DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?

- 032608 2019 - DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?
- kitchen vibe - DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?
- 022608 2019 1024x808 - DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?

DHA(Docosahexaenoic Acid)ແມ່ນກົດໄຂມັນຊະນິດໜຶ່ງທີ່ຈຳເປັນຕໍ່ຮ່າງກາຍຂອງມະນຸດຢ່າງຫລາຍ ໂດຍຢູ່ໃນກຸ່ມຂອງສານໂອເມກ້າ 3 ເຊິ່ງຮ່າງກາຍຂອງເຮົາບໍ່ສາມາດຜະລິດ ຫລື ສັງເຄາະຂຶ້ນມາໄດ້ເອງ. ດັ່ງນັ້ນ, ຈຶ່ງຕ້ອງໄດ້ຮັບສານອາຫານຊະນິດນີ້ຈາກການກິນອາຫານທີ່ມີສານໂອເມກ້າ 3 ເຂົ້າໄປເທົ່ານັ້ນ ໂດຍສ່ວນຫລາຍສານນີ້ຈະຢູ່ໃນອາຫານປະເພດປາຕ່າງໆ ເຊັ່ນ : ປາທະເລນຳ້ເລິກ, ປາແຊວມັອນ, ປາທູນ່າ ເປັນຕົ້ນ ຫລື ໃນປານຳ້ຈືດ, ປາສະຫວາຍ, ປາຄໍ່ ເປັນຕົ້ນ ຫລື ໃນຮູບແບບຂອງນົມຝຸ່ນ ລວມທັງ ໄຂ່ ເປັນຕົ້ນ.

     ໂດຍຫາກເດັກບໍ່ໄດ້ຮັບສານອາຫານທີ່ມີ DHA ຫລາຍພໍ ຈະເຮັດໃຫ້ມີບັນຫາໃນການເບິ່ງເຫັນ ລວມທັງເຮັດໃຫ້ລະດັບໄອຄິວຫລຸດຕໍ່າລົງ ກາຍເປັນເດັກສະມາທິສັ້ນ ແລະ ຮຽນຮູ້ທັກສະໃນດ້ານຕ່າງໆໄດ້ຊ້າລົງ. ສ່ວນຄົນໃນໄວເຮັດວຽກຫາກລະດັບຂອງສານ DHA  ໃນສະໝອງຫລຸດຕໍ່າລົງຈະກໍ່ໃຫ້ເກີດຄວາມເຄັ່ງຄຽດຂຶ້ນ ອາດກາຍເປັນຄົນຫຍາບຄາຍ ແລະ ເກີດອາການຊຶມເສົ້າຂຶ້ນໄດ້ ແລະ ໃນຜູ້ເຖົ້າຫາກລະດັບຂອງສານ DHA  ຫລຸດຕໍ່າລົງ ກໍຈະສົ່ງຜົນໃຫ້ກາຍເປັນພະຍາດສະໝອງເສື່ອມ ແລະ ມີບັນຫາ ໃນດ້ານສາຍຕາໄດ້.

- Visit Laos Visit SALANA BOUTIQUE HOTEL - DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?

DHA  ມີປະໂຫຍດຫຍັງແດ່ ?

     – ຊ່ວຍເສີມສ້າງພັດທະນາການທາງສະໝອງຂອງເດັກໄດ້ດີຫລາຍ ເປັນການເພີ່ມຄວາມຈື່ຈຳທີ່ດີ ລວມທັງທັກສະໃນດ້ານການຮຽນຮູ້ສິ່ງຕ່າງໆ.

     – ຊ່ວຍບຳລຸງສາຍຕາຂອງເດັກ ກ່ອນທີ່ຈະເລີ່ມພັດທະນາໄປສູ່ທັກສະໃນດ້ານຕ່າງໆ.

     – ຊ່ວຍປ້ອງກັນອາການສະມາທິສັ້ນໃນເດັກໄດ້ດີ ເຮັດໃຫ້ສາມາດຮຽນຮູ້ສິ່ງຕ່າງໆອ້ອມຂ້າງໄດ້ຢ່າງວ່ອງໄວ.

     – ຊ່ວຍບຳລຸງລະບົບປະສາດໃຫ້ເຮັດວຽກຢ່າງມີປະສິດທິພາບ ໂດຍສະເພາະໃນໄວເດັກ ຫລື ແອນ້ອຍ.

     – ຊ່ວຍປ້ອງກັນການເກີດອາການຊຶມເສົ້າ.

     – ຊ່ວຍປ້ອງກັນອາການຫລອດເລືອດຕີບຕັນ.

     ສິ່ງທີ່ຕ້ອງຄຳນຶງເຖິງໃນການເລືອກກິນອາຫານທີ່ມີສານ DHA :

     – ຫາກເປັນຜູ້ທີ່ແພ້ປາທະເລຄວນຫລີກເວັ້ນ.

     – ໃນຄົນທີ່ຢູ່ໃນໄລຍະກຽມໂຕຮັບການຜ່າຕັດ ຫລື ກ່ອນທີ່ຈະເກີດລູກ ບໍ່ຄວນກິນສານ DHA  ໃນໄລຍະນີ້.

     – ເລື່ອງຄວາມປອດໄພເປັນສິ່ງສຳຄັນ ຕ້ອງໝັ້ນໃຈວ່າບໍ່ມີສານໜູ ຫລື ສານບາຫລອດໃດໆປົນເປື້ອນມາກັບປາທະເລເຫລົ່ານີ້.

     – ຫາກເລືອກຜະລິດຕະພັນທີ່ມີສານ DHA  ຕ້ອງໄດ້ມາດຕະຖານລະດັບສາກົນ ໂດຍມີແຫ່ລງຜະລິດ ແລະ ວັນເດືອນປີທີ່ຜະລິດ ຫລື ໝົດອາຍຸຢ່າງຈະແຈ້ງ.

     ເຊິ່ງການທີ່ແອນ້ອຍ ຫລື ເດັກນ້ອຍຈະໄດ້ຮັບການພັດທະນາສະໝອງ, ສາຍຕາ ຫລື ຮ່າງກາຍຕ່າງໆໄດ້ດີ ຄວນເລີ່ມຈາກການໄດ້ຮັບຕັ້ງແຕ່ຍັງຢູ່ໃນທ້ອງແມ່ ໂດຍແມ່ຄວນຈະກິນອາຫານທີ່ມີສານ DHA ຫລື ໂອເມກ້າ 3 ຕັ້ງແຕ່ລູກຍັງຢູ່ໃນທ້ອງໄປຈົນເຖິງໄລຍະເວລາໃຫ້ລູກກິນນົມແມ່ ກໍຈະຊ່ວຍໃຫ້ລູກທີ່ເກີດອອກມາມີສຸຂະພາບທີ່ສົມບູນ ແລະ ແຂງແຮງ ທັງທາງຮ່າງກາຍ ແລະ ພັດທະນາການທາງສະໝອງນັ້ນເອງ.

- 3 - DHAແມ່ນຫຍັງ ແລະ ມີປະໂຫຍດແນວໃດ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!