ໄຟໄໝ້ລົດໂດຍສານຢູ່ບ້ານນາລ້ອມ ຍ້ອນລູກກະໂພກໃນລົດແຕກ


ທ່ານ ພັນຕີ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕຳຫລວດສືບສວນ-ສອບສວນ ຄະດີອາຍາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ກ່ອນເກີດເຫດເວລາປະມານ 18:00 ໂມງຂອງວັນທີ 28 ພຶດສະພານີ້, ລົດໂດຍສານໝາຍເລກທະບຽນ ບຂ 5762 ກຳແພງນະຄອນ, ໄດ້ນຳສົ່ງຜູ້ໂດຍສານຢູ່ຄິວລົດສາຍໃຕ້ຕາມປົກກະຕິ ແລ້ວກໍກັບເຂົ້າເຮືອນ, ຢູ່ບ້ານນາລ້ອມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ຈາກນັ້ນ ທ້າວ ໂງ ສີ ຢາງ (Ngo Sy Giang) ອາຍຸ 28 ປີ (ຄົນຂັບລົດດັ່ງກ່າວ), ນຳເອົາບັ້ງອົກຊີມາຈອດຕຽງນອນພາຍໃນລົດ ເພື່ອສ້ອມແປງຈຸດເປ່ເພ, ພ້ອມທັງມີຍາດພີ່ນ້ອງອີກ 3 ຄົນມາອະນາໄມພາຍໃນລົດຕາມປົກກະຕິ, ເມື່ອເວລາຜ່ານໄປບໍ່ດົນ ໄດ້ເຮັດໃຫ້ມີປະກາຍໄຟເກີດຂຶ້ນຢູ່ຈຸດສ້ອມແປງດັ່ງກ່າວແລ້ວແປວໄຟລາມໄປຫາລູກກະໂພກຂະ ໜາດໃຫຍ່ຈຳນວນໜຶ່ງຢູ່ພາຍໃນລົດເກີດລະເບີດຂຶ້ນຢ່າງຮຸນແຮງ ແລະ ຕໍ່ເນື່ອງກັນ, ສົ່ງຜົນໃຫ້ທ້າວ ໂງ ສີຢາງ ເສຍຊີວິດຄາທີ່ ແລະ ອີກ 3 ຄົນທີ່ອະນາໄມຢູ່ນັ້ນໄດ້ຮັບບາດເຈັບສົມຄວນ, ນອກນີ້ ສະເກັດຂອງລູຸກກະໂພກ ແລະ ເສດເຫລັກຂອງລົດໂດຍສານ ຟົ້ງກະຈາຍອອກໄປກະທົບໃສ່ເຮືອນທີ່ຢູ່ໄກ້ຄຽງ ຈຳນວນ 10 ກວ່າຫລັງໄດ້ຮັບຄວາມເສຍຫາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການດັ່ງກ່າວ ເກີດຂຶ້ນຍ້ອນຄວາມປະໝາດ, ເລີ້ນເລີ້ຂອງຜູ້ກໍ່ເຫດ, ຊຶ່ງຮູ້ຢູ່ວ່າພາຍໃນລົດມີວັດຖຸໄວໄຟ ແຕ່ຍັງບໍ່ມີສະຕິ ອັນເປັນຕົ້ນເຫດກໍໃຫ້ເກີດຄວາມເສຍຫາຍດັ່ງກ່າວ.