ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ

ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ - 224974 - ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ
ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ - kitchen vibe - ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ

ຮຽບຮຽງໂດຍ: ລູກເມືອງພວນ

ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃນຕອນເຊົ້າວັນທີ 3 ຕຸລານີ້ໃຫ້ຮູ້ວ່າ: ກ່ອນໜ້ານີ້ ທາງການຂອງລັດຖະບານຫວຽດນາມໄດ້ອອກແຈ້ງການເຕືອນປະຊາຊົນໃຫ້ຫຼີກລ່ຽງ ເຮັດກິດຈະກຳໃນກາງແຈ້ງ ເນື່ອງຈາກດັດສະນີສະພາບອາກາດຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ ແຕ່ສອງສາມວັນຜ່ານມານີ້ ຍັງມີປະຊາຊົນຈຳນວນບໍ່ໜ້ອຍອອກມາເຮັດກິດຈະກຳໃນກາງແຈ້ງ ແລະ ສ່ວນໃຫ່ຍບໍ່ໄດ້ໃສ່ໜ້າກາກອະນາໄມປ້ອງກັນຄວັນພິດ. ຂະນະນີ້ ຢູ່ສອງເມືອງໃຫ່ຍຂອງຫວຽດນາມເຊັ່ນ: ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຝຸ່ນລະອອງ MP 2.5 ທີ່ເປັນອັນຕະລາຍຕໍ່ສຸຂະພາບໄດ້ເພີ່ມຂຶ້ນເລື້ອຍໆ ຕັ້ງແຕ່ເດືອນທີ່ແລ້ວເປັນຕົ້ນມາ. ລັດຖະບານ ກ່າງວ່າສາເຫດພາໃຫ້ເກີດພາວະອາກາດເປັນິດແມ່ນເນື່ອງມາຈາກການເຜົາປ່າ ແລະ ຂີ້ເຫຍື້ອຂອງປະຊາຊົນຫຼັງເກັບກ່ຽວເພື່ອຕຽມການຜະລິດຄັ້ງໃໝ່ ລວມທັງການຈູດຖ່ານຫີນທີ່ຍັງໃຊ້ກັນຢ່າງແຜ່ຫຼາຍສຳລັບການຜະລິດກະແສໄຟຟ້າໃນປະເທດ.

ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ - 224974 - ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ
(ພາບປະກອບ)

ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ - 4 - ຫວຽດນາມປະເຊີນກັບຝຸ່ນລະອອງຢ່າງໜັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!