ສູນກາງຊາວໜຸ່ມລະດົມກໍາລັງຊ່ວຍເຫລືອນໍ້າຖ້ວມ


ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ໄດ້ອອກແຈ້ງການແນະນໍາດ່ວນເຖິງຄະນະຊາວໜຸ່ມຢູ່ແຕ່ລະທ້ອງຖິ່ນໃນຂອບເຂດທົ່ວປະເທດໃຫ້ຮີບຮ້ອນກະກຽມກໍາລັງສະມາຊິກຊາວໜຸ່ມເພື່ອເຂົ້າຮ່ວມຂະບວນການ “ຊາວໜຸ່ມຕະລວມບອນຮ່ວມໃຈຊ່ວຍປະຊາຊົນຜູ້ປະສົບໄພນໍ້າຖ້ວມ”, ໂດຍມອບໃຫ້ຄະນະຮັບພິຊອບວຽກງານແກ້ໄຂໄພພິບັດຄຊປປລແຕ່ລະຂັ້ນເປັນເຈົ້າການປະສານສົມທົບກັບຕະນະກໍາມະການປ້ອງກັນແລະຄວບຄຸມໄພພິບັດຢູ່ແຕ່ລະທ້ອງຖິ່ນເພື່ອຊີ້ນໍາ-ນໍາພາປະຕິບັດແຜນກູ້ໄພເພື່ອຊ່ວຍເຫລືອຜູ້ປະສົບໄພໃຫ້ທັນການ, ທັງຮັບປະກັນໃຫ້ມີຄວາມປອດໄພດ້ານຊີວິດ, ຊັບສີນຂອງປະຊາຊົນແລະອາສາສະມັກຊາວໜຸ່ມ. ໃຫ້ຄະນະຊາວໜຸ່ມແຕ່ລະຂັ້ນແຕ່ສູນກາງຮອດທ້ອງຖິ່ນປຸກລະດົມກໍາລັງຊາວໜຸ່ມປະກອບສ່ວນເຫື່ອແຮງ, ກໍາລັງຊັບແລະກໍາລັງໃຈໄປສູ່ເຂດປະສົບໄພທໍາມະຊາດຄັ້ງນີ້, ພ້ອມທັງເປັນເຈົ້າການນໍາພາສ້າງແຜນ, ມີກົນໄກປະສານງານວ່ອງໄວ, ມີການຄຸ້ມຄອງຕິດຕາມແລະກວດກາລະອຽດໃນດ້ານຈໍານວນຄົນ, ງົບປະມານແລະວັດຖຸອຸປະກອນຕ່າງໆທີ່ນໍາໄປຊ່ວຍເຫລືອເພື່ອຮັບປະກັນໃຫ້ໄປຮອດໄປເຖິງຜູ້ປະສົບໄພເປັນຢ່າງດີ.





