ເອສຕຣາດາຊະນະນ໊ອກ ດາເວນ ແບມອນຍົກ 9 ປ້ອງກັນແຊ້ມເທື່ອທຳອິດໄດ້ສຳເລັດ


ຮວນ ຟຣານຊິສໂກ ເອສ ຕຣາດາ ແຊ້ມໂລກລຸ້ນຊຸບ ເປີຟຼາຍເວດ ຂອງສະພາມວຍ ໂລກປ້ອງກັນສາຍແອວ ຄັ້ງ ທຳອິດໄດ້ສຳເລັດດ້ວຍການເອົາຊະນະນ໊ອກ ດາເວນ ແບມອນ ຜູ້ທ້າຊິງຈາກສະຫະລັດອາເມລິກາໃນຍົກທີ 9 ຂອງການຊົກທີ່ແມັກຊິໂກ ເມື່ອວັນທີ 24 ສິງຫາທີ່ຜ່ານມາ.


ພຽງແຕ່ຍົກສອງ ເອສ ຕຣາດາ ກໍຊົກໝັດຊ້າຍສົ່ງແບມອນ ລົງໄປນອນທີ່ພື້ນສັງວຽນ ຈາກນັ້ນອີກ ບໍ່ພໍເທົ່າໃດວິນາທີແບມອນ ກໍຖືກໝັດ ຊ້າຍຂອງ ເອສຕຣາດາ ຢ່າງຈັງລົງໄປນອນໃຫ້ກຳມະການນັບອີກຄັ້ງ.
ເອສຕຣາດາ ສາມາດ ຄຸມການຊົກເອົາໄວ້ໄດ້ ແລະ ໃນຍົກທີ7 ກໍປ່ອຍໝັດຊຸດໄລ່ຊົກແບມອນອ້ອມທົ່ວສັງວຽນແຕ່ກຳມະການຕີລະ ຄັງຊ່ວຍຊີວິດຜູ້ທ້າຊິງໄວ້ກ່ອນ ໃນຍົກທີ8 ແບມອນບາດເຈັບຕາຊ້າຍບວມແຕ່ ເອສຕຣາດາກໍຍົງຄົງເຮັດ ເກມບຸກໄລ່ຊົກຢ່າງຕໍ່ເນື່ອງ.
ຍົກທີ 9 ກາຍເປັນຍົກ ສຸດທ້າຍຂອງ ແບມອນ, ເອສຕຣາດາ ເຮັດເກມບຸກອອກໝັດໃສ່ຢ່າງຮຸນແຮງຈົນກຳມະການຕ້ອງເຂົ້າ ມາຢຸດຕິການແຂ່ງຂັນພຽງ ແຕ່ 53 ວິນາທີຂອງຍົກ 9 ເທົ່ານັ້ນ.
ເອສຕຣາດາ ສາມາດ ປ້ອງກັນແຊ້ມເອົາໄວ້ໄດ້ເປັນຄັ້ງທຳອິດ ໂດຍເຂົາໄດ້ແຊ້ມຄັ້ງທີ່ແລ້ວມາຈາກການຂຶ້ນ ສັງວຽນແລກໝັກກັບ ສີສະເກດ ນະຄອນຫຼວງໂປຣໂມຊັນອາດີດແຊ້ມຄົນໄທ ທັງນີ້ ເອສຕຣາດາ ເພີ່ມສະຖິຕິ ເປັນຊະນະ 40 ຄັ້ງຊະນະນ໊ອກ 27 ຄັ້ງ ແລະ ເສຍ 3 ຄັ້ງ.