ຄຳມ່ວນ ເປີດຂະບວນການ ຜະລິດລະດູແລ້ງ ທົດແທນຜົນເສຍຫາຍຈາກໄພນໍ້າຖ້ວມ


ພິທີເປີດຂະບວນການຜະລິດລະດູແລ້ງ ເພື່ອທົດແທນຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ແຂວງ ຄໍາມ່ວນ, ຈັດຂຶ້ນໃນວັນທີ 5 ພະຈິກນີ້, ບ້ານແກ້ງແປ ເມືອງ ເຊບັ້ງໄຟ, ໂດຍການເຂົ້າຮ່ວມຂອງທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆດັ່ງກ່າວ ແລະ ມີມ່ວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ ແລະ ຖືໂອກາດນີ້ເປັນການສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ ແລະ ວັນດິນໂລກ 5 ທັນວາ ໃຫ້ມີຄວາມໝາຍ.
ໃນພິທີທ່ານຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກະສິກຳໃນໄລຍະຜ່ານມາວ່າ: ປະເທດເຮົາມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດຫ້ວຍນໍ້າລໍາເຊ, ມີເນື້ອທີ່ກວ້າງຂວາງ ເໝາະສົມແກ່ການປູກຝັງ-ລ້ຽງສັດ, ປະຊາຊົນລາວ 90% ແມ່ນໄດ້ຖືເອົາອາຊີບຜະລິດກະສິກຳເປັນຕົ້ນຕໍ. ສະເພາະແຂວງຄຳມ່ວນ ມີເນື້ອທີ່ ທີ່ສາມາດທຳການຜະລິດ 1 ແສນກວ່າເຮັກຕາ ແລະ ມີແມ່ນໍ້າຫຼາຍສາຍທີ່ອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ປະຈຸບັນທົ່ວແຂວງ ມີໂຄງການຊົນລະປະທານທັງໝົດ 222 ໂຄງການ, ສາມາດຕອບສະໜອງນໍ້າໃຫ້ແກ່ການຜະລິດໃນລະດູຝົນ 19 ພັນເຮັກຕາ ແລະ ລະດູແລ້ງ 11 ພັນເຮັກຕາ, ແຕ່ເຖິງຢ່າງໃດແຂວງກໍຈະຕ້ອງໄດ້ເອົາໃຈໃສ່ປັບປຸງດິນໃຫ້ມີຄຸນນະພາບດີ ສາມາດເຮັດໄດ້ດ້ວຍການໃສ່ຝຸ່ນບົ່ມ, ຝຸ່ນຄອກ, ຝຸ່ນຊີວະພາບ ແລະ ອື່ນໆ ເຊິ່ງຜົນການຄົ້ນຄວ້າວິໃຈຂອງນັກວິທະຍາສາດດິນພົບວ່າ: ການໄຖກົບຕໍເຟືອງຢ່າງຕໍ່ເນື່ອງຊ່ວຍເພີ່ມທາດ ເອນ (ໄນໂຕຼເຈນ) ແລະ ສິລິເກດ ເຊິ່ງລ້ວນແຕ່ເປັນທາດອາຫານຫຼັກຂອງເຂົ້າ-ພືດ, ການໄຖກົບຕໍເຟືອງ 1 ເຮັກຕາ ແມ່ນເທົ່າກັບໃສ່ຝຸ່ນ ສູດ 15-15-15 ຈໍານວນ 1,5 ເປົາ ແລະ ທັງເຮັດໃຫ້ດິນອ່ອນຜຸຜຸ່ຍດີ.
ໃນໂອກາດດັ່ງກ່າວ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄໍາມ່ວນ ກໍ່ໄດ້ຮັບຊົມວິທີການໄຖກົບຕໍເຟືອງ, ສັກຢາກັນພະຍາດໃຫ້ແກ່ສັດ ແລະ ຕອນທ້າຍພິທີກໍ່ໄດ້ຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ເພື່ອຢັ້ງຢືນເຖິງການເປີດຂະບວນການຜະລິດລະດູແລ້ງ ສົກປີ 2019-2020 ຢ່າງເປັນທາງການ.