ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ

ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ - 249 - ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ
ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ - kitchen vibe - ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ

ໂດຍ: ທິດ​ກ່ຳ

ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ - 249 - ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ

ສະບາຍດີ, ​ເພື່ອນ​ຜູ້​ອ່ານ​ທີ່​ຮັກ​ແພງ, ພໍ​ແຕ່​ກ້າວ​ເຂົ້າຊ່ວງ​ລະດູຝົນ, ບັນຫາ​ພະຍາດ​ເຂດ​ຮ້ອນ​ກໍ​ປາກົດ​ຕົວ​ລາມ​ພະ​ລາມ​ຈົວ​ຂຶ້ນຫລາຍ​ຢ່າງ​ຫລາຍ​ແນວ. ອັນ​ທີ່​ພົ້ນ​ເດັ່ນ​ຈົນ​ເປັນ​ໜ້າ​ວິຕົກ ​ແລະ ​ເປັນຕາ​ຢ້ານ​ນັ້ນກໍ​ຄື​ໄຂ້​ເລືອດ​ອອກ​ທີ່​ເປັນຕົ້ນ​ເຫດ​ມາ​ຈາກ​ຍຸງ​ລາຍ.

ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ - Visit Laos Visit SALANA BOUTIQUE HOTEL - ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ

​        ໃນ​ຊ່ວງ​ລະດູຝົນ​ປີ 2019 ນີ້​ເຫັນ​ວ່າ, ​ໄດ້​ສັງຫານ​ຄົນ​ລາວ​ໃນ​ທົ່ວ​ປະ​ເທດ​ໄປ​ແລ້ວ​ເກືອບ 100. ປາກົດການ​ທີ່​ວ່າ​ນີ້, ​ເບິ່ງ​ຢ່າງ​ໜຶ່ງ​ກໍ​ຄື​ວ່າ​ເປັນ​ເລື່ອງ​ທຳ​ມະ​ດາ​ເພາະ​ຜູ້​ທີ່​ຕາຍ​ໄປ​ແລ້ວນັ້ນກໍບໍ່​ໄດ້​ລ້າງຜານ​ຢູ່​ໃນ​ຄອບຄົວ​ດຽວ, ​ເຂົາ​ຕາຍ​ໄປ​ແບບ​ກະຈັດກະຈາຍ ​ໃນ​ແຕ່ລະ​ທ້ອງ​ຖິ່ນ​, ​ແຕ່​ລະ​ບ້ານ, ​ແຕ່ລະ​ເມືອງ.

​        ແຕ່​ເມື່ອ​ສົມ​ທຽບ​ໃສ່​ສະຖິຕິ​ຄົນ​ຕາຍ​ຍ້ອນ​ເຂ່ືອນ​ເຊ​ປ່ຽນ-​ເຊ​ນ້ຳນ້ອຍ​ແຕກ​ຢູ່​ທີ່​ເມືອງ​ສະໜາມ​ໄຊ​ແຂວງ​ອັດ​ຕະປື​ໃນ​ເດືອນ​ກໍລະກົດ​ 2017 ​ແມ່ນ​ເກີນ​ກວ່າ​ຫລາຍ​ສິບ​ຄົນ​ແລ້ວ, ນີ້​ຄື​ບັນຫາ​ທີ່​ພວກ​ເຮົາ​ຄວນ​ໄດ້​ຄິດ​ເປັນ​ປະ​ເດັນ​ທີ່​ສຳຄັນ​ໃນ​ເລື່ອງ​ອະນາ​ຄົດ​ຂອງ​ປະ​ເທດ​ຊາດ​ເພາະວ່າ​ໃນ​ປີ​ຕໍ່ໆ​ໄປ​ອາດ​ມີຄົນ​ເຈັບ, ຄົນ​ຕາຍ​ຍ້ອນ​ພະຍາດ​ນີ້​ຫລາຍ​ສິບ, ຫລາຍ​ຮ້ອຍ.

​        ເວົ້າ​ເລື່ອງ​ໜ້າ​ທີ່​ວິຊາ​ສະ​ເພາະ​ຂອງ​ແພດ​ໝໍ​ລາວ​ເຮົາ​ມາ​ແລ້ວ, ທິດ​ກ່ຳ ກໍ​ໜ້າ​ເຫັນ​ໃຈ​ກັບ​ພວກ​ເພິ່ນ​ອີ່ຫລີ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ສຸກ​ເສີນ​ຈົນ​ບໍ່​ໄດ້​ຢູ່​ໄດ້​ເຊົາ​ເພາະ​ເຮົາ​ເຄີຍ​ໄດ້​ໄປ​ເຫັນ​ມາ​ແລ້ວ​ຢູ່​ໂຮງໝໍ​ມະ​ໂຫສົດ​ກັບ​ໂຮງໝໍ​ມິດຕະພາບ​ເບິ່ງ​ແພດ​ໝໍ​ເຂົາ​ຈົນ​ຈະ​ພາກັນ​ເປັນວິນ​ຍ້ອນ​ຄົນ​ເຈັບ​ຄົນ​ເປັນ​ຫລາຍ​ບໍ່​ຈັກ​ວ່າ ​ແມ່ນ​ໃຜ​ຕໍ່​ໃຜ​ບາງ​ມື້ຈົນ​ລົ້ນຕຽງ​ນອນ​ສຸກ​ເສີນ.

ຫວ່າງ​ອາທິດ​ທີ່​ຜ່ານ​ມາ​ນີ້, ທິດ​ກ່ຳ​ໄດ້​ອ່ານ​ບົດ​ຄວາມ​ໜຶ່ງ​ຈາກ Statuslao com ທີ່​ໄດ້​ພາດ​ຫົວ​ຂໍ້​ວ່າ ​ເປັນ​ຫຍັງ​ຄົນ​ລາວ ຈຶ່ງ​ໄປ​ປິ່ນປົວ​ຢູ່​ໄທ? ​ແລະ ມີ​ຄຳຕອບ​ພ້ອມ​ກໍ​ຄື​ແພດ​ໝໍ​ໄທ​ເຫັນ​ຄົນ​ເຈັບ​ເຂົາ​ຫຸ້ມ​ໃສ່​ປານ​ມົດ​ຕອມ​ນ້ຳ​ເຜິ້ງ, ປານ​ແມງວັນ​ຕອມ​ຊິ້ນຈົນ​ເຮັດ​ໃຫ້​ຄົນ​ປ່ວຍ​ລືມ​ເຈັບ​ລືມ​ເປັນ ຫລື ບາງ​ກໍລະນີ​ຖືກ​ຕາຍ​ໄປ​ກໍ​ບໍ່​ກິ່ນ​ແໜງ​ຍ້ອນ​ແພດ​ໝໍ​ເຂົາ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ.

​        ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ​ເປັນ​ຫຍັງ​ວົງ​ການ​ແພດ​ໝໍ​ເຂົາ​ຈຶ່ງ​ເຮັດ​ໄດ້? ຖ້າ​ຈະ​ໃຫ້​ທິດ​ກ່ຳ​ຕອບ​ຕາງ​ກໍ​ຄື​ເຂົາ​ມີ​ການ​ພັດທະນາ​ໄປ​ໄກ​ແລ້ວ. ຄຳ​ວ່າ​ພັດທະນາ​ໄປ​ໄກ​ນັ້ນກໍ​ໝາຍ​ຄວາມ​ວ່າ ​ເຂົາ​ມີ​ຄວາມ​ພ້ອມ​ທຸກ​ຢ່າງ​ບໍ່​ວ່າ​ໃນ​ດ້ານ​ພື້ນຖານ​ວັດຖຸ​ເຕັກນິກ, ວິຊາ​ສະ​ເພາະ​, ນັບ​ທັງ​ບຸກ ຄະລາ​ກອນ​ເຂົາ​ກໍ​ພ້ອມ, ​ອັນ​ທີ່​ສຳຄັນ​ບັນຫາ​ຕັດສິນ​ຄື​ຊີວິດ​ການ​ເປັນ​ຢູ່​ເຂົາ​ບໍ່​ໄດ້​ຂາດ​ໄດ້​ເຄືອງ, ​ເງິນ​ຄຳ​ກຸ້ມ​ປາກ​ກຸ້ມ​ທອງ, ອາ​ໄສ​ເງິນ​ເດືອນ ​ແລະ ສະຫວັດດີ​ການ​ສັງຄົມ​ຕ່າງໆ ກໍ​ຮັບປະກັນ ​ແລະ ທີ່​ສຳຄັນ​ອີກ​ອັນ​ໜຶ່ງ​ໂຮງໝໍ​ໄທ​ເຂົາ​ກໍ​ເຮັດ​ທຸລະ​ກິດ​ມີ​ລາຍ​ຮັບ​ຫລາຍ​ຂ້ອຍ​ກໍ​ຕ້ອງ​ໄດ້​ຈ່າຍ​ຫລາຍ, ​ໃຫ້​ເງິນ​ເດືອນ​ພະນັກງານ​ແພດ​ໝໍ​ຫລາຍ ​ແລະ ​ແພດ​ໝໍ​ກໍ​ຕ້ອງ​ໄດ້​ເຮັດ​ວຽກ​ດີ, ​ເຮັດ​ເຕັມທີ່, ​ເຮັດ​ວຽກ​ຫລາຍ​ກໍ​ເປັນ​ເລື່ອງ​ທຳ​ມະ​ດາ ກົງກັນຂ້າມ​ຖ້າ​ທຸລະ​ກິດ​ຂອງ​ໂຮງໝໍ​ບໍ່​ເດີນ, ບໍ່​ໄປ​ບໍ່​ມາ​ທຸລະ​ກິດ​ກໍ​ເຈ້ງ.

ກ່າວ​ເຖິງ​ແພດ​ໝໍ​ລາວ​ເຮົາ, ກໍ​ຍັງ​ມີ​ສະພາບ​ແວດ​ລ້ອມ​ຫລາຍ​ດ້ານ​ທີ່​ມັນ​ຍັງ​ມີ​ປັດ​​ໄຈ ​ແລະ ຕົ້ນ​ເຫດ. ຕາມ​ທິດ​ກ່ຳ​ວ່າ, ອັນຕົ້ນຕໍ​ກວ່າ​ໝູ່​ແມ່ນ​ໃນ​ເລື່ອງ​ຊີວິດ​ການ​ເປັນ​ຢູ່​ນັ້ນລະ​ເປັນ​ຕົວ​ຫລັກ, ​ເມື່ອ​ໃດ​ແພດ​ໝໍ​ລາວ​ເຮົາ​ໄດ້​ເງິນ​ເດືອນ​ຜູ້​ລະ 5 ລ້ານ, 10 ລ້ານ​ແນ່ນອນ​ແພດ​ໝໍ​ລາວ​ກໍ​ຕ້ອງ​ມີ​ອັນ​ບັງຄັບ​ໄປ​ໃນ​ຕົວ.

ກົງກັນຂ້າມ​ຖ້າ​ຜູ້​ໃດ​ເຮັດ​ບໍ່​ໄດ້​ດີ​ທັງ​ບໍ່​ມີ​ຈັນ​ຍາ​ບັນ​ທາງ​ຜູ້​ຄຸ້ມ​ຄອງ​ບໍລິຫານ​ກໍ​ມີ​ມາດ​ຕະການ​ໃຫ້​ອອກ​ຈາກ​ໜ້າ​ທີ່ ຫລື ປົດ​ຕຳ​ແໜ່​ງນີ້​ຄື​ຕົວ​ຊີ້ວັດ​ດ້ານ​ທຸລະ​ກິດ ​ແລະ ຈັນ​ຍາ​ບັນ​ຂອງ​ພະນັກງານ​ບໍ່​ວ່າ​ໃນ​ຂະ​ແໜງ​ການ​ໃດ, ຂົງ​ເຂດ​ໃດ​ກໍ​ຕາມ.

ສ່ວນວ່າ​ໃນ​ດ້ານ​ເຕັກນິກ​ວິຊາ​ການ​ໃນ​ການ​ປິ່ນປົວ​ນັ້ນ, ຕາມ​ທິດ​ກ່ຳ​ວ່າ​ໃຜ​ກໍ​ບໍ່​ລື່ນ​ໃຜ. ຜູ້​ໄປ​ປົວ​ຢູ່​ເມືອງ​ໄທ​ແພດ​ໝໍ​ເອົາ​ບໍ່​ໄດ້​ກັບ​ຄືນ​ມາ​ເຮືອນ​ລໍຖ້າ​ຕາຍ​ກໍ​ບໍ່​ໄດ້​ອືດ​ໄດ້​ຢາກ. ​ເທົ່າ​ທີ່​ເຄີຍ​ເຫັນ​ຜ່ານ​ມາ, ຜູ້​ເພິ່ນ​ມີ​ຖານະ​ດີ, ມີ​ເງິນ​ມີ​ຄຳ​ພຽງພໍ​ຈຶ່ງ​ມີ​ເງື່ອນ​ໄຂ​​ໄປ​ປົວ​ຢູ່​ໄທ.

ບໍ່​ວ່າ​ແຕ່​ໄປ​ປິ່ນປົວ​ພະຍາດ​ດຽວ​ນີ້​ສັງຄົມ​ລາວ​ພວມ​ເຫີ​ໄປ​ໄທ, ຊື້ນ້ຳດື່ມ​ບໍລິສຸດ​ກໍ​ຂ້າມ​ໄປ​ຊື້ຢູ່​ໄທ, ຊີ້ປາ​ແດກ​ມາ​ໃສ່​ແກງ​ໜໍ່​ໄມ້​ກໍ​ໄປ​ຊື້ຢູ່​ໄທ​ເປັນ​ການ​ສົ່ງ​ເສີມ​ເສດຖະກິດ​ຂອງ​ໄທ​ໃຫ້​ເຂັ້ມ​ແຂງ​ໄປ​ໃນ​ຕົວ, ​​ເຮັດ​ໃຫ້​ເງິນ​ບາດ​ໄທ​ແຂງຄ່າ​ຂຶ້ນຕິກໆ, ​ສົມຄວນ​ແລ້ວ​ທີ່​ຄົນ​ລາວ​ທຸກ​ຄົນ​ຕ້ອງ​ໄດ້​ຄິດ​ໂດຍ​ສະ​ເພາະ​ຂະ​ແໜງ​ການ​ແພດ​ໝໍ​ລາວ​ທີ່​ກ່ຽວຂ້ອງ​ກັບ​ບົດ​ທິດ​ກ່ຳ​ຂຽນ​ນີ້​ຕ້ອງ​ພາກັນ​ປັບປຸງ​ຢ່າ​ໃຫ້​ວົງ​ການ​ແພດ​ໝໍ​ລາວຍາວ​ຍືດ​ສາວ​ໄຍ​ໄປ​​ແລ້ວ​ຕ້ອງ​ໄດ້​ພັດທະນາ./.

ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ - 4 - ແພດໝໍລາວເຖິງຄາວຕ້ອງໄດ້ພັດທະນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!