ກະຊວງ ຍທຂ ປະກາດໃຫ້ພະນັກງານຂັ້ນສູງອອກຮັບອຸດໜູນບຳນານ.
ເມື່ອບໍ່ດົນນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີປະກາດການອອກພັກການ ແລະ ຮັບອຸດໜູນບຳນານໃຫ້ທ່ານ ລັດຕະນະມະນີ ຄູນນີວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງ ຍທຂ, ມີພະນັກງານຫລັກແຫລ່ງອ້ອມຂ້າງກະຊວງເຂົ້າຮ່ວມ. ເພື່ອປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 376/ນຍ, ລົງວັນທີ 31 ຕຸລາ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ແລະ ແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 294/ຄຈສພ, ລົງວັນທີ 6 ພະຈິກ 2019 ກ່ຽວກັບການລຸລ່ວງໃຫ້ພະນັກງານການນຳຂັ້ນສູນກາງຄຸ້ມຄອງອອກພັກການຮັບອຸດໜູນບຳນານ.
ໃນໂອກາດນີ້, ທ່ານ ບຸນຈັນ ສິນທະວົງ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ, ຊຶ່ງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນໃຫຍ່ຫລວງຂອງທ່ານ ລັດຕະນະມະນີ ຄູນນີວົງ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ຊຶ່ງທ່ານໄດ້ເລີ່ມຈາກການເປັນນັກວິຊາການ ແລະ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບໃນການນຳພາສ້າງພະນັກງານ, ການກໍ່ສ້າງເສັ້ນທາງ, ຈຶ່ງເຮັດໃຫ້ການນຳພັກ-ລັດມີຄວາມໄວ້ເນື້ອເຊື່ອໃຈ ແລະ ກ້າວຂຶ້ນດຳລົງຕຳແໜ່ງເປັນ ການນຳຂັ້ນສູງ, ຕໍ່ຜົນງານດັ່ງກ່າວຈະໄດ້ຈາລຶກໄວ້ເປັນແບບຢ່າງເພື່ອໃຫ້ພະນັກງານຮຸ່ນສືບທອດໄດ້ຮໍ່າຮຽນເອົາເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະໃນຕໍ່ໜ້າ.