ໂຣນັລໂດ້ ຢືນຢັນຊັດເຈນ ຕອນນີ້ຍັງບໍ່ຄິດລາອາຊີບ


ແຟນບານ ຢູເວນຕຸສ ສະບາຍໃຈໄດ້ ຄຣິສເຕຍໂນ ໂຣນັລໂດ້ ຢືນຢັນຊັດເຈນບໍ່ຄິດລາອາຊີບໃນອະນາຄົດອັນໃກ້ນີ້, ເຖິງວ່າເຄີຍກ່າວໄວ້ວ່າ ບໍ່ຮູ້ຈະເກີດຫຍັງຂຶ້ນໃນອະນາຄົດກໍຕາມ.
ຄຣິສເຕຍໂນ ໂຣນັລໂດ້ ດາວເຕະຊຸບເປີສະຕາຂອງ ຢູເວນຕຸສ ມະຫາອຳນາດບານເຕະແຫ່ງ ກັລໂຊ ເຊເຣຍ ອາ ອິຕາລີ ອອກມາຢືນຢັນວ່າ: ລາວຍັງບໍ່ມີຄວາມຄິດທີ່ຈະລາອາຊີບຫລິ້ນເຕະບານໃນ ອະນາຄົດອັນໃກ້ ເຖິງວ່າປັດຈຸບັນລາວຈະມີອາຍຸ 34 ປີ ແລ້ວກໍຕາມ ໂດຍລະບຸວ່າ ເລື່ອງອາຍຸນັ້ນເປັນພຽງຕົວເລກ ຫລັງຈາກກ່ອນໜ້ານີ້ ລາວສ້າງຄວາມກັງວົນໃຈໃຫ້ບັນດາແຟນບານ ຢູເວນຕຸສ ດ້ວຍການບອກວ່າເລີ່ມເຫັນຕົນເອງເຮັດແນວອື່ນທີ່ບໍ່ແມ່ນເລື່ອງຂອງບານເຕະຫລາຍຂຶ້ນ ແລະ ຍັງບອກວ່າ ບໍ່ແນ່ໃຈວ່າມັນຈະເກີດຫຍັງຂຶ້ນໃນໄລຍະ 1-2 ປີຕໍ່ໜ້ານຳອີກ.
ດາວເຕະທີມຊາດປັອກຕຸຍການ ເຊິ່ງລົງຫລິ້ນໃຫ້ ຢູເວນຕຸສ ເປັນລະດູການທີ 2 ໃນສັນຍາ 4 ປີ ຫລັງຍ້າຍຈາກ ຣີລ ມາດຣິດ ມາຮ່ວມທີມໃນປີ 2018 ກ່າວວ່າ: “ອາຍຸມັນເປັນພຽງຕົວເລກ ມັນບໍ່ໄດ້ໝາຍຄວາມວ່າຖ້າອາຍຸ 34, 35 ຫລື 36 ປີ ແລ້ວອາຊີບນັກເຕະບານຂອງເຈົ້າຈະຕ້ອງຈົບລົງສະ ເໝີໄປ, ຂ້ອຍສະແດງໃຫ້ເຫັນແລ້ວຈາກຜົນງານໃນສະໜາມ ດ້ວຍວິທີການຫລິ້ນ ແລະ ວິທີທີ່ຂ້ອຍເຮັດເພື່ອໃຫ້ຕົນເອງຍັງຮູ້ສຶກມ່ວນ ຮູ້ສຶກມີຄວາມແຫລມຄົມ ແລະ ຄິດຮອດເລື່ອງເກມການແຂ່ງຂັນ ລວມທັງມີຄວາມເປັນຜູ້ໃຫຍ່ຫລາຍຂຶ້ນ. ສິ່ງເຫລົ່ານີ້ຄືສິ່ງທີ່ສ້າງຄວາມແຕກຕ່າງ.