ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ

ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ - 497 - ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ
ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ - kitchen vibe - ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ

​ໂດຍ: ທິດ​ກ່ຳ

ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ - Visit Laos Visit SALANA BOUTIQUE HOTEL - ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ

ຟ້າ​ຝົນຊົນ​ລະຫາ​ຕົກລົງ​ມາ​ເກີນ​ເຫດ​ຈົນ​ກາຍ​ເປັນ​ໄພພິບັດ​ທຳລາຍ​ຊີວິດ​ ​ແລະ ຊັບ​ສິນ ຢ່າງ​ໜັກໜ່ວງ​ ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​​ໃຕ້​ເຊັ່ນ: ຄຳ​ມ່ວນ, ສະຫວັນ​ນະ​ເຂດ, ສາລະ​ວັນ, ​ເຊ​ກອງ, ອັດ​ຕະປື ​ແລະ ຈຳປາ​ສັກ.

ມາ​ຮອດ​ໄລຍະ​ນີ້​ເຫັນ​ວ່າ​ສະພາບ​ນ້ຳ ໄດ້​ບົກ​ແຫ້ງ​ລົງ​ຫລາຍ​ເຕີບ​ ສິ່ງ​ທີ່​ເຫລືອ​ປະ​ໄວ້​ໃຫ້​ເຫັນ​ກໍ​ຄື​ຂີ້ຕົມ, ຊາກ​ສະ​ລັກ​ຫັກ​ພັງ, ​ເສດ​ຂີ້​ເຫຍື້ອ​ໄມ້​ນ້ອຍ​ໄມ້​ໃຫຍ່ ​ແລະ ວັດ​ຖະພືດ​ຕ່າງໆ ທັງ​ມີ​ກິ່ນ​ເນົ່າ​ເໝັນ​ສາບ​ຄາວ​ກວ່າ​ມັນ​ຈະ​ແຫ້ງ​ກໍ​ຕ້ອງ​ໃຊ້​ເວລາ​ຫລາຍ​ວັນ​ຈິ່ງຈະ​ກ້າວ​ເຂົ້າສະພາບ​ປົກກະຕິ. ແຕ່​ຖ້າ​ຫາກ​ພາຍຸ​ໜ່ຳລົງ​ມາ​ອີກ​ຕື່ມ​ຍິ່ງ​ຈະ​ສ້າງ​ຄວາມ​ລຳບາກ​ກາກ​ກຳ​ແກ່​ປະຊາຊົນ ​ໄດ້​ຮັບ​ເຄາະ​ຮ້າຍ​ຊ້ຳ​ເຕີມ​ບໍ່​ເລີກ, ບໍ່​​ແລ້ວ.

ຖື​ວ່າ​ປີ​ນີ້, ​ເປັນ​ປີ​ໜຶ່ງ​ທີ່​ເກີດ​ໄພພິບັດ​ນ້ຳຖ້ວມ​ເປັນ​ບໍລິ​ເວນ​ກວ້າງ​ໜັກໜ່ວງ​ຫລາຍ​ສົມຄວນ, ກວມ​ພື້ນທີ 6 ​ແຂວງ​ທາງ​ພາກ​ກາງ ​ແລະ ພາກ​ໃຕ້​ນັບ​ແຕ່​ຄຳ​ມ່ວນ, ລົງໄປຮອດແຂວງໃຕ້ສຸດຂອງປະເທດ.

​        ໃນ​ເບື້ອງຕົ້ນຮູ້​ວ່າ 14 ຄົນ ​ເສຍ​ຊີວິດ, ມີ 122.892 ກວ່າຄອບຄົວ, 224.600 ກວ່າ​ຄົນ. ​ເນື້ອທີ່​ນາ​ເສຍ​ຫາຍ 139.800 ກວ່າ​ເຮັກຕາ, ສວນ 251 ກວ່າ​ເຮັກຕາ, ໜອງ​ປາ 1.922 ໜອງ, ສັດລ້ຽງ​ຫລາຍ​ກວ່າ 300 ​ໂຕ, ຊົນລະປະທານ 33 ​ແຫ່ງ, ຄອງ​ເໝືອງ 64,000 ກວ່າ​ແມັດ, ​ເສັ້ນທາງ​ຄົມມະນາຄົມຖືກ​ຕັດຂາດ​ຫລາຍ​ກວ່າ 250 ກິ​ໂລ​ແມັດ, ຂົວ 12 ​ແຫ່ງ. ​ໂຮງຮຽນ 215 ​ແຫ່ງ​ຖືກ​ນ້ຳຖ້ວມ, ​ໂຮງໝໍ​ສຸກສາລາ 10 ກວ່າ​ແຫ່ງ​ນອກ​ນີ້​ກໍ​ຍັງ​ມີ​ວັດຖຸ​ຊັບ​ສິນ​ອື່ນໆ ຖືກ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ​ພາຍ​ມາກ.

​        ແນວ​ໃດ​ກໍ​ຕາມ, ​ເທົ່າ​ທີ່​ໄດ້​ຕິດຕາມ​ແຫລ່ງ​ຂ່າວ​ຄາວ​ສະພາບ​ນ້ຳຖ້ວມ​ນັບ​ແຕ່​ມື້​ເລີ່​ມຕົ້ນຈົນ​ມາ​ຮອດ​ມື້ນ້ຳບົກ​ແຫ້ງ​ຖື​ວ່າການ​ຈັດຕັ້ງພັກ-ລັດຖະບານ​ກໍ​ບໍ່​ໄດ້​ປ່ອຍປະ​ລະ​ໄລ, ບັນດາ​ທ່ານ​ການ​ນຳ​ນັບ​ແຕ່​ຂັ້ນສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ກໍ​ໄດ້​ລົງພື້ນທີ່​ເພື່ອ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ໄດ້​ຮັບ​ຜົນ​ກະທົບ.

ພິ​ເສດ​ໄດ້​ມີ​ທ່ານ​ນາຍົກ​ລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ​ລົງ​ໄປ​ເຖິງ​ຮາກ​ຖານ​ປະຊາຊົນ​ເພື່ອ​ຕິດຕາມ​ກວດກາ​ຄວາມສຸກ​ທຸກ ​ແລະ ​ແຈກ​ຢາຍວັດຖຸ​ສິ່ງ​ຂອງ​ເງິນ​ຄຳ​ຊ່ວຍ​ເຫລືອ​ພໍ່​ແມ່​ປະຊາຊົນ ບ່ອນ​ທີ່​ມີ​ຜົນ​ກະທົບ. ນອກ​ນັ້ນ, ກໍ​ຍັງ​ມີ​ທ່ານ​ເຈົ້າ​​ແຂວງ, ​ເຈົ້າ​ເມືອງ, ອຳນາດ ການ​ປົກຄອງ​ທ້ອງ​ຖິ່ນ​ຕະຫລອດ​ຮອດ​ບໍລິສັດ, ຫ້າງຮ້ານ, ການຈັດຕັ້ງສັງຄົມ, ບຸກຄົນ, ລວມໝູ່​ກໍ​ພ້ອມ​ກັນ​ສຸມ​ໃສ່​ຊ່ວຍ​ເຫລືອ​ຢ່າງ​ສຸດ​ຂັ້ນສຸດ​ຂີດ.

ອັນ​ທີ່​ພິ​ເສດ​ອີກ​ນັ້ນ, ຕ້ອງ​ຂໍ​ຊົມ​ເຊີຍ​ອ້າຍ​ນ້ອງ​ທະຫານ​ກອງທັບ ປະຊາຊົນ​ລາວ​ທີ່​ໄດ້​ປະ​ເຊີນ​ໜ້າ​ກັບ​ໄພພິບັດ​ຊ່ວຍ​ເຫລືອ​ປະຊາຊົນ​ຢູ່​ແຕ່ລະ​ທ້ອງ​ຖິ່ນ​ທີ່​ມີ​ຜົນ​ກະທົບ​ດ້ວຍ​ຄວາມ​ເສຍສະຫລະ​ຢ່າງ​ຈິງ​ຈັງ​ສົມ​ກັບ​ວ່າ​ທະຫານ​ຄື​ຮົ້ວຂອງ​ຊາດ, ທະຫານ​ກັບ​ປະຊາຊົນ​ຄື​ປາ​ກັບ​ນ້ຳ.

ຕາມ​ປົກກະຕິ​ແລ້ວ, ​ເວົ້າສະ​ເພາະ​ຢູ່​ບ້ານ​ເຮົາ​ສິ່ງ​ທີ່​ຄວນ​ໃສ່​ໃຈ​ໃນ​ຂັ້ນຕໍ່​ໄປ​ນັ້ນຖ້າ​ຫາກ​​ເກີດ​ໄພພິບັດ​ນ້ຳຖ້ວມ​ເມື່ອ​ມັນ​ບົກ​ແຫ້ງ​ລົງ​ກໍ​ມັກ​ຈະ​ເກີດ​ໂລຄາ​ພະຍາດ​ຕາມ​ມາ​ເຊັ່ນ: ພະຍາດ​ຕາ​ແດງ, ​ໂຣກອະຫິວາ, ທ້ອງບິດ, ຖອກທ້ອງ ຫລື ​ເກີດ​ມີ​ພະຍາດ​ບາດ​ເຍົາ​ຊະນິດ​ອື່ນໆ  ​ເຊິ່ງ​ໃຜໆ​ກໍ​ບໍ່​ເພິ່ງ​ປາດ​ຖະໜາ. ທີ່​ມາ​ຂອງ​ພະຍາດ​ຕ່າງໆ ​ເຫລົ່າ​ນີ້​ກໍ​ແມ່ນ​ມາ​ຈາກ​ອາກາດ ຊ່ວງ​ຍາມ​ຝົນ, ນ້ຳ​ເປີະ​ເປື້ອນ ​ແລະ ສິ່ງ​ໂສ​ໂຄກ​ເປັນຕົ້ນ​ເຫດ​ຈາກ​ບັນຫາ​ອຸ​ທົກ​ກະ​ໄພ.

​        ເພື່ອ​ເປັນ​ການ​ຕ້ານ ​ແລະ ສະກັດ​ກັ້ນ​ໂລຄາ​ພະຍາດ​ຕ່າງໆ ທີ່​ຈະ​ຕາມ​ມາ​ຫລັງ​ນ້ຳບົກ​ແຫ້ງ ດີ​ແທ້​ຄວນ​ມີ​ທິມງາມ​ແພດ​ໝໍ​ຈາກ​ສູນ​ກາງ​ ​ແລະ ທ້ອງ​ຖິ່ນ​ຈັດຕັ້ງກັນ​ລົງ​ໄປ​ຕິດຕາມ, ກວດກາ, ກວດກາ​ນ​ເພື່ອ​ຫາ​ວິທີ​ຕອບ​ຕ້ານ​ບໍ່​ໃຫ້ ​ພະຍາດ​ຕ່າງໆ ລະບາດຂຶ້ນ     ​ກ່ອນ​ມັນ​ຈະ​ມາ​ອາ​ລະວາ​ດສັງຫານ​ຊີວິດ​ຂອງ​ຄົນ​ເພີ່ມ​ຕື່ມ.

​       ເທົ່າ​ທີ່​ທິດ​ກ່ຳ ​ໄດ້​ຕິດຕາມ​ແຫ​ລ່ງຂ່າວ​ສະພາບ​ນ້ຳຖ້ວມ​ຢູ່​ຈຸດ​ເຕົ້າ​ໂຮມ​ປະຊາຊົນ​ໜີ​ຕາຍນັ້ນບໍ່​ປາກົດ​ເຫັນ​ທີ​ມງານ​ແພດ​ໝໍ​ໄປ​ຕັ້ງ​ແຄ້ມຫລື​ຈຸດ​ບໍລິການ​ປິ່ນປົວ​ ປະຊາຊົນ ທີ່​ເຈັບ​ເປັນ​ສຸກ​ເສີນ, ດີ​ແທ້​ບໍ່​ຄວນ​ລໍຖ້າ​ແຕ່​ຜູ້​ໃດ​ເຈັບ​ເປັນ​ຢູ່​​ໃກ້ ຫລື ​ໄກ ຈຶ່ງ​ແກ່​ກັນ​ໄປ​ໂຮງໝໍ​ໃນ​ກໍລະນີ​ຖືກ​ຜູ້​ເປັນ​ໜັກ​ການ​ໄປມາ​ຫຍຸ້ງຍາກ​ຊ້ຳພັດ​ຕາຍ​ໃນ​ເວລາ​ເດີນທາງ​ຢ່າງ​ໜ້າ​ສົມ​ເພດຈະເປັນບໍ່?./.

ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ - 497 - ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ

ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ - 4 - ຫລັງ​ນ້ຳຖ້ວມ​ມັກ​ເກີດ​ໂລຄາ​ພະຍາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!