ຫລາຍບໍລິສັດໃນໂຄງການຄັງແຮເຂົ້າດໍາເນີນທຸລະກິດເຈ້ງ ຖືກດໍາເນີນຄະດີຕາມກົດໝາຍ


ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ວ່າ: ປັດຈຸບັນ, ລັດຖະບານໄດ້ອາຍັດຊັບສີນ ແລະ ດໍາເນີນຄະດີຕາມຂະບວນການດ້ານກົດໝາຍກັບຫລາຍບໍລິສັດໃນໂຄງການຄັງແຮເຂົ້າ, ຫລັງຈາກບໍລິສັດເຫລົ່ານັ້ນໄດ້ກູ້ຢືມເງິນນໍາລັດຖະບານແລ້ວບໍ່ສາມາດແທນຄືນໄດ້ຍ້ອນການດໍາເນີນທຸລະກິດເຈ້ງ.
ກະຊວງດັ່ງກ່າວໃຫ້ຮູ້ວ່າ: ໂຄງການດັ່ງກ່າວໄດ້ສ້າງຂຶ້ນຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີໃນປີ 2009, ໂດຍລັດຖະບານມອບໃຫ້ກະຊວງອຸດສາຫະກໍາ-ການຄ້າ ເປັນຜູ້ຄຸ້ມຄອງທຶນ ແລະ ເປັນເຈົ້າການຄົ້ນຄວ້າສ້າງລະບຽບການຄຸ້ມຄອງ, ສ່ວນກະຊວງການເງິນ ໃຫ້ຮັບພິຊອບການອອກໜັງສືຄໍ້າປະກັນ ແລະ ທະນາຄານແຫ່ງ ສປປ ລາວ ໃຫ້ຮັບພິຊອບໃນການປ່ອຍກູ້, ເຊິ່ງມີທັງໝົດ 9 ບໍລິສັດຄື: ລັດວິສາຫະກິດສະບຽງອາຫານນະຄອນຫລວງວຽງຈັນ, ບໍລິສັດ ລາວກະເສດ 2000 ຈໍາກັດຜູ້ດຽວ, ບໍລິສັດ ແຈ້ງສະຫວ່າງສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ການຄ້າຂາອອກ-ຂາເຂົ້າ ເມືອງລະມາມແຂວງເຊກອງ, ສະມາຄົມໂຮງສີ ແລະ ເກັບຊື້ເຂົ້າແຂວງສາລະວັນ, ກຸ່ມໂຮງສີເຂົ້າຄໍາມ່ວນພັດທະນາ, ລັດວິສາຫະກິດການຄ້າພັດທະນາຂາອອກ-ຂາເຂົ້າ ແຂວງຊຽງຂວາງ, ລັດວິສາຫະກິດທັນຍາຫານແຂວງອຸດົມໄຊ ແລະ ບໍລິສັດ ພັດທະນາພືດຜົນການກະເສດຂາອອກ-ຂາເຂົ້າແຂວງຫລວງພະບາງ ເພື່ອປະຕິບັດກົນໄກການແຊກແຊງເຂົ້າຄັງແຮ ດ້ວຍການແຊກແຊງລາຄາ ແລະ ດັດສົມຕະຫລາດຄື: ຕ້ອງມີເຂົ້າ 40% ຮັກສາໄວ້ໃນສາງ ແລະ 60% ແມ່ນໃຫ້ຂາຍອອກເພື່ອເປັນທຶນໝູນວຽນ, ຊໍາລະຕົ້ນທຶນ ແລະ ດອກເບ້ຍໃຫ້ລັດ ແລະ ປ້ອງກັນການເຊື່ອມຄຸນນະພາບຂອງເຂົ້າ. ໃນກໍລະນີລາຄາເຂົ້າມີການເໜັງຕີງຜິດປົກກະຕິຢູ່ຕະຫລາດ ຕ້ອງນໍາເຂົ້າອອກມາແຊກແຊງ 100% ຂອງເຂົ້າໃນໂຄງການ.
ໃນປີ 2010 ໄດ້ແຊກແຊງລາຄາ 1 ຄັ້ງສະເພາະຢູ່ນະຄອນຫລວງວຽງຈັນໃນລາຄາ 5.500 ກີບຕໍ່ກິໂລ ແລະ ນັບແຕ່ປີ 2010 ມາຮອດປີ 2018 ແມ່ນບໍ່ໄດ້ມີການແຊກແຊງລາຄາ ຍ້ອນໄລຍະດັ່ງກ່າວສະພາບລາຄາເຂົ້າຢູ່ໃນເກນປົກກະຕິ ແລະ ບໍ່ເໜັງຕິງຂຶ້ນສູງເກີນ 20% ແລະ ໄດ້ແຊກແຊງຄັ້ງທີ 2 ໃນໄລຍະເດືອນກໍລະກົດຫາເດືອນກັນຍາ 2019 ຢູ່ນະຄອນຫລວງວຽງຈັນ, ຄໍາມ່ວນ ແລະ ເຊກອງ.
ການອະນຸມັດທຶນຕົວຈິງຂອງໂຄງການດັ່ງກ່າວໃຫ້ບັນດາບໍລິສັດທີ່ກ່າວມານັ້ນມີທັງໝົດ 113 ຕື້ກີບ, ໃນປີ 2018 ຜ່ານມາ ສາມາດເກັບຄືນຕົ້ນທຶນພຽງ 1,1 ຕື້ກວ່າກີບ ແລະ ດອກເບ້ຍໄດ້ 1,6 ຕື້ກວ່າກີບ, ຕົ້ນທຶນຍັງຄ້າງເຖິງ 96,32 ຕື້ກວ່າກີບ ແລະ ດອກເບ້ຍລວມທັງໝົດ 22,63 ຕື້ກີບ. ຕໍ່ສະພາບດັ່ງກ່າວ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເຖິງບັນດາບໍລິສັດທີ່ໄດ້ຮັບເງິນກູ້ໃຫ້ສ້າງແຜນຊໍາລະໜີ້ຕາມສັນຍາທີ່ກໍານົດໄວ້, ພ້ອມທັງໄດ້ດໍາເນີນມາດຕະການດ້ານກົດໝາຍກັບຫລາຍບໍລິສັດທີ່ມີບັນຫາ ຄື: ກຸ່ມໂຮງສີເຂົ້າຄໍາມ່ວນພັດທະນາ ແມ່ນໄດ້ເຮັດບົດບັນທຶກກັບສະມາຊິກພາຍໃນກຸ່ມ ເພື່ອແຍກສັນຍາຍ່ອຍເປັນລາຍບຸກຄົນ ຮັບພິຊອບໃນການຊໍາລະຕົ້ນທຶນ ແລະ ດອກເບ້ຍ, ສ່ວນບໍລິສັດພັດທະນາພືດຜົນການກະເສດ ຂາອອກ-ຂາເຂົ້າແຂວງຫລວງພະບາງ ແມ່ນໄດ້ດໍາເນີນຂັ້ນຕອນຂະບວນການຍຸຕິທໍາ, ໂດຍໄດ້ສົ່ງຄໍາຮ້ອງຟ້ອງສານອາຍັດຊັບສີນທີ່ນໍາມາຄໍ້າປະກັນກັບພະແນກອຸດສາຫະກໍາ-ການຄ້າແຂວງ, ພ້ອມທັງສະເໜີໃຫ້ສານປະກາດບໍລິສັດດັ່ງກ່າວໃຫ້ລົ້ມລະລາຍ.
ສໍາລັບບໍລິສັດລັດວິສາຫະກິດທັນຍາຫານແຂວງອຸດົມໄຊ ໄດ້ມອບໃຫ້ຄະນະກວດກາພັກ-ລັດແຂວງ ເປັນຜູ້ຮັບພິຊອບໃນການແກ້ໄຂ, ສ່ວນຕົ້ນທຶນ ແລະ ດອກເບ້ຍ ທີ່ຍັງຄ້າງຊໍາລະແມ່ນໄດ້ມອບໃຫ້ອໍານວຍການ ແລະ ຮອງອໍານວຍການລັດວິສາຫະກິດດັ່ງກ່າວຮັບພິຊອບໃຊ້ແທນຄືນທັງໝົດ. ນອກນີ້, ອີກ 3 ບໍລິສັດຢູ່ນະຄອນຫລວງວຽງຈັນ ແລະ ແຂວງສາລະວັນ ແມ່ນຈະໄດ້ສົມທົບກັບອົງການກວດກາລັດຖະບານສືບຕໍ່ແກ້ໄຂຕາມຂະບວນການຍຸຕິທໍາ ເພື່ອແນໃສ່ສູ້ຊົນເກັບກູ້ເງິນຄືນມາໃຫ້ໄດ້ ເພື່ອບໍ່ໃຫ້ທຶນຮອນຂອງລັດຕົກເຮ່ຍເສຍຫາຍ.