ສະພາແຫ່ງຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

- 3021 - ສະພາແຫ່ງຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)
- kitchen vibe - ສະພາແຫ່ງຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 26 ພະຈິກ ນີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ພາຍຫຼັງທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ) ວ່າ: ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ມາຮອດປັດຈຸບັນເປັນເວລາ 25 ປີ ເຊິ່ງກົດໝາຍສະບັບນີ້ເກືອບວ່າບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ຍ້ອນເນື້ອໃນຂອງກົດໝາຍຍັງບໍ່ລະອຽດ, ຈະແຈ້ງ, ມີຄວາມຄຸ້ມເຄືອ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ບໍ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຍ້ອນລະບົບກົດໝາຍການຄຸ້ມຄອງເປັນຄືດັ່ງກ່າວ ເຮັດໃຫ້ຫຼາຍວິສາຫະກິດທີ່ພົບບັນຫາທາງດ້ານການເງິນໃນໄລຍະຜ່ານມາໄດ້ສະຫຼາຍຕົວແບບບໍ່ມີການຊຳລະສະສາງຕາມກົດໝາຍ ເຮັດໃຫ້ເກີດສະພາບທີ່ບໍ່ສາມາດຄາດຄະເນໄດ້ໃນການສະໜອງທຶນແກ່ວິສາຫະກິດຕ່າງໆພາໃຫ້ເກີດຄວາມສ່ຽງສູງໃນການດຳເນີນທຸລະກິດ ແລະ ມີຄວາມບໍ່ໝັ້ນໃຈໃນການປ່ອຍສິນເຊື່ອ ໂດຍສະເພາະໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຈຸນລະວິສາຫະກິດທີ່ບໍ່ມີຊັບຄໍ້າປະກັນ, ຍ້ອນເຫັນຄວາມສໍາຄັນຂອງບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງຈຶ່ງໄດ້ປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດສະບັບດັ່ງກ່າວໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະພາບຄວາມເປັນຈິງຂອງປະເທດ, ເປັນເຄື່ອງມືຊຸກຍູ້, ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ຜູ້ດໍາເນີນທຸລະກິດ ຫຼືຫົວໜ່ວຍວິສາຫະກິດຫັນມານຳໃຊ້ຂະບວນການຟື້ນຟູ ແລະ ລົ້ມລະລາຍ ເພື່ອແກ້ໄຂບັນຫາທາງການເງິນ, ພ້ອມທັງສ້າງຄວາມໝັ້ນຄົງໃຫ້ແກ່ລະບອບເສດຖະກິດຂອງລາວ.

- Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)

ການປັບປຸງກົດໝາຍດັ່ງກ່າວໃນເທື່ອນີ້ຖືເປັນການປັບປຸງໃຫຍ່ ນັບແຕ່ຊື່ກົດໝາຍເຊິ່ງໄດ້ປ່ຽນຈາກກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ມາເປັນກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ສ່ວນໂຄງປະກອບຂອງຮ່າງກົດໝາຍຈາກ 9 ໝວດ 56 ມາດຕາ ມາເປັນ 11 ພາກ ແລະ ມີທັງໝົດ 103 ມາດຕາ ໃນນັ້ນ ປັບປຸງ 35 ມາດຕາ ແລະ ເພີ່ມໃໝ່ 68 ມາດຕາ ທັງຍັງໄດ້ປັບປຸງບາງເນື້ອໃນ.

ພາຍຫຼັງກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຖືກຮັບຮອງ ແລະ ປະກາດໃຊ້ ຈະມີບ່ອນອີງທີ່ໜັກແໜ້ນໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເຮັດໃຫ້ສາມາດແກ້ໄຂບັນຫາການຟື້ນຟູ ຫຼືລົ້ມລະລາຍຂອງວິສາຫະກິດ ທີ່ຍັງບໍ່ທັນເປັນລະບົບ, ສ້າງຄວາມໝັ້ນຄົງໃຫ້ແກ່ລະບອບເສດຖະກິດ ແລະ ອໍານວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ພ້ອມທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຈົ້າໜີ້, ລູກໜີ້ ແລະ ບຸກຄົນກ່ຽວຂ້ອງໃນການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ, ສາມາດຫຼຸດອັນດັບຕົວເລກ ຕົວຊີ້ວັດການລົ້ມລະລາຍຂອງວິສາຫະກິດຂອງລາວ ທີ່ກຸ່ມທະນາຄານໂລກຈັດໃຫ້ຢູ່ໃນອັນດັບທີ່ດີຂຶ້ນໃນປີ 2021, ເປັນການປະກອບສ່ວນໃນການສ້າງຄວາມເຊື່ອໝັ້ນແກ່ລະບົບສິນເຊື່ອ ແລະ ປັບປຸງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດ ແລະ ການລົງທຶນໃຫ້ດີຂຶ້ນກວ່າເກົ່າ, ເປັນເຄື່ອງມືສໍາຄັນທີ່ນໍາໃຊ້ເຂົ້າໃນການຊ່ວຍເຫຼືອວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ຫຼືໃກ້ຈະຢູ່ໃນພາວະລົ້ມລະລາຍໃຫ້ສາມາດຟື້ນຕົວ ແລະ ກັບມາດຳເນີນທຸລະກິດໄດ້ຕາມປົກກະຕິ, ປະກອບສ່ວນໃນການສ້າງວຽກເຮັດງານທຳຂອງປະຊາຊົນ ຫຼືມີການຊຳລະສະສາງທີ່ຖືກຕ້ອງໃນເວລາລົ້ມລະລາຍ.

- 5 - ສະພາແຫ່ງຮັບຮອງເອົາກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!