ເອີ້ນຂໍເງິນເດືອນແບບມືອາຊີບ


ເອີ້ນຂໍເງິນເດືອນເທົ່າໃດຈຶ່ງຈະດີ ບັນຫາ ແລະ ເລື່ອງທ້າທາຍຂອງຄົນທີ່ກຳລັງຍື່ນໃນສະໝັກວຽກ. ສ່ວນໜຶ່ງແມ່ນການຕື່ມໂຕເລກໃສ່ໃນຊ່ອງວ່າງທ່ີໃຫ້ລະບຸເງິນເດືອນ ເພາະການເອີ້ນຂໍເງິນເດືອນທີ່ສູງ ຫລື ຕໍ່າເກີນໄປ ອາດເຮັດໃຫ້ຜູ້ສຳພາດວຽກຂ້ອງໃຈໃນຄວາມສາມາດຂອງຜູ້ສະໝັກ ໂດຍສະເພາະນັກສຶກສາຈົບໃໝ່ທີ່ຍັງບໍ່ມີປະສົບການ ແລ້ວຈະຕ້ອງເອີ້ນຂໍເງິນເດືອນແນວໃດ ມື້ນີ້ພວກເຮົາມີເຕັກນິກດີໆມາແນະນຳທ່ານ.
– ສິ່ງທີ່ຄວນເຮັດ :
1. ປະເມີນອັດຕາທີ່ເໝາະສົມ : ໂດຍການເຮັດວຽກບ້ານຫາຂໍ້ມູນກ່ຽວກັບອັດຕາເງິນເດືອນໃນຕຳແໜ່ງວຽກທີ່ທ່ານສະໝັກເພື່ອໃຊ້ອ້າງອີງ ທັງຈາກເວັບໄຊຊອກຫາວຽກ, ສອບຖາມຜູ້ມີປະສົບການໂດຍກົງ ຫລື ສຳຫລວດຈາກຄວາມສາມາດຈ່າຍເງິນເດືອນຂອງອົງກອນນັ້ນ ເຊິ່ງສ່ວນຫລາຍອົງກອນຕ່າງໆກໍຈະມີງົບປະມານເງິນເດືອນຂອງແຕ່ລະຕຳແໜ່ງກຳນົດໄວ້ຢູ່ ແລ້ວ.
2. ສຳຫລວດໂຕເອງ : ທັງດ້ານຄວາມສາມາດ, ປະສົບການ ແລະ ທັກສະໃນການເຮັດວຽກຂອງໂຕເອງ ລວມເຖິງຄວາມສາມາດໃນການແຂ່ງຂັນກັບຄົນອື່ນໆໃນຕະຫລາດວຽກ ລອງເບິ່ງວ່າເຮົາມີຂໍ້ດີຫຍັງແດ່ ຫລື ມີທັກສະໃດທີ່ເໜືອກ່ວາຄົນອື່ນຫລືບໍ່ ທັງວຸດທິການສຶກສາ, ຜົນງານທີ່ຜ່ານມາ, ການຝຶກອົບຮົມຫລັກສູດຕ່າງໆທີ່ກ່ຽວຂ້ອງກັບໜ້າວຽກ ຫລື ການທົດສອບຄວາມຮູ້ ແນ່ນອນວ່າຫົວໜ້າໃໝ່ຕ້ອງຍິນດີທີ່ຈະໄດ້ຄົນເກັ່ງ, ມີສັກກະຍະພາບມາຮ່ວມງານນຳ.
3. ຄຳນຶງເຖິງປະໂຫຍດທີ່ບໍລິສັດຈະໄດ້ : ການຕອບຄຳຖາມກ່ຽວກັບຈຸດແຂງ ແລະ ຄວາມສຳເລັດເປັນການນຳສະເໜີຄຸນຄ່າໃນໂຕເອງ ຄວນເນັ້ນໃຫ້ຜູ້ສຳພາດເຫັນວ່າເຮົາຈະນຳມາໃຊ້ໃຫ້ເກີດປະໂຫຍດແກ່ບໍລິສັດໄດ້ແນວໃດ ເມື່ອນາຍຈ້າງເຫັນຄຸນຄ່າໃນໂຕເຮົາ ເຂົາຈະຍອມຈ່າຍເງິນເດືອນໃນອັດຕາສູງສຸດທີ່ເຂົາສາມາດຈ່າຍໄດ້.
– ສິ່ງທີ່ບໍ່ຄວນເຮັດ :
1. ບໍ່ຂ້າມຂັ້ນຕອນ : ຢ່າຟ້າວເວົ້າເລື່ອງເງິນເດືອນຖ້າຜູ້ສຳພາດຍັງບໍ່ຖາມ ເພາະນາຍຈ້າງອາດຈະເບິ່ງວ່າເຮົາໃຫ້ຄວາມສຳຄັນເລື່ອງເງິນຫລາຍກ່ວາໜ້າວຽກ.
2. ບໍ່ຫຍັບເງິນເດືອນຂຶ້ນແບບໂດດຂັ້ນ : ໂດຍລະບຸເງິນເດືອນບ່ອນເຮັດວຽກເກົ່າສູງໆ ເພື່ອເອີ້ນເງິນເດືອນບ່ອນໃໝ່ໃຫ້ສູງຂຶ້ນຕື່ມ ເພາະຝ່າຍບຸກຄະລາກອນສາມາດເບິ່ງສະເຕດເມັ້ນເງິນເດືອນ ຫລື ກວດສອບໄປຍັງບ່ອນເຮັດວຽກເກົ່າ ເຊິ່ງຈະພົບຄວາມຈິງໄດ້ບໍ່ຍາກເລີຍ.
3. ຢ່າເຈລະຈາເອົາເປັນເອົາຕາຍ : ບໍ່ຄວນເຈລະຈາຕໍ່ລອງເງິນເດືອນທີ່ຕ້ອງການໃນທັນທີ ພ້ອມເລັ່ງຄຳຕອບ ອາດຕົກລົງກັບນາຍຈ້າງວ່າຍອມຮັບເງິນເດືອນຕາມທີ່ນາຍຈ້າງສະເໜີມາກ່ອນ ແລະ ເມື່ອຜ່ານງານເປັນທີ່ໜ້າເພິງພໍໃຈ ຈຶ່ງຂໍປັບເງິນເດືອນໃນພາຍຫລັງ ຕາມນະໂຍບາຍຂອງບໍລິສັດ ຫລື ວັດແທກຈາກຄວາມສາມາດ.
4. ຢ່າເບິ່ງພຽງແຕ່ເງິນເດືອນ : ໃຫ້ເບິ່ງລວມໄປເຖິງຄ່າຕອບແທນ, ສະຫວັດດີການ, ຕຳແໜ່ງວຽກ ແລະ ບັນຍາກາດໃນການເຮັດວຽກນຳ ເພາະສຸດທ້າຍແລ້ວ ເຖິງວ່າເລື່ອງເງິນເດືອນຈະເປັນເລື່ອງໃຫຍ່, ແຕ່ບໍ່ແມ່ນສິ່ງສຳຄັນທີ່ສຸດໃນການເຮັດວຽກ ເຊິ່ງແມ່ນເພື່ອນຮ່ວມງານ ແລະ ນາຍຈ້າງຕ່າງຫາກ ທີ່ຈະເຮັດໃຫ້ທ່ານເຮັດວຽກຢ່າງມີຄວາມສຸກ.