ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ - 11 24 - ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ
ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ - kitchen vibe - ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ຂປລ.ອົງການອາຫານໂລກ ແຫ່ງສະຫະປະຊາຊາດ(WFP) ໄດ້ສະໜັບສະໜູນດ້ານ ໂລຈິສຕິກ(ສາງຄ່ຽນຖ່າຍເຄື່ອນທີ່) ຢູ່ 6 ແຂວງ ຢູ່ພາກກາງ ແລະ ພາກໃຕ້ ເພື່ອໃຫ້ແກ່ລັດຖະບານລາວ ນຳໃຊ້ໃນການຂົນສົ່ງ-ເກັບມ້ຽນ ເຂົ້າສານສຸກເສີນຈຳນວນ 500 ກວ່າໂຕນ ທີ່ລັດຖະບານ ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອຜ່ານທາງ APTERR ຫລື ການສະຫງວນເຂົ້າສານ ເພື່ອໃຊ້ໃນຍາມສຸກເສີນຂອງອາຊຽນ ບວກສາມ. ປັດຈຸບັນ ເຂົ້າສຸກເສີນດັ່ງກ່າວ, ພວມທະຍອຍນຳໄປແຈກຢາຍໃຫ້ກັບປະຊາ ຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ; ໃນຂະນະທີ່ການແຈກຢາຍເຂົ້າສຸກເສີນ ແມ່ນດຳເນີນໄປຢ່າງເປັບລະບົບ ເພື່ອຮັບປະກັນວ່າເຂົ້າທັງໝົດຈະໄປຮອດມືຜູ້ທີ່ໄດ້ຮັບຜົນກະທົົບຢ່າງທົ່ວເຖິງ ຕາມໄລຍະເວລາທີ່ກຳນົດ.

ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ - 74453233 1144163149120797 4307921256667152384 o 1 - ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າ ອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: APTERR ແມ່ນເປັນກົນໄກໜຶ່ງທີ່ສຳຄັນ ໃນການຮັບຮອງຄວາມຕ້ອງການຮີບດ່ວນຂອງປະຊາຊົນ ຜູ້ຖືກຜົນກະທົບ ທີ່ຈະໄດ້ຮັບການຊ່ວຍເຫລືອຕາມເວລາທີ່ກຳນົດ; ອົງການອາຫານໂລກ ແມ່ນໄດ້ເຮັດວຽກຢ່າງຫ້າວຫັນໃນການປະສານງານກັບທາງລັດຖະບານລາວ ເພື່ອສົ່ງມອບເຂົ້າສຸກເສີນ ທີ່ລັດຖະບານ ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອ ແກ່ບັນດາຜູ້ທີ່ມີຄວາມຕ້ອງການຢ່າງຮີບດ່ວນ. ພ້ອມທັງໄດ້ພະຍາຍາມໃນການເສີມສ້າງ ຂີດຄວາມອາດສາມາດແຫ່ງຊາດ ເພື່ອເພີ່ມການກຽມພ້ອມ ແລະ ໂຕ້ຕອບໄພພິບັດສຸກເສີນ.

ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ - Visit Laos Visit SALANA BOUTIQUE HOTEL - ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ

ທ່ານ ຢານ ເດວບາເຣີ ບອກຕື່ມວ່າ: ສຳລັບບັນດາກິດຈະກຳອື່ນໆທີ່ພວກເຮົາກຳລັງດຳເນີນໃນປັດຈຸບັນ ແມ່ນໄດ້ສຸມໃສ່ການຝຶກອົບຮົມໃຫ້ກັບໜ່ວຍງານໃນຂອບເຂດທົ່ວປະເທດ ກ່ຽວກັບການນຳໃຊ້ ແລະ ຄຸ້ມຄອງສາງເຄື່ອນທີ່ ເຊິ່ງເປັນສາງທີ່ສາມາດບັນຈຸ, ເກັບມ້ຽນສະບຽງອາຫານ ແລະ ສິ່ງຂອງບັນເທົາທຸກ, ທັງສາມາດໃຊ້ເປັນທີ່ພັກສຸກເສີນໃນເວລາຈຳເປັນອີກດ້ວຍ.

ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ - 5 - ລັດຖະບານລາວ ເລັ່ງຈັດສົ່ງເຂົ້າສານໄປຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!