ກໍ່ສ້າງສູນການສຶກສາ ແລະ ບໍລິການສຸຂະພາບທັນສະໄໝໃນເຂດເສດຖະກິດບໍ່ເຕ່ນ
ພິທີວາງສີລາລືກກໍ່ສ້າງອາຄານສູນການສຶກສາ ແລະ ບໍລິການສຸຂະພາບທັນສະໄໝ ໃນເຂດເສດຖະກິດພິເສດບໍ່ເຕ່ນແດນງາມແຂວງຫລວງນໍ້າທາ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຮອງເຈົ້າແຂວງ 4 ແຂວງພາກເໜືອ, ມີຄະນະບໍລິຫານເຂດເສດຖະກິດດັ່ງກ່າວ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ທ່ານ ເຊິງ ຈິງ ເຊິນ ຮອງປະທານຄະນະບໍລິຫານເຂດເສດຖະກິດດັ່ງກ່າວ ໃຫ້ຮູ້ວ່າ: ຕາມແຜນແມ່ບົດການພັດທະນາຂອງເຂດເສດຖະກິດພິເສດບໍ່ເຕ່ນແດນງາມໄດ້ກຳນົດ 4 ເຂດ ຫລື 4 ກິດຈະການໃຫຍ່, ໃນນັ້ນເຂດການສຶກສາ ແລະ ເຂດບໍລິການສຸຂະພາບ ແມ່ນໜຶ່ງໃນກິດຈະການທີ່ໄດ້ກໍານົດໄວ້, ໂດຍຈະກໍ່ສ້າງໂຮງຮຽນນັບແຕ່ລະດັບຊັ້ນອະນຸບານ, ປະຖົມ, ມັດທະຍົມ ຈົນໄປຮອດລະດັບວິທະຍາໄລໃນສາຂາວິຊາຊີບຕ່າງໆ ເພື່ອກາຍເປັນສູນກາງການຮຽນຮູ້, ແລກປ່ຽນວັດທະນະທໍາ ແລະ ການຮ່ວມມືລະຫວ່າງລາວ-ຈີນ.
ສຳລັບການບໍລິການສຸຂະພາບແມ່ນກໍ່ສ້າງໂຮງໝໍປິ່ນປົວສຸຂະພາບຄົບວົງຈອນ ເພື່ອບໍລິການປິ່ນປົວສຸຂະພາບໃຫ້ປະຊາຊົນທົ່ວໄປ, ໂດຍມີໂຮງໝໍທີ່ມີຊື່ສຽງຈາກ ສປ ຈີນ ແລະ ປະເທດອື່ນໆໄດ້ໃຫ້ຄວາມສົນໃຈມາລົງທຶນຢູ່ເຂດເສດຖະກິດແຫ່ງນີ້ແລ້ວ, ໂດຍຈະນຳອຸປະກອນການແພດທີ່ທັນສະໄໝເຂົ້າມາ ບໍລິການປິ່ນປົວ, ລວມທັງການຄົ້ນຄວ້າວິໄຈຜະລິດຕະພັນຢາທີ່ີມີຄຸນນະພາບ.

ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນມີຄໍາເຫັນວ່າ: ຫາກໂຄງການນີ້ກໍ່ສ້າງສຳເລັດ ປະເທດເຮົາກໍຈະມີສະຖານທີ່ປິ່ນປົວສຸຂະພາບ ແລະ ສະຖາບັນການສຶກສາທີ່ມີຄຸນນະພາບທຽບເທົ່າພາກພື້ນ ແລະ ສາກົນ.
ສຳລັບເຂດເສດຖະກິດພິເສດບໍ່ເຕ່ນແດນງາມ, ປັດຈຸບັນກຳລັງບຸກເບີກ ແລະ ປັບໜ້າດິນ ເພື່ອກໍ່ສ້າງໂຄງລ່າງພື້ນຖານຕ່າງໆ, ໂດຍການພັດທະນາເຂດດັ່ງກ່າວໃຫ້ເປັນນິຄົມອຸດສາຫະກຳ ແລະ ໂລຈິສຕິກ, ເຂດການຄ້າ-ການເງິນສາກົນ, ເຂດການສຶກສາ-ບໍລິການສຸຂະພາບ ແລະ ການທ່ອງທ່ຽວ ແລະ ກາຍເປັນຕົວເມືອງທີ່ທັນສະໄໝໃນອານາຄົດ.