ສະຫລຸບ 6 ລາງວັນດີເດັ່ນ ຢູຟູ ນັກເຕະລີເວີພູລຄວ້າ 3 ລາງວັນ


ສະຫຼຸບ 6 ລາງວັນດີເດັ່ນ ຈາກການປະກາດຂອງ ຢູຟາ ໃນວັນທີ 29 ທີ່ຜ່ານມາ ລີເວີພູລ ຄວ້າເຖີງ 3 ລາງວັນ
ສຳນັກຂ່າວຕ່າງ ປະເທດ ລາຍງານວັນທີ 30 ສິງຫາ ວ່າ ສະຫະພັນບານເຕະເອີ ໂຣ (ຢູຟາ) ປະກາດລາງວັນ ດີ ເດັ່ນສາຂາຕ່າງໆ ໃນການ ຈັບສະຫຼາກແບ່ງກຸ່ມບານ ເຕະ ຢູຟາ ແຊມປຽນລີກທີ່ ຣາຊລັດໂມນາໂກ ຜົນປາ ກົດວ່າ ນັກເຕະຈາກທີມ ລີເວີ ພູລຄວ້າໄປເຖີງ 3 ລາງວັນ ແບ່ງເປັນ ເຟີຈິວ ຟຣານ ໄດທ໌ ກອງຫຼັງທີມຊາດ ໂຮນລັງ 2 ລາງວັນ ແລະ ອະລິສສັນ ເບກເກີ ຜູ້ຮັກສາປະຕູເບຣ ຊິນໄດ້ໄປ 1 ລາງວັນ
ສະຫຼຸບ 6 ລາງວັນ ດີເດັ່ນ ຢູຟາມີດັ່ງນີ້:
ນັກເຕະດີເດັ່ນແຫ່ງປີ: ເຟີຈິວ ຟຣານໄດທ໌ (ລີເວີພູລ)
ຜູ້ຮັກສາປະຕູດີເດັ່ນ: ອາ ລິສສັນ ເບກເກີ (ລີເວີພູລ)
ກອງຫຼັງດີເດັ່ນ: ເຟີຈິວ ຟຣານໄດທ໌ (ລີເວີພູລ)
ກອງກາງດີເດັ່ນ: ແຟຣງ ກີ ເດິ ຍອງ (ບາເຊໂລນາ)
ກອງໜ້າດີເດັ່ນ: ລີໂອ ເນວ ເມສຊີ (ບາເຊໂລນາ)
ນັກເຕະຍິງດີເດັ່ນແຫ່ງປີ: ລູຊີ ບຣອນ (ໂອແລມປິກ ລີຍົງ/ທີມຊາດອັງກິດ)

