ບໍລິຄຳໄຊ ສ່ັງປິດໂຮງງານປຸ່ງແຕ່ງໄມ້ 23 ແຫ່ງທີ່ຂັດຄຳສັ່ງເລກທີ 15/ນຍ


ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍລິຄຳໄຊ ໃຫ້ ຮູ້ວ່າ: ມາຮອດປັດຈຸບັນ, ມີ ໂຮງງານປຸງແຕ່ງໄມ້ 23 ແຫ່ງ ໃນຈໍານວນ 84 ແຫ່ງ ໃນທົ່ວແຂວງ ໄດ້ຖືກສັ່ງປິດ ກິດຈະການຖາວອນແລ້ວ, ຫລັງຈາກເຫັນວ່າມີທີ່ຕັ້ງນອນຢູ່ໃນຂອບເຂດປ່າສະ ຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ, ເຊິ່ງຂັດ ກັບຄໍາສັ່ງເລກທີ 15/ນຍ ວ່າດ້ວຍການ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ພ້ອມນີ້, ຂະແໜງການກ່ຽວ ຂ້ອງຈະສືບຕໍ່ກວດກາ ແລະ ດັດສົມໂຮງງານປຸງແຕ່ງ ໄມ້ອີກຈໍານວນໜຶ່ງເພື່ອໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍພ້ອມ, ເອົາໃຈໃສ່ຕິດຕາມກວດກາ ແລະ ສະກັດກັ້ນການລັກ ລອບຂຸດຄົ້ນໄມ້ ແລະ ການ ເຄື່ອນຍ້າຍໄມ້ຜິດລະບຽບ ແລະ ເຂັ້ມງວດດໍາເນີນ ຄະດີ ຕໍ່ຜູ້ລະເມີດ ເພື່ອປົກປັກຮັກ ສາຊັບພະຍາກອນທໍາມະ ຊາດໃຫ້ອຸດົມສົມບູນ, ເພີ່ມ ອັດຕາການປົກຫຸ້ມຂອງ ປ່າ ໄມ້ໃຫ້ຫລາຍຂຶ້ນ ແລະ ເຮັດໃຫ້ສະພາບການລັກ ລອບຕັດໄມ້ທໍາລາຍປ່າ ໝົດໄປ.



