ມອບ-ຮັບປື້ມປະມວນກົດໝາຍອາຍາສະບັບທໍາອິດຂອງລາວ


ກະຊວງຍຸດຕິທໍານໍາສະເໜີປຶ້ມປະມວນກົດໝາຍອາຍາສະບັບທໍາອິດຂອງລາວ ຮ່ວມກັບ ເອີຣົບ (ອີຢູ) ແລະ ປະເທດລູກຊໍາບວກ, ເຊິ່ງພິທີໄດ້ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ທ່ານ ເນເວັນ ມິມິຊາ ຄະນະກໍາມາທິການເພື່ອການຮ່ວມມື ແລະ ພັດທະນາສາກົນຂອງສະຫະພາບເອີຣົບ ແລະ ທ່ານນາງ Paulette Lenert ລັດຖະມົນຕີວ່າການກະຊວງການຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທໍາປະເທດລັກຊໍາບວກ.
ພິທີດັ່ງກ່າວໄດ້ມີການເຜີຍແຜ່ປຶ້ມປະມວນກົດໝາຍອາຍາສະບັບທໍາອິດຂອງລາວ, ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາໃນເດືອນພຶດສະພາ 2017 ຜ່ານມາແລະ ມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກ 2018, ພາຍຫລັງກອງປະຊຸມ ແລະ ປຶກສາຫາລືດ້ານວິຊາການເປັນເວລາຫລາຍປີ.
ທ່ານ ເນເວັນ ມິມິຊາ ກ່າວວ່າ: ລັດຖະບານລາວໄດ້ເອົາໃຈໃສ່ບາດກ້າວທີ່ສໍາຄັນດັ່ງກ່າວໄປສູ່ລະບຽບກົດໝາຍ ແລະ ເປັນຊ່ວງເວລາສໍາຄັນສໍາລັບລະບົບກົດໝາຍຂອງລາວ, ພ້ອມນີ້, ຕ້ອງມີຄວາມພະຍາຍາມອີກຕື່ມໃນການປັບປຸງ ແລະ ເຮັດໃຫ້ຂໍ້ກໍານົດຂອງກົດໝາຍອາຍາໃຫ້ມີຄວາມຮັດກຸມ ແລະ ເປັນມາດຕະຖານ, ໂດຍສະເພາະບັນຫາສິດທິມະນຸດໃນລະດັບສາກົນ, ຮັບປະກັນການເຜີຍແຜ່ ແລະ ການບັງຄັບໃຊ້ໃນທົ່ວປະເທດ.
ໂອກາດດຽວກັນ, ທ່ານ ນາງ Paulette Lenert ກໍໄດ້ກ່າວສະ ແດງຄວາມຊົມເຊີຍຕໍ່ລັດຖະບານລາວ ແລະ ໄດ້ຢັ້ງຢືນອີກຄັ້ງໜຶ່ງໃນຄວາມໝາຍໝັ້ນຂອງປະເທດລຸກຊໍາບວນໃນການສະໜັບສະໜູນການປົກຄອງທີ່ດີ ແລະ ບັນດາສະຖາບັນທີ່ເຮັດໜ້າທີ່ທີ່ດີໃນລາວ, ໂດຍໃຫ້ຂໍ້ສັງເກດວ່າ “ອາດຊະຍາກໍາບໍ່ສາມາດແກ້ໄຂໄດ້ພຽງແຕ່ໃນຮູບແບບລະບຽບການ, ໂດຍການຕັດສິນ ແລະ ລົງໂທດປະຊາ ຊົນເທົ່າທີ່ເຫັນໄດ້ໃນກົດໝາຍອາຍາເທົ່ານັ້ນ ແລະ ເພື່ອຕ້ານ ອາດຊະຍາກໍາ, ການສຶກສາ ແລະ ການປ້ອງກັນອາດຊະຍາກໍາ ແມ່ນມີຄວາມສໍາຄັນເຊັ່ນດຽວກັນ.”
ທ່ານ ໄຊສີ ສັນຕິວົງ ໄດ້ມີຄໍາເຫັນວ່າ: ການສ້າງປຶ້ມປະມວນກົດໝາຍອາຍາດັ່ງກ່າວນີ້ ເພື່ອການປັບປຸງກົດໝາຍອາຍາ ປີ 2005 ແລະ ກົດໝາຍສະບັບອື່ນໆທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ລວມທັງສົນທິສັນຍາສາກົນ ທີ່ລາວເປັນພາຄີ ພ້ອມທັງກຳນົດການກະທຳຜິດໃໝ່, ເຊິ່ງການປະມວນກົດໝາຍອາຍາປະກອບມີ 3 ພາກຄື: ພາກທົ່ວໄປ, ພາກສະເພາະ ແລະ ບົດບັນຍັດສຸດທ້າຍເຊິ່ງລວມມີ 425 ມາດຕາ. ໂດຍອີງຕາມມາດຕາ 80 ຂອງກົດໝາຍວ່າດ້ວຍການສ້າງນິຕິກຳ, ປະມວນກົດໝາຍອາຍາໄດ້ຖືກຈັດພິມລົງໃນຈົດໝາຍເຫດທາງລັດຖະການລະບົບເອເລັກໂຕຣນິກໃນວັນທີ 17 ຕຸລາ 2018 ແລະ ມີຜົນສັກສິດນັບແຕ່ວັນທີ 1 ພະຈິກ 2018 ເປັນຕົ້ນໄປ.