ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 17 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

- Asean Senior - ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 17 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ
- kitchen vibe - ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 17 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

 

- Asean Senior 300x272 - ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 17 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ
          ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 17 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ທີ່ສປປ ລາວ ເປັນເຈົ້າພາບ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 22-27 ພຶດ ສະພາ ນີ້, ທີ່ນະຄອນຫລວງວຽງຈັນ ເພື່ອທົບທວນຄືນຜົນຂອງການຈັດຕັ້ງປະຕິບັດ ບັນດາແຜນງານໂຄງການ ແລະ ຂໍ້ຕົກລົງຂອງກອງປະຊຸມຄັ້ງຜ່ານມາ. ພ້ອມທັງໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການຕ້ານອາຊະຍາກໍາຂ້າມຊາດ ທີ່ນອນຢູ່ 10 ຂົງເຂດ ຄື: ການຄ້າຂາຍຢາເສບຕິດຜິດກົດໝາຍ, ການກໍ່ການຮ້າຍ, ການຄ້າມະນຸດ, ການລັກລອບຄ້າອາວຸດ, ອາຊະຍາກໍາທາງດ້ານເສດຖະກິດ, ການປອມແປງເອກະສານ ແລະ ເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຄອມພິວເຕີ, ການໂຈລະກໍາທາງທະເລ, ການຄ້າສັດປາ ແລະ ໄມ້ທີ່ຜິດກົດໝາຍ ແລະ ການລັກລອບນໍາຄົນເຂົ້າເມືອງທີ່ຜິດກົດໝາຍ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ທ່ານ ພົນຈັດຕະວາ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະ ຫງົບ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 17 ຂອງ ສປປ ລາວ ແຈ້ງໃຫ້ຮູ້ຜົນຂອງກອງປະຊຸມ ດັ່ງກ່າວວ່າ: ກອງປະຊຸມຍ່ອຍດ້ວຍກັນ ເຊິ່ງແຕ່ລະກອງປະຊຸມແມ່ນໄດ້ດໍາເນີນໄປຕາມວາລະ ແລະ ມີເນື້ອໃນຄົບຖ້ວນ, ໂດຍໄດ້ຮັບຮອງເອົາແຜນງານ, ໂຄງການ ແລະ ວິທີການຈັດຕັ້ງປະຕິບັດວຽກງານ ຕ້ານອາຊະຍາກໍາຂ້າມຊາດໃນປີຕໍ່ໄປ. ພ້ອມກັນນັ້ນ, ຍັງໄດ້ມີການປຶກສາຫາລືເປັນເອກະພາບຫລາຍບັນຫາ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 11 ເຊິ່ງຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017 ນີ້ ທີ່ປະເທດຟິລິບປິ່ນ. ນອກນັ້ນ, ຍັງໄດ້ປະກອບສ່ວນສ້າງຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຫລາຍຂຶ້ນ ມີການແລກປ່ຽນບົດຮຽນນໍາກັນ ລະຫວ່າງບັນດາປະເທດສະມາຊິກອາຊຽນດ້ວຍກັນ ແລະ ລະຫວ່າງອາຊຽນ ກັບ ບັນດາປະເທດປະເທດຄູ່ເຈລະຈາ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮ່ວມມືຕ້ານອາຊະຍາກໍາຂ້າມຊາດ ເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແນໃສ່ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະ ຊາຊົນໃຫ້ດີຂຶ້ນ.

- 5 - ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດຄັ້ງທີ 17 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!