ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ

- 012905 - ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ
- kitchen vibe - ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ

- 012905 - ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ
     ທ່ານເຄີຍເປັນແບບນີ້ຫລືບໍ່ ເຂົ້ານອນໄວ, ຕື່ນເຊົ້າ ຫລື ສວາຍປານໃດກໍຮູ້ສຶກບໍ່ສົດຊື່ນແຈ່ມໃສ, ສະໝອງບໍ່ຄ່ອຍຢາກເຮັດວຽກ. ມື້ນີ້ພວກເຮົາມີເຄັດລັບການປຸກສະໝອງໃຫ້ຕື່ນ, ຕື່ມພະລັງໃຫ້ເຊົ້າມື້ໃໝ່ນັ້ນສົດຊື່ນແຈ່ມໃສ ແລະ ຫ້າວຫັນຂຶ້ນມາແນະນຳທ່ານ.

  1. ດື່ມນຳ້ : ການດື່່ມນຳ້ 1 ຈອກທັນທີຫລັງຕື່ນນອນ ຈະຊ່ວຍເຮັດໃຫ້ຂະບວນການເຜົາຜານໃນຮ່າງກາຍເຮັດວຽກດີຂຶ້ນ ແລະ ຍັງເຮັດໃຫ້ສະໝອງສົດຊື່ນຂຶ້ນນຳ.
  2. ຢ່າຫລັບຕໍ່ : ເພາະການເຊືອບຫລັບຕໍ່ຫລັງຕື່ນນອນນັ້ນຈະເຮັດໃຫ້ຮູ້ສຶກກຽດຄ້ານ ແລະ ເຮັດໃຫ້ບໍ່ມີແຮງບັນດານໃຈຈະຕໍ່ສູ້ກັບສິ່ງທີ່ພົບໃນແຕ່ລະມື້, ທາງທີ່ດີຄື ຕ້ອງບໍ່ຕັ້ງເວລາຕື່ນເຜື່ອໄວ້ສຳລັບການເຊືອບຫລັບຕໍ່ ແລະ ບໍ່ຕັ້ງສວາຍຈົນເກີນໄປກໍພໍແລ້ວ.
  3. ປິ່ນໜ້າເຂົ້າຫາແສງສະຫ່ວາງ : ແສງຕາເວັນສົ່ງຜົນຕໍ່ການເຮັດວຽກຂອງສະໝອງໂດຍກົງ ຫາກບໍ່ໄດ້ຮັບແສງຕາເວັນ ເລີຍອາດເຮັດໃຫ້ສະໝອງມຶນງົງສັບສົນໄດ້, ອອກໄປຮັບແສງແດດ ຊ່ວຍກະຕຸ້ນສານແຫ່ງຄວາມສຸກໃນຕອນເຊົ້າກັນດີກ່ວາ.
  4. ອອກກຳລັງກາຍຕອນເຊົ້າ : ການອອກກຳລັງກາຍຕອນເຊົ້າອາດເບິ່ງເປັນເລື່ອງແປກສຳລັບໃຜຫລາຍຄົນ, ແຕ່ການອອກກຳລັງກາຍຈະຊ່ວຍເພີ່ມພະລັງໃນແຕ່ລະມື້ຫລາຍຂຶ້ນ ລອງນຸ່ງຊຸດກິລາເຂົ້ານອນ ຈະເຮັດໃຫ້ໝົດຂໍ້ແກ້ໂຕທີ່ຈະບໍ່ອອກໄປອອກກຳລັງກາຍໃນຕອນເຊົ້າ.
  5. ເປີດເພງໃຫ້ດັງ : ການເປີດເພງເພີ່ມຈັງຫວະຈະຊ່ວຍໃຫ້ສົດໃສໃນຕອນເຊົ້າ ເຊິ່ງຈາກການສຶກສາໃນເຄື່ອງ PET ສະແກນ ພົບວ່າ : ດົນຕີຈະຊ່ວຍກະຕຸ້ນໄຟໃນສະໝອງ ເຮັດໃຫ້ສານຕ່າງໆດັ່ງສານໂດຟາມີນອອກມາກະຕຸ້ນອາລົມຕ່າງໆ ແລະແຮງຈູງໃຈດີໆໄດ້.
  6. ອາບນຳ້ເຢັນ : ເພາະເຖິງຈະໜາວແດ່ ແຕ່ກໍຊ່ວຍໄດ້ດີໃນການປຸກສະໝອງໃຫ້ຕື່ນ.
  7. ຢ່າດື່ມກາເຟຫລາຍຈົນເປັນຢາ : ຢ່າດື່ມກາເຟຫລາຍຄືເກົ່າ ເພື່ອບໍ່ໃຫ້ເຫງົານອນ ຄວນຫລຸດຈຳນວນຈອກກາເຟຕໍ່ມື້ລົງແດ່, ຫາກຮູ້ສຶກເຫງົານອນ ຫລື ຈຳເປັັນແທ້ໆກໍໃຫ້ເລືອກດື່ມຊາຂຽວແທນດີກ່ວາ.
  8. ກິນເຂົ້າເຊົ້າ : ເຂົ້າເຊົ້າເປັນຄາບສຳຄັນທີ່ສຸດຂອງມື້ ເພາະຈະຊ່ວຍໃຫ້ສານອາຫານທີ່ຈຳເປັນຕໍ່ສະໝອງໝົດມື້ ແລະ ຊ່ວຍໃຫ້ອາລົມສົດໃສໄດ້ນຳ ລອງກິນອາຫານທີ່ບໍ່ມີໄຂມັນຫລາຍທຸກໆເຊົ້າກໍຈະຊ່ວຍໃຫ້ສະໝອງຕື່ນໂຕໄດ້ໝົດມື້.
  9. ລົມກັບໃຜຈັກຄົນ : ການລົມກັບສະມາຊິກໃນຄອບຄົວ, ໝູ່ ຫລື ໝູ່ຮ່ວມງານໃນຕອນເຊົ້າ ຈະຊ່ວຍໃຫ້ການເລີ່ມຕົ້ນມື້ໃໝ່ບໍ່ກາຍເປັນມື້ທີ່ໜ້າເບື່ອອີກຕໍ່ໄປ.
  10. ຫລິ້ນເກມຝຶກສະໝອງ : ການຫລິ້ນເກມຝຶກສະໝອງແດ່ຈັກໜ້ອຍໃນຕອນເຊົ້າ ຈະຊ່ວຍອອກກຳລັງກາຍໃຫ້ສະໝອງສາມາດຕອບສະໜອງຕໍ່ອາລົມ ແລະ ເຫດຜົນໄດ້ຖືກຕ້ອງແນ່ນອນຫລາຍຂຶ້ນກ່ວາເກົ່າ.
- 3 - ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ
- Visit Laos Visit SALANA BOUTIQUE HOTEL - ປຸກສະໝອງໃຫ້ຕື່ນຢ່າງສົດຊື່ນຫ້າວຫັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!