພວນ

- 5978 - ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ

ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍກ່າວຕິຕຽນວ່າ: ການຍິງທົດລອງລູກສອນໄຟນຳວິຖີຂອງສະຫະລັດ ໃນວັນທີ 19 ສິງຫານີ້, ມັນເປັນການສ້າງຄວາມເຄັ່ງຕຶງ ແລະ ປີນຂັ້ນໄດຄັ້ງໃໝ່.

- Visit Laos Visit SALANA BOUTIQUE HOTEL - ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ

ວັນທີ 21 ສິງຫານີ້, ຮອງລັດຖະມັນຕີກະຊວງການ ຕ່າງປະເທດລັດເຊຍ Sergei Ryabkov ປະກາດວ່າ:        “ໜ້າເປັນຫ່ວງທີ່ສະຫະລັດ ແລ່ນນຳການຊ່ວງເສັງອາວຸດ ປີນຂັ້ນໄດດ້ານການທະຫານ. ພວກເຮົາຈະບໍ່ຕອບໂຕ້ຫຍັງ ຕໍ່ການຍຸແຍ່ດັ່ງກ່າວຂອງສະຫະລັດ. ພວກເຮົາຈະບໍ່ໃຫ້ຖືກຈູງດັງເຂົ້າໄປໃນການຊ່ວງ ເສັງອາວຸດທີ່ມີການສິ້ນເປືອງສູງຄືແນວນັ້ນ ”

ຄຳຖະແຫຼງການດັ່ງກ່າວມີຂຶ້ນພາຍຫຼັງໜຶ່ງວັນການຍິງທົດລອງລູກສອນໄຟນຳ ວິຖີໃນໄລຍະຄວາມໄກ 500 ກມ ຂອງທຳນຽບຫ້າແຈຢູ່ ທີ່ລັດ California. ວັນທີ 2 ສິງຫານີ້, ວໍຊິງຕັນໄດ້ຖອນຕົວອອກຈາກສົນທິສັນຍາ ຂອງກຳລັງອາວຸດນິວເຄຣຍວິໄສກາງ(INF). ທ່ານ Ryabkov ເວົ້າວ່າ: ການຍິງທົດລອງອາວຸດ ຂອງສະຫະ ລັດ ໃນຄັ້ງນີ້ ແມ່ນໄດ້ກະກຽມມາແຕ່ດົນແລ້ວ, ກ່ອນຈະຖອນ ຕົວອອກຈາກສົນທິສັນຍາ ດັ່ງກ່າວ.

ກ່ອນໜ້ານີ້, ສະມາຊິກສະພາ Frants Klintsevich, ສະມາຊິກ ຄະນະກຳມະການປ້ອງກັນຊາດ ແລະ ຄວາມ ສະຫງົບ ໃນສະພາສູງຂອງ ລັດເຊຍໃຫ້ຮູ້ວ່າ: ການທົດລອງດັ່ງກ່າວ ຂອງສະຫະລັດມັນເປັນການ “ທ້າທາຍ ຢ່າງ ເປີດ ແປນຕໍ່ວົງຄະນະຍາດສາກົນ”, ພ້ອມດຽວກັນນັ້ນ ທ່ານ ຍັງຢືນຢັນວ່າ: ມົສກູ ບໍ່ໄດ້ມີຈຸດປະສົງເຂົ້າຮ່ວມການຊ່ວງ ເສັງອາວຸດກັບ ວໍຊິງຕັນ.

ສົນທິສັນຍາກຳລັງອາວຸດນິວເຄຣຍ INF ແມ່ນໄດ້ຮັບການເຊັນກັນລະຫວ່າງສະຫະລັດ ແລະ ລັດເຊຍໃນປີ 1987, ແຕ່ລັດຖະບານຂອງປະທານາທິບໍດີ ທຣຳ ໄດ້ຖອນຕົວອອກຈາກສົນ ທິສັນຍາດັ່ງກ່າວ ໂດຍກ່າວຫາວ່າ: ລັດເຊຍພັດທະນາລູກສອນໄຟ 9M729 ສາ ມາດຍິງໄດ້ໃນໄລຍະໄກ 5.000 ກມ. ໃນຂະນະດຽວກັນ ມົສກູ ກໍກ່າວຫາສະ ຫະລັດວ່າ: ສະຫະລັດ ບໍ່ປະຕິ ບັດຕາມສົນທິສັນຍາ INF  ແລະ ຍັງໄດ້ຕິດຕັ້ງລະບົບ Aegis Ashore ຊຶ່ງສາ ມາດ ຍິງລູກສອນໄຟນຳວິຖີ Tomahawk ໄດ້ໃນໄລຍະ ຄວາມໄກ 2.500 ກມ. ໃນລະຫວ່າງເດືອນ ມີນາຜ່ານ ມາ, ກອງທັບສະຫະລັດປະ ກາດວ່າ: ຈະທົດລອງຍິງລູກ ສອນໄຟນຳທິດທາງໃນໄລຍະທາງ 1.000 ກມ ຢູ່ໃນ ເດືອນ ສິງຫານີ້, ຫຼັງຈາກນັ້ນ ກໍຈະຍິງທົດລອງລູກສອນ ໄຟຕິດຫົວນິວເຄຣຍໃນໄລຍະທາງ 3.000 – 4.000 ກມໃນ ເດືອນ ພະຈິກທີ່ຈະ ມາເຖິງ. ພາຍຫຼັງມີການ ຍິງ ທົດລອງອາວຸດສອງຊະນິດ ນີ້ແລ້ວ, ສະຫະລັດຈະມີການ ຜະລິດໃນ 2-5 ປີຕໍ່ໜ້ານີ້.

- 5 - ລັດເຊຍຕຳນິວິຈານສະຫະລັດຍິງທົດລອງລູກສອນໄຟນຳວິຖີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!