ວຸດທິສະພາແມັກຊິກໂກຕຽມລົງມະຕິໃຫ້ກັນຊາເປັນສິ່ງຖືກກົດໝາຍ


ຮຽບຮຽງໂດຍ: ລູກເມືອງພວນ
ອີງຕາມຂ່າວຕ່າງປະເທດໃຫ້ຮູ້ໃນວັນທີ 16 ຕຸລານີ້ວ່າ: ການເຄື່ອນໄຫວ ດັ່ງກ່າວມີຂຶ້ນພາຍຫຼັງປະທານາທິບໍດີ Andrés Manuel López Obrador ຜູ້ນຳແມັກຊິກໂກທີ່ເຂົ້າມາດຳລົງຕຳແໜ່ງໃນ ເມື່ອປາຍປີທີ່ແລ້ວປະກາດໃຫ້ຄວາມສຳຄັນກັບການແກ້ໄຂບັນຫາຄວາມຮຸນແຮງຈາກຢາເສບຕິດ ແລະ ເປີດກວ້າງຕໍ່ການໃຊ້ ກັນຊາ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍຄວາມປອດໄພທີ່ຂະຫຍາຍວົງກວ້າງຂຶ້ນ ເລື້ອຍໆ ໂດຍທ່ານ ວິກຄາ ໂດ ວັນເວວ ຫົວໜ້າພັກ ຂອງປະທານາທິບໍດີ López Obrador ໄດ້ປະກາດຄາດການວ່າ: ການລົງມະຕິຂອງກອງປະຊຸມວຸດທິສະພາແມັກຊິກໂກ ໃນເລື່ອງນີ້ອາດຈະມີຂຶ້ນໃນອາທິດນີ້ ຫຼື ອາທິດໜ້າ ຖ້າຫາກໄດ້ຮັບການອະນຸ ມັດຈາກວຸດທິສະພາຮ່າງກົດໝາຍສະບັບນີ້ຈະຖືກສົ່ງຕໍ່ໄປຍັງຜູ້ແທນລາດ ຊະດອນທີ່ມີພັກ ໂມເຣນາຄອງສ່ຽງສ່ວນຫຼາຍລົງ ມະຕິຕໍ່ໄປ. ຫຼາຍປີທີ່ແລ້ວສານສູງຂອງແມັກຊິກໂກ ມີຄຳສັ່ງໃຫ້ສະພາແມັກຊິກໂກດຳເນີນການເລື່ອງ ຮ່າງກົດໝາຍກັນຊາໃຫ້ ສຳເລັດພາຍໃນວັນທີ 24 ຕຸລາ 2019 ຫຼັງຈາກທີ່ ສານສູງມີຄຳຕັດສິນວ່າ: ການຫ້າມໃຊ້ກັນຊາ ເພື່ອ ການພັກຜ່ອນຢ່ອນໃຈເປັນການລະເມີດລັດຖະທຳມະນູນຂອງປະເທດ.

