ປີນີ້ການຜະລິດເຂົ້າຢູ່ປະເທດເຮົາບໍ່ໄດ້ຕາມແຜນ


ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ປີ 2019 ນີ້, ລັດຖະບານວາງຄາດໝາຍການຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ, ແຕ່ຜ່ານການປະຕິບັດຕົວຈິງເຫັນວ່າຈະບັນລຸໄດ້ພຽງ 3,53 ລ້ານໂຕນເທົ່ານັ້ນເທົ່າກັບ 80,22% ຂອງແຜນ
ການ. ໃນນີ້, ຜົນຜະລິດ ເຂົ້ານາແຊງໄດ້ 454.800 ໂຕນ ເທົ່າກັບ 86%, ເຂົ້າໄຮ່ໄດ້ 169.000 ໂຕນເທົ່າກັບ 84,5% ແລະ ເຂົ້ານາປີປະຕິບັດໄດ້ 2,91 ລ້ານໂຕນເທົ່າກັບ 78,8% ຂອງແຜນການປີ. ສາເຫດຕົ້ນຕໍທີ່ພາໃຫ້ການຜະລິດເຂົ້າແຕ່ລະປະເພດບໍ່ໄດ້ຕາມແຜນນັ້ນ ຍ້ອນລະບົບຊົນລະປະທານຖືກກະທົບ ແລະ ເປ່ເພຫລາຍນັບແຕ່ລະດູຝົນປີຜ່ານມາ, ມີສັດຕູພືດທໍາລາຍ, ຖືກນໍ້າຖ້ວມ, ເກີດໄພແລ້ງ. ນອກນີ້, ຊາວກະສິກອນບາງເຂດໄດ້ຫັນໄປປູກພືດຊະນິດອື່ນ ແລະ ປະຊາຊົນຈໍານວນບໍ່ໜ້ອຍໄດ້ເຄື່ອນຍ້າຍເຂົ້າມາເຮັດວຽກໃນຕົວເມືອງ ແລະ ບັນຫາອື່ນໆ. ແຕ່ແນວໃດກໍຕາມ, ໃນປີ 2020 ລັດຖະບານໄດ້ວາງຄາດໝາຍຜະລິດເຂົ້າໃຫ້ໄດ້ 4,4 ລ້ານໂຕນ, ໂດຍຈະສຸມໃສ່ການປັບ
ປຸງສ້ອມແປງໂຄງລ່າງພື້ນຖານຮັບໃຊ້ການຜະລິດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ, ກໍານົດເຂດພັດທະນາຊົນລະປະທານໃຫ້ຕິດພັນກັບເຂດຈຸດສຸມສົ່ງເສີມການກະເສດທີ່ີມີທ່າແຮງ, ຍົກປະສິດທິພາບການຜະລິດໃຫ້ສູງຂຶ້ນ ແລະ ຄົ້ນຄວ້າແນວພັນໃໝ່ທີ່ມີຄຸນນະພາບດີ.