ກະຊວງຕ່າງປະເທດຢືນຢັນສະພາບຊາຍແດນລາວ-ກໍາປູເຈຍຢູ່ໃນພາວະປົກກະຕິ


ທ່ານ ອານຸສິນ ຂັດຕິຍະລາດ ຮອງຫົວຫນ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ, ໄດ້ໃຫ້ສໍາພາດສື່ມວນຊົນລາວໃນວັນທີ 27 ສິງຫານີ້ວ່າ:
ເນື່ອງຈາກໄລຍະຜ່ານມາ, ໄດ້ມີກະແສຂ່າວປອມເຜີຍແຜ່ໃນສື່ສັງຄົມອອນລາຍກ່ຽວກັບສະຖານະການຄວາມບໍ່ສະຫງົບໃນບໍລິເວນຊາຍແດນລາວ-ກໍາປູເຈຍ ເຂດຍອດເຊລໍາເພົາ, ເມືອງມູນລະປະໂມກແຂວງຈໍາປາສັກ ສປປ ລາວ ແລະ ເຂດເມືອງແສບ, ແຂວງເພຣຍວີເຮຍຣາຊະອານາຈັກກໍາປູເຈຍນັ້ນແມ່ນເປັນຂ່າວລື, ຂ່າວຫລອກລວງ ແລະ ປັດຈຸບັນບໍລິເວນດັ່ງກ່າວແມ່ນຢູ່ໃນສະພາວະປົກກະຕິ, ບໍ່ໄດ້ມີການປະເຊີນຫນ້າກັນ, ບໍ່ມີຄວາມເຄັ່ງຕຶງ, ບໍມີບັນຫາຮ້າຍແຮງ, ບໍ່ມີການປະທະກັນດ້ວຍກໍາລັງ ແລະ ບໍ່ມີເຫດການທີ່ບໍ່ເພິ່ງປາຖະໜາໃດເກີດຂຶ້ນ.






ແລະ ຂໍຢືນຢັນວ່າ: ບັນຫາຊາຍແດນລາວ-ກໍາປູເຈຍ ບໍ່ໄດ້ມີສະພາບຄືດັ່ງສື່ອອນລາຍທັງພາຍໃນ ແລະ ຕ່າງປະເທດໄດ້ເຜີຍແຜ່, ເຊິ່ງເປັນການສ້າງສະຖານະການປັ່ນປ່ວນ ເພື່ອເຮັດໃຫ້ສອງປະເທດເກີດຄວາມເຂົ້າໃຈຜິດຕໍ່ກັນ, ເປັນການທໍາລາຍພາບພົດທີ່ດີລະຫວ່າງສອງປະເທດທີ່ມີຕໍ່ກັນມາໂດຍຕະຫລອດ ແລະ ສອງປະເທດ ຍາມໃດກໍຖືວ່າເປັນບ້ານແກ່ວເມືອງດອງ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເຄີຍຮ່ວມທຸກຮ່ວມສຸກນໍາກັນ, ທັງສອງປະເທດແມ່ນໃຫ້ຄວາມເຄົາລົບຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ ແລະ ສໍາລັບການແກ້ໄຂບັນຫາຊາຍແດນລະຫວ່າງລາວ-ກໍາປູເຈຍ ສອງຝ່າຍແມ່ນຍຶດໝັັ້ນຕາມແນວທາງສັນຕິວິທີ, ໂດຍຜ່ານການເຈລະຈາເພື່ອເຮັດໃຫ້ຊາຍແດນຮ່ວມຂອງສອງປະເທດກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ດີ.