ນັກລົງທຶນຕ່າງປະເທດຢາກພັດທະນາຕົວເມືອງທັນສະໄໝຢູ່ແຂວງຫລວງນໍ້າທາ ແລະ ອຸດົມໄຊ.


ໃນກອງປະຊຸມລັດຖະບານປະຈໍາເດືອນຕຸລານີ້, ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຊີ້ນໍາໃຫ້ກະຊວງແຜນການ-ການລົງທຶນສົມທົບກັບທ້ອງຖິ່ນ ເອົາໃຈໃສ່ກວດກາຂໍ້ສະເໜີຕ່າງໆຂອງບໍລິສັດຈາກຕ່າງປະເທດທີ່ຕ້ອງການພັດທະນາຕົວເມືອງທັນສະໄໝ AMATA Smart and Eco City ຢູ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ, ຫລັງຈາກໂຄງການດັ່ງກ່າວໄດ້ຮັບການສຶກສາ-ສຳຫລວດຄວາມເປັນໄປໄດ້ ແລະ ອອກແບບສໍາເລັດແລ້ວ.
ກອງປະຊຸມຕີລາຄາວ່າ: ໂຄງການດັ່ງກ່າວໄດ້ມີການວິເຄາະວິໄຈທາງດ້ານເສດຖະກິດດີສົມຄວນ ແລະ ເຫັນວ່າສອດຄ່ອງກັບທິດທາງລັດຖະບານໃນການສົ່ງເສີມການລົງທຶນ, ການຜະລິດພາຍໃນ ແລະ ການພັດທະນາຕາມແລວທາງລົດໄຟລາວ-ຈີນ, ພ້ອມນັ້ນກໍເຫັນວ່າບໍລິສັດຜູ້ລົງທຶນແມ່ນມີບົດຮຽນ, ມີທຶນຮອນ, ມີຊື່ສຽງ ແລະ ມີປະສົບການຈາກການລົງທຶນຂະໜາດໃຫຍ່ຢູ່ຫລາຍປະເທດມາແລ້ວ ເປັນຕົ້ນ: ຫວຽດນາມ, ມຽນມາ ແລະ ໄທ, ທັງມີຄວາມຕັ້ງໃຈ ແລະ ພະຍາຍາມສູງ, ເຖິງແມ່ນວ່າພື້ນທີ່ດັ່ງກ່າວຈະມີຄວາມຫຍຸ້ງຍາກ, ເປັນພູຜາ, ຍັງບໍ່ທັນມີພື້ນຖານໂຄງລ່າງ ແລະ ການລົງທຶນກໍຈະມີມູນຄ່າສູງ. ດັ່ງນັ້ນ, ຖ້າໂຄງການນີ້ໄດ້ຮັບການຈັດຕັ້ງປະຕິບັດ ກໍຈະເປັນການສະໜັບສະໜູນການນຳໃຊ້ໂຄງການທາງລົດໄຟລາວ-ຈີນໄດ້ເຕັມປະສິດທິຜົນ ແລະ ປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ.
ແຕ່ແນວໃດກໍຕາມ, ເນື່ອງຈາກໂຄງການດັ່ງກ່າວຕິດພັນກັບການສະເໜີຂໍນະໂຍບາຍສົ່ງເສີມການລົງທຶນ ແລະ ການຊົດເຊີຍໃຫ້ຜູ້ໄດ້ຮັບຜົນກະທົບ, ລັດຖະບານ ໄດ້ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ເພື່ອຄົ້ນຄວ້າບັນດາຂໍ້ສະເໜີ ແລະ ເຈລະຈາກັບບໍລິສັດ ເພື່ອໃຫ້ຮັບປະກັນຜົນປະໂຫຍດຂອງຊາດແລະ ປະຊາຊົນ, ຫລີກລ່ຽງຜົນກະທົບຕ່າງໆທີ່ຈະເກີດຂຶ້ນ, ໂດຍສະເພາະຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຈາກນັ້ນ ໃຫ້ມາລາຍງານຜົນການເຈລະຈາເພື່ອໃຫ້ລັດຖະບານພິຈາລະນາຕໍ່ໄປ.