ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​

ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ - 66 3 - ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​
ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ - kitchen vibe - ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​

​ໃນ​ໄລ​ຍະ​ນ້ຳ​ຖ້ວມ 6 ແຂວງ​ພາກ​ກາງ ແລະ​ ພາກ​ໃຕ້ ບໍ​ລິ​ສັດ​ນ້ຳ​ມ​ັນ​ເຊື້ອ​ໄຟ​ລາວ​ໄດ້ສົ່ງທີ​ມງານ​ລົງ​ໄປ​ພາກ​ສະໜາມ ກໍ​ຄື ພື້ນ​ທີ່​​ຖືກ​ນ້ຳ​ຖ້ວມ ​ເພື່ອ​ຈັດ​ສັນ​ເອົາ​ປ້ຳ​ນ້ຳມັນ​ທີ່​ມີ​ຄວາມ​ສະ​ດວກ​ເປັນ​ສູນ​ບໍລິການ​ຈຳ​ໜ່າຍນ້ຳມັນ ສະໜອງ​ໃຫ້​ແກ່​ໜ່ວຍ​ງານຕ່າງໆ​ທີ່​ໄປ​ຊ່ວຍ​ເຫລືອ​ ປະຊາຊົນຜູ້​ໄດ້​ຮັບ​ຜົນ​ກະ ທົບ ​ເພື່ອ​ຫລີກ​ເວັ້ນ​ການສວຍ​ໂອກາດ​ຂຶ້ນ​ລາຄາ​ນ້ຳມັນ ​ໃນ​ໄລຍະ​ເກີດ​ໄພພິບັດໂດຍ​ລຳ​ພັງ.

ຫົວໜ້າ​ຫ້ອງການ ລັດ​ວິ​ສາ​ຫະກິດ ນ້ຳມັນ​ເຊື້ອ​ໄຟ​ລາວ ​ໃຫ້​ຮູ້​ວ່າ: ລັດ​ວິ​ສາ​ຫະກິດ ນ້ຳມັນ​ເຊື້ອ​ໄຟ​ລາວ ​ໃນ​ນາມ​ປະທານ ​ສະມາຄົມນ້ຳມັນ​ເຊື້ອ​ໄຟ ​ແລະ​ ອາຍ​ແກັດລາວ ​ໄດ້​ລະດົມ​ບັນດາ​ສະມາຊິກ​​ພາຍ​ໃນ​ສະມາຄົມ ​ແລະ ພະນັກງານ​ພາຍ​ໃນ​ລັດ​ວິ​ສາ​ຫະກິດ​ນ້ຳມັນ​ເຊື້ອ​ໄຟ​ລາວ ຮ່ວມ​ບໍລິຈາກ​ວັ​ດ​ຖຸ​ປັດ​ໄຈ, ເງິນ​ຄຳ​ຕ່າງໆ​ເພື່ອ ຊ່ວຍ​​​ເຫລືອ​ຜູ້​ປະສົບ​ໄພ ​ໂດຍ​ຜ່ານ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ກໍ​ຄື ຄະນະ​ກຳມະການປ້ອງກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ​ໃນ​ທ້າຍ​ອາທິ​ດຜ່ານ​ມາ, ​ໃນ​ນັ້ນ ສະ​ເພາະ​ລັ​ດວິ​ສາ​ຫະກິດນ້ຳມັນ​ເຊື້ອ​ໄຟລາວ ມີ 170 ລ້ານ​ກີບ ​ແລະ ບັນ​ດາ​ສະມາຊິກສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ​ ອາຍ​ແກັດລາວ 10 ກວ່າ​ພາກສ່ວນ ​ໄດ້​ປະກ​ອບສ່ວນ​ດ້ານ​ວັດຖຸ ​ແລະ ​ເງິນສົດ ລວມມູາຄ່າ 46 ລ້ານ​ກີບ.

ລັດ​ວິ​ສາ​ຫະກິດ ນ້ຳມັນ​ເຊື້ອ​ໄຟ​ລາວ ​​ເປັນ​ວິ​ສາ​ຫະກິດ​ຂອງ​ລັດ ໄດ້​ເລີ່​ມດຳ​ເນີນ​ທຸລະ​ກິດ​ຢ່າງ​ເປັນ​ທາງ​ການ​ໃນ ​ປີ 1989 ເຊິ່ງຕະຫລອ​ດ​ໄລຍະ​​ເກື​ອບ 40 ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ເຫັນ​ວ່າ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ໂດຍ​ສະ​ເພາະ​ແມ່ນ ​ຮັບປະກັນ​ການ​ສະໜອງ​ມ້ຳມັນ​ເຊື້ອ​ໄຟໃນ​ທົ່ວ​ສັງຄົມ​ຢ່າ​ງພຽງພໍ​ ​ແລະ ​ເປັນ​ປົກກະຕິ​. ພ້ອມນີ້,​ ຍັງ​ໄດ້​​ປະກອບ​ສ່ວນທາງ​ດ້ານ​ສິ່ງ​ແວດ​ລ້ອມ, ສັງຄົມ ​ໃຫ້​ກັບ​ພັກ ​ແລະ ລັດຖະບານ ​ໃນ​ທາງ​ກົງ ​ແລະ ທາງ​ອ້ອມ​​ເປັນ​ຢ່າງ​ດີ​ຕະ​ຫລອດ​ມາ.

ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ - 3 - ນ້ຳມັນ​ເຊື້ອ​ໄຟ​ລາວອຳ​ນວຍ​ຄວາມ​ສະ​ດວກສະ​ນອງນ້ຳ​ມັນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!