Facebook ຈະນຳໃຊ້ໂປຼແກຼມສົ່ງຂໍ້ຄວາມແບບໃໝ່


ຮຽບຮຽງໂດຍ: ລູກເມືອງພວນ


ອີງຕາມແຫຼ່ງຂ່າວຈາກ VTCNEWS, ວັນທີ 27 ສິງຫານີ້ໃຫ້ຮູ້ວ່າ: ໂປຼແກຼມ ສົ່ງຂໍ້ຄວາມແບບໃໝ່ນີ້ມີຊື່ເອີ້ນວ່າ: Threads, ຊຶ່ງຈະ ຊ່ວຍໃຫ້ຜູ້ແບ່ງປັນຂໍ້ຄວາມ ມີຄວາມໄດ້ປຽບຄົນອື່ນໆ.
ອີງຕາມຂ່າວຈາກ Verge ໃຫ້ຮູ້ວ່າ: Threads ກຳລັງຢູ່ໃນໄລຍະການທົດ ລອງ, ມີແຕ່ຜູ້ທີ່ມີລາຍຊື່ຢູ່ໃນບັນຊີ “ເພື່ອນຮັກ” ໃນ Instagram ເທົ່ານັ້ນ ຈຶ່ງສາມາດນຳໃຊ້ໄດ້. ໂປຼແກຼມ ດັ່ງ ກ່າວມີຄຸນສົມບັດຊັກຊວນໃຫ້ຜູ້ຊົມໃຊ້ ແບ່ງປັນຂໍ້ມູນ ສ່ວນຕົວຂອງຕົນເອງໃຫ້ ເພື່ອນມິດທີ່ຮັກແພງຮັບຊາບຂໍ້ມູນຕ່າງໆນຳເຊັ່ນ: ທີ່ຢູ່, ຄວາມໄວ, ປະລິມານ ໄຟໃນແບັດເຕີຣີ, ຂໍ້ຄວາມ, ຮູບພາບ, ວີດິໂອ…. ແຕ່ປັດຈຸບັນບໍ່ທັນຮູ້ວ່າປານໃດ facebook ຈຶ່ງຈະປະກາດ ຢ່າງເປັນທາງການ.
ໃນລະຫວ່າງເດືອນພຶດສະພາຜ່ານມານີ້, Direct ເປັນຊອບແວສົ່ງຂໍ້ຄວາມ ເອກະລາດໃຫ້ຜູ້ຊົມໃຊ້ Instagram ໄດ້ຢຸດຕິການ ເຄື່ອນໄຫວ. ຜູ້ຊົມໃຊ້ໃຫ້ຮູ້ວ່າ: ເຂົາມີຄວາມງຸດງິດຕໍ່ກັບການປ່ຽນຖານໄປມາລະຫວ່າງ Instagram ແລະ Direct ໃນເວລາສົ່ງຂໍ້ຄວາມ ແຕ່ລະຄັ້ງ. ການຊົມໃຊ້ແບບປະສົມປະສານໃຫ້ສະເພາະເພື່ອນທີ່ຮັກແພງຢ່າງ Threads ຈະໄດ້ຮັບຄວາມປະທັບໃຈຫຼາຍຂຶ້ນ.
ໃນລະຫ່ວາງເດືອນມັງ ກອນຜ່ານມານີ້, facebook ໄດ້ປະກາດແຜນໂຮມການ ບໍລິການWhatsApp, Messenger ແລະ Instagram ເຂົ້າກັນໃຫ້ເປັນໜຶ່ງ ແລະ ສາມາດໃຫ້ຜູ້ຊົມໃຊ້ 3 ພື້ນຖານດັ່ງກ່າວ ສົ່ງຂໍ້ຄວາມ ໃຫ້ກັນໄດ້ ໂດຍບໍ່ຈຳເປັນຕ້ອງ ປ່ຽນຖານ, ໝາຍຄວາມວ່າ ການໃຊ້ງານຈະເຄື່ອນໄຫວ ສະເພາະ, ແຕ່ມີພື້ນຖານອັນ ດຽວກັນນັ້ນຄືການສົ່ງຂໍ້ ຄວາມນັ້ນເອງ.