ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ

ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - post - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ
ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - kitchen vibe - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ

ທ່ານ ນາງ ​ເພື່ອນ​ແສງ ​ໄຊ​ນາ​ຄຳ  ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ ນ້ຳປະປາ​ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ຫລາຍ​ເຂດ ຢູ່ ນະຄອນຫລວງ​ວຽງຈັນ ​ໂດຍ​ສະ​ເພາະ​ແມ່ນ ​ເຂດ​ເມືອງ ​ໄຊ​ທານີ, ​ໄຊ​ເສດ​ຖາ ຈັນທະ​ບູລີ ​ໄດ້​ຮັບ​ຜົນ​ກະທົບຈາກ​ນ້ຳປະປາ​ບໍ່ມາ ຫລື ມາ​ກໍ​ບໍ່ພຽງພໍ, ພາຍຫລັງ ໂຮງງານ​ຜະລິດນ້ຳປະປາ​ດົງໝາກຄາຍ ບໍ່ສາມາດ​ຜະລິດ​ນ້ຳປະປາ​ໄດ້ ຍ້ອນ​ສະພາບ​ນ້ຳງື່ມ​ແຫ້ງ​ຜິດ​ປົກກະຕິ, ຊຶ່ງ​ເລີ່​ມ​ແຕ່​ວັນ​ທີ 20 ຕຸລາ ​ເປັນ​ຕົ້ນ​ມາ ​ແລະ ປັດຈຸບັນ​ພວມ​ເລັ່ງ​ແກ້​ໄຂດ້ວຍ​ການຕິດ​ຕັ້ງ​ຈັກສູບນ້ຳ​ເພີ່ມ​ໃນ​ປະລິມານ 20 ພັນ​ແມັດ​ກ້ອນຕໍ່ມື້, ​ເພື່ອ​ໃຫ້​ສະໜອງນ້ຳ​​ເປັນປົກກະຕິ.

    ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ ນ້ຳປະປາ​ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ ສະພາບ​ນ້ຳງື່ມ​ໄດ້​ບົກ​ແຫ້ງ​ລົງ​ຜິດ​ປົກກະຕິ ​ແລະ ຫລຸດ​ຈາກ ປາກ​ທໍ່ດູດ​ນ້ຳ, ຈົນ​ເຮັດ​ໃຫ້​ໂຮງງານ​ນ້ຳປະປາ​ທ່າ​ງ່ອນ ບ້ານ ພູ​ຄຳ ​ເມືອງ ​ໄຊ​ທານີ ບໍ່ສາມາດ​ສູບ​ນໍ້າຂຶ້ນມາ​​ຜະລິດ​ໄດ້ ແລະ ສົ່ງ​ຕໍ່ໃຫ້ ໂຮງງານ ນ້ຳປະປາ​ດົງໝາກຄາຍ​ ທີ່​ມີ​ກຳລັງ​ການຜະລິດ​ນໍ້າ​ແຕ່​ລະມື້​ຫລາຍ​ກ່ວາ 80 ພັນ​ແມັດ​ກ້ອນ, ກໍ​ບໍ່ສາມາດ​ຜະລິດ​ໄດ້ ຈຶ່ງ ​ເຮັດ​ໃຫ້​ສັງຄົມ​ໄດ້​ຮັບ​ຜົນ​ກະທົບ. ຕໍ່ສະພາບ​ດັ່ງກ່າວ, ກໍ​ໄດ້​ເລັ່ງ​ແກ້​ໄຂ​ໃຫ້​ທ່ວງທັນ ​ແລະ ຄາດ​ວ່າ ຈະ​ຕິດ​ຕັ້ງ​ຈັກສູບນ້ຳ​ໃຫ້​ສຳ​ເລັດ​ພາຍ​ໃນ 3 ວັນຂ້າງໜ້ານີ້, ​ເພື່ອ​ຮັບປະກັນ​ໃນ​ການ​ຊົມ​ໃຊ້​ນ້ຳທົ່ວ​ເຖິງ ​ແລະ ພຽງພໍ

ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - Visit Laos Visit SALANA BOUTIQUE HOTEL - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ
ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - Visit Laos Visit SALANA BOUTIQUE HOTEL - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ

    ​​ແລະ ໃນ​ວັນ​ທີ 22 ຕຸລາ ນີ້, ຄະນະ​ອຳນວຍ​ການ​ລັດ​ວິ​ສາ​ຫະກິດ​ນ້ຳປະປາ ນະຄອນຫລວງ​ວຽງຈັນ ​ໄດ້​ລົງ​ຕິດຕາມ​ສະພາບ​ນ້ຳງື່ມ ຢູ່​ໂຮງງານ​ນ້ຳປະປາ​ທ່າ​ງ່ອນ, ໄດ້​ຕີ​ລາຄາ​ວ່າ: ສະພາບ​ນ້ຳງື່ມ​ແຫ້ງ​ເທື່ອນີ້ ​ເກີດ​ຈາກ​ໄພ​ທຳ​ມະ​ຊາດຄື ສະພາບ​ຝົນຕົກ​ຂາດ​ໄລຍະ ​ແລະ ປັດຈຸບັນ ການ​ຊົມ​ໃຊ້​ນ້ຳປະປາ ຢູ່ ນະຄອນຫລວງ​ວຽງຈັນ ມີ​ຫລາຍ​ກ່ວາ 2 ​ແສນ​​ແມັດ​ກ້ອນ​ຕໍ່ມື້, ຊຶ່ງ​ໂຮງງານ​ຜະລິດ​ນ້ຳປະປາ ຢູ່ ນະຄອນຫລວງ​ວຽງຈັນ ມີ​ພຽງ 7 ​ແຫ່ງ, ພ້ອມ​ນັ້ນ ຈັກສູບນ້ຳບາງ​ໂຮງງານ ກໍ​ເປ່​ເພ ຈຶ່ງ​ເຮັດ​ໃຫ້ການ​ຜະລິດ​ນ້ຳປະປາ ບໍ່​ໄດ້​ທ່ວງທັນ, ຈຶ່ງ​ຮຽກຮ້ອງ​ໃຫ້​ສັງຄົມ ​ໃຊ້​ນ້ຳຢ່າງ​ປະ​ຫຍັດ, ພ້ອມ​ທັງ​ກະກຽມພາຊະນະ​ເພື່ອ​ໂຕ່ງ​ນ້ຳ​ໃຊ້​ໃນ​ໄລຍະ​ນີ້.

ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - 5 - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ
ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - 3 - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ
ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ - 4 - ຫລາຍເຂດຂອງນະຄອນຫລວງວຽງຈັນ ພົບວິກິດນ້ຳປະປາບໍ່ມາ