ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 33 1 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - kitchen vibe - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ຫງວຽນ ຊວັນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ, ສະ​ຫາຍ ທອ​ງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ພ້ອມດ້ວຍ​ພັນ​ລະ​ຍາ ແລະ ​ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນ​ທາງ​ໄປຢ້ຽມ​ຢາມ​ຢ່າ​ງ​ເປັນ​ທາງ​ການ,ທີ່​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ,ໃນລະຫວ່າງ​ວັນ​ທີ 01-03 ຕຸລາ 2019, ເພື່ອ​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ລາວ-ຫວຽດ​ນາມ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 2eba7ef5 17f0 4818 985b 95cbcea164a4 1024x682 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ

ໃນວັນທີ 1 ຕຸລາ  ແລະໄດ້ມີພິທີຕ້ອນຮັບຢ່າງເປັນທາງການແລະ ສົມ​ກຽດ ທີ່ສຳນັກງານປະທານປະເທດ ໂດຍ​ມີສະ​ຫາຍ ຫງວຽນ ຊວັນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສສ. ຫວຽດນາມ. ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການກໍໄດ້ດຳເນີນການພົບປະສອງຝ່າຍ ທີ່ ຫ້ອງວ່າການລັດຖະບານ. ໂດຍສະຫາຍນາ​ຍົກ​ລັດ​ຖະ​ມົນ​ຕີທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ຊຶ່ງເປັນການຢ້ຽມຢາມສສ. ຫວຽດນາມ ຢ່າງເປັນທາງການຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍຄວາມສໍາຄັນທີ່ສຸດ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຢ່າງແທ້ຈິງ. ສະຫາຍ ນາຍົກລັດຖະມົນຕີທອງລຸນ ສີສຸລິດ ໄດ້ຕີລາຄາສູງແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ,ຮອບດ້ານແລະ ມີຄວາມໝາຍປະຫວັດສາດ​​ໃນດ້ານຕ່າງໆທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້​​ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ ເຮັດໃຫ້ທົ່ວປະເທດໄດ້ມີສະຖຽນລະພາບທາງດ້ານການເມືອງ,ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂື້ນເປັນກ້າວໆ,ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂື້ນ ໃນເວທີພາກພື້ນແລະສາກົນ.ພິເສດ ໃນປີ 2020 ນີ້,ສສ. ຫວຽດນາມ ກໍຈະໄດ້ເປັນປະທານອາຊຽນ ແລະ ເປັນປະທານໄອປາ ອີກດ້ວຍ.ນອກຈາກນີ້, ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ເອກະສານຮ່ວມມືສອງຝ່າຍກໍຄືການຕົກລົງຂອງການນຳຂັ້ນສູງຂອງສອງປະເທດໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ,​ ການລົງທຶນ, ພະລັງງານ ແລະ ແຮ່ທາດ, ໂຍທາທິການ ແລະ ຂົນສົ່ງ;ການຮ່ວມມືດ້ານການເງິນ, ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 5fa20403 e928 46d4 bd25 a246226bc944 1024x682 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ

ໃນໂອກາດຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງສອງໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍຈຳນວນ 8ສະບັບ ຄື:

1.) ອະນຸສັນຍາວ່າດ້ວຍ ການດັດແກ້ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ;

2.) ຂໍ້ຕົກລົງ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ວ່າດ້ວຍການສ້າງຍຸດທະສາດການຮ່ວມມື ເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ ເຕັກໂນໂລຊີ ລະຫວ່າງ ລາວ – ຫວຽດນາມ ໄລຍະ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມື ໄລຍະ 5 ປີ ( 2021-2025);

3.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມກ່ຽວກັບການສະໜອງເງິນກູ້ ໃຫ້ໂຄງການລົງທຶນກໍ່ສ້າງເສັ້ນທາງ ແຕ່ພູທິດເຜີ້ງ, ແຂວງຫຼວງພະບາງ, ລາວ ຫາ ຊາຍແດນ ນາຊອນ ໃຫ້ເມືອງ ດ້ຽນບຽນດົງ, ແຂວງດ້ຽນບຽນ, ຫວຽດນາມ;

4.) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ຫວຽດ ນາມ ວ່າດ້ວຍການຮ່ວມມືເຄື່ອນໄຫວຈຸດສຸມດ້ານທະນາຄານ ໄລຍະ 2019-2024.

5.) ແຜນການ ສ້າງແຜນຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ.

6.) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ລາວ ແລະ ກະຊວງອຸດສາຫະ ກຳການຄ້າຫວຽດນາມ ວ່າດ້ວຍການຮ່ວມມືຊຸກຍູ້ ຊື້-ຂາຍ ໄຟ ພະລັງງານລົມ;

7.) ມອບຮັບໃບຢັ້ງຢືນນຳເຂົ້າໄຟຟ້າຈາກ ເຂື່ອນ ນໍ້າກົງ 2,3 ນໍ້າອີມູນ ແລະ ນໍ່້າອາງ ຂອງບໍລິສັດຈະເລີນເຊກອງ ລາວ ແລະ ບໍລິສັດຫຸ້ນສ່ວນໂຊງດາ 5 ຫວຽດນາມ;

8.) ບົດບັນທຶກຄວາມເຂົ້າໃຈລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ແລະ ບໍລິສັດ ຫຸ້ນສ່ວນເດີນອາກາດຫວຽດແຈັດ (Viet Jet) ວ່າດ້ວຍການຮ່ວມມືພັດທະນາການບິນພົນລະເຮືອນ; ແລະ ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ.

************************************

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 4 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 3 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ - 5 - ນາຍົກລັດຖະມົນຕີ ແຫ່ງ ສປປ ລາວຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ