ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ

ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ - 5566 - ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ
ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ - kitchen vibe - ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ

ໃນຕອນເຊົ້າວັນທີ 29 ສິງຫານີ້, ກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມຂອງຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກ ​ເພື່ອ​ຫາລື​ການສະ​ເໜີ​ເຂດ​ທໍາ​ມະ​ຊາດ​ຫີນ​ຫນາມ​ໜໍ່​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ​ອີກ​ແຫ່ງ​ໜຶ່ງ​ຂອງ​ລາວ​ຂຶ້ນ​ທີ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ, ພາຍໃຕ້ການເປັນປະທານຂອງທ່ານ ບໍ່ແສງຄໍາ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານຄະນະກຳມະການລະດັບຊາດເພື່ອມໍລະດົກໂລກຂອງສປປ ລາວ ແລະ ມີຜູ້ແທນຈາກ ສສ.ຫວຽດນາມ, ອົງການປົກຄອງແຂວງຄໍາມ່ວນ, ອົງການ UNESCO, IUCN ແລະ GIZ ເຂົ້າຮ່ວມ.

ໃນພິທີ, ທ່ານລັດຖະມົນຕີ ບໍ່​ແສງ​ຄໍາ ວົງ​ດາລາ ໄດ້ກ່າວວ່າ: ລັດຖະບານລາວ ຍາມໃດກໍ່ໄດ້ຫຼິງເຫັນຄຸນຄ່າທາງດ້ານວັດທະນາທຳ, ຈຶ່ງໄດ້ເອົາໃຈໃສ່ປົກປ້ອງ, ຟື້ນຟູ, ອະນຸລັກ, ສືບທອດ ແລະ ສົ່ງເສີມຢ່າງຕັ້ງໜ້າ ບັນດາມໍລະດົກດັ່ງກ່າວ​ໃຫ້ຍືນຍົງຄົງຢູ່ຄູ່ກັບຊາດລາວ ແລະ ຄົນລາວ ຕະຫຼອດໄປ ​ແລະ ​ໄດ້ຖືເອົາທ່າແຮງທາງດ້ານນີ້​ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ບົນພື້ນຖານການປົກປັກຮັກສາ ແລະ ເຊີດຊູເອກະລັກທາງວັດທະນະທຳດ້ານວັດຖຸ ກໍ່ຄື ວັດທະນະທຳດ້ານຈິດໃຈ, ອັນໄດ້ແກ່ ພູມປັນຍາ, ຮີດຄອງປະ ເພນີ, ສິລະປະ-ຫັດຖະກຳພື້ນເມືອງ ແລະ ອື່ນໆທີ່ສືບທອດກັນມາຕັ້ງແຕ່ບູຮານ​ນະການ, ຊື່ງທັງໝົດເຫຼົ່ານີ້ລ້ວນແຕ່ເປັນຊັບພະຍາກອນທາງດ້ານວັດທະນະທຳອັນລ້ຳຄ່າຂອງຊາດ, ແລະ ເປັນສະເນ່ດືງດູດນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ໃຫ້ຫຼັ່ງໄຫຼກັນມາທ່ຽວຊົມ, ມາສຶກສາຮຽນຮູ້ ແລະ ມາສຳຜັດວັດທະນະທຳອັນອຸດົມຮັ່ງມີຂອງປະເທດລາວເຮົາ, ຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ.

ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ - Visit Laos Visit SALANA BOUTIQUE HOTEL - ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ

ພາຍໃຕ້ຂອບຂອງອົງການອຸຍແນສໂກ, ສົນທິສັນຍາມໍລະດົກໂລກ ຊື່ງຖືກສ້າງຕັ້ງຂື້ນເມື່ອປີ 1972, ນັບວ່າເປັນສົນທິສັນຍາທີ່ມີບັນດາປະເທດໃນທົ່ວໂລກເຂົ້າຮ່ວມເປັນພາຄີຫຼາຍທີ່ສຸດເຖີງ 193 ປະເທດ. ໃນປີ 1987, ສປປ ລາວ ກໍ່ໄດ້ລົງນາມເຂົ້າຮ່ວມເປັນລັດພາຄີ ແລະ ມາເຖິງປະຈຸບັນນີ້, ສປປ ລາວ ກໍ່ມີມໍລະດົກໂລກທາງດ້ານວັດທະນະທຳທີ່ເປັນຮູບປະທຳເພີ່ມຂື້ນເປັນ 3 ແຫ່ງຄື: ນະຄອນປະຫວັດສາດຫຼວງພະບາງ, ວັດພູຈຳປາສັກ ແລະ ທົ່ງໄຫຫີນແຂວງຊຽງຂວາງ. ນອກຈາກນີ້, ພາຍໃຕ້ສົນທິສັນບຍາ 2003 ວ່າດ້ວຍການປົກປ້ອງມໍລະດົກທີ່ເປັນນາມມະທຳ ໃນທ້າຍປີ 2017, ສປປ ລາວ ກໍໄດ້ຮັບການຂື້ນທະບຽນ ສຽງແຄນເຊື້ອຊາດລາວ ເຂົ້າຢູ່ໃນບັນຊີຕົວແທນແຫ່ງມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດສະຍະຊາດອີກດ້ວຍ.

ນັ້ນຖືວ່າເປັນຜົນງານ ແລະ ຜົນສຳເລັດເບື້ອງຕົ້ນທີ່ໜ້າພາກພູມໃຈເປັນຢ່າງຍິ່ງ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ພັນທະສັນຍາຂອງລັດຖະບານລາວ ຕໍ່ວົງຄະນາຍາດສາກົນໃນການປົກປ້ອງ ແລະ ສົ່ງເສີມຄຸນຄ່າຂອງມໍລະດົກທາງດ້ານວັດທະນະທຳແຫ່ງຊາດ. ໄປຄຽງຄູ່ກັບການປົກປັກຮັກສາມໍລະດົກວັດທະນະທຳ, ມໍລະດົກທາງດ້ານທຳມະຊາດ ອັນເປັນບຸລິມະສິດໜຶ່ງທີ່ສຳຄັນຂອງຊາດ.

ປະຈຸບັນນີ້, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພວມສົມທົບກັບບັນດາຂະແໜງການ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງ ເພື່ອຂຸ້ນຂ້ຽວກະກຽມເອກະສານຄຳຮ້ອງຕ່າງໆກ່ຽວກັບການ​ນໍາ​ສະ​ເໜີປ່າສະຫງວນແຫ່ງຊາດຫິີນໜາມໜໍ່, ເມືອງບົວລະພາ ແຂວງຄຳມ່ວນ ແລະ ປະສານສົມທົບກັບລັດຖະບານ ສສ ຫວຽດນາມ ໃນການນຳສະເໜີຂຶ້ນເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນ ກັບປ່າສະຫງວນຟອງຍາ​ແກບາງ ແຂວງກວາງບິງ, ຊື່ງຄາດວ່າ ປ່າສະຫງວນແຫ່ງຊາດຫີນໜານໜໍ່ ຈະໄດ້ກາຍເປັນມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ, ທັງຈະເປັນມໍລະດົກໂລກທາງທຳມະຊາດຊາຍແດນແຫ່ງທຳອິດ ໃນພາກພື້ນນີ້ອີກດ້ວຍ.

ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ - 4 - ຈັດກອງປະຊຸມຄະນະກໍາມະການລະດັບຊາດເພື່ອມໍລະດົກໂລກເພື່ອສະເໜີເຂດທໍາມະຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກອີກແຫ່ງໜຶ່ງຂອງສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!