ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ

ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ - DSC 8642 - ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ
ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ - kitchen vibe - ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ

​ໃນ​ວັນ​ທ​ີ 13 ກັນ​ຍານີ້ ສະ​ຖານ​ທູດ​ມາ​ເລ​ເຊຍປະ​ຈຳ​ລາວ ໄດ້​ຈັດ​ງານ​ລ້ຽງສະ​ຫລອງວັນ​ຊາດ​ຂອງ​ຕົນ​ຄົບ​ຮ​ອບ 60 ປີຂຶ້ນ​ທີ່​ນະ​ຄອນ​ຫລວງວຽງ​ຈັນ ພາຍ​ໃຕ້ຄຳຂວັນທີ່ວ່າ: “ ຮັກປະເທດມາເລເຊຍຂອງຂ້ອຍ ມາເລເຊຍຂາວສະອາດ”  ເປັນຄຳຂວັນທີ່ເນັ້ນເຖິງຄວາມສຳຄັນຂອງຄວາມສາມັກຄີ ແລະ ຄວາມຮັກຊາດ ເພື່ອຄວາມເປັນຢູ່ທີ່ດີ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດ. ນອກນີ້, ຍັງເປັນພາບທີ່ສະແດງໃຫ້ເຫັນເຖິງ ຄວາມມີຄຸນນະທຳ ຂອງຊາວມາເລເຊຍທຸກຄົນ ໂດຍປາສະຈາກການສໍ້ລາດບັງຫລວງ ແລະ ສຳລັບປີນີ້ ເປັນປີຄົບຮອບ 53 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ມາເລເຊຍ, ເຊິ່ງໄດ້ຮັກສາສາຍພົວພັນ ບົນພື້ນຖານຄວາມໄວ້ວາງໃຈ, ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ນອກຈາກສົ່ງເສີມການພົວພັນສອງຝ່າຍ ລະຫວ່າງສອງປະເທດແລ້ວ, ລັດຖະບານ ມາເລເຊຍ ຍັງໄດ້ເນັ້ນໃສ່ການສົ່ງເສີມສາຍພົວພັນ ລະຫວ່າງປະຊາຊົນກັບປະຊາຊົນນຳ​ດ້ວຍ ໂດຍໄດ້ສະແດງອອກໃນ 7 ເດືອນຕົ້ນປີ 2019 ນີ້ ສະຖິຕິຊາວລາວເດີນທາງໄປທ່ອງທ່ຽວ ປະເທດມາເລເຊຍ ຫລາຍກວ່າ 15.800 ເທື່ອຄົນ ເພີ່ມຂຶ້ນ 11,4% ເມື່ອທຽບກັບປີຜ່ານມາ.

ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ - DSC 8642 - ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ

ທ່ານ ທູດມາເລເຊຍ ກ່າວໃນ​ງານ​ສະ​ເຫລີມ​ສະ​ຫລອງວັນ​ປະ​ຫວັດ​ສາດ​ສຳ​ຄັ​ນ​ດັ່ງ​ກ່າວຕື່ມວ່າ: ດ້ານການຄ້າການລົງທຶນຂອງນັກລົງທຶນມາເລເຊຍ ຢູ່ ສປປ ລາວເຫັນວ່າມີການຂະຫຍາຍຕົວສົມຄວນ ຈັດເປັນອັນດັບທີ 4 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ໃນປີ 2018 ຜ່ານມາ ເປັນຕົ້ນໂຄງການໄຟຟ້າພະລັງງານນໍ້າ, ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ການທະນາຄານ ແລະ ການທ່ອງທ່ຽວອື່ນໆ​ຄ​ື: ນັບ​ແຕ່​ປີ2018 ມາ​ເລ​ເຊຍ​ໄດ້​ຊ່ວຍ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ລາວ​ມີ 1.500 ກວ່າ​ຄົນ ແລະ ສະ​ເພາະ​ປີ2019 ນ​ີ້​ມີ 35 ຄົນ ພ​າຍ​ຝ​ໃຕ້​ໂຄງ​ການ​ຮ່ວມມ​ື​ທາງ​ດ້ານ​ວິ​ຊາ​ການ​ຂອ​ງ​ມາ​ເລ​ເຊຍ(MTCP).

ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ - Visit Laos Visit SALANA BOUTIQUE HOTEL - ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ
ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ - 3 - ທູດ​ມາ​ເລ​ຊ​ສະ​ຫລອງວັນ​ຊາດ​ຄົບ​ຮອບ 62 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!