ຮັບ-ສົ່ງຢາບ້າເພື່ອຫວັງຜົນກຳໄລແຕ່ໄປບໍ່ລອດ


ພາຍຫຼັງເຈົ້າໜ້າທີ່ໄດ້ຮັບຂໍ້ມູນຂ່າວ ຈາກພົນລະເມືອງດີວ່າ: ມີຄົນບໍ່ດີເຄື່ອນໄຫວຊື້-ຂາຍຢາເສບຕິດປະເພດຢາບ້າ ຢູ່ຂອບເຂດເມືອງໂພນໂຮງ ແຂວງວຽງຈັນ ແລະ ມາໃນວັນທີ 4 ຕຸລາຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໄດ້ລົງເຄື່ອນໄຫວຕິດຕາມເປົ້າໝາຍເຫັນວ່າມີມູນຄວາມຈິງ ຈຶ່ງໄດ້ເຂົ້າກວດຄົ້ນຕົວເປົ້າໝາຍຈຳນວນ 3 ຄົນ ຢູ່ໃນເຮືອນພັກແຫ່ງໜຶ່ງໃນເມືອງໂພນໂຮງ ພົບເຫັນຂອງກາງຢາບ້າ ຈຳນວນ 36 ມັດ ເທົ່າກັບ 72.000 ເມັດ ເຊິ່ງເປັນຂອງທ້າວ ໂພ ອາຍຸ 52 ປີ ອາຊີບຊາວນາ ຢູ່ບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄຳໄຊ, ທ້າວ ທອງຈັນ ອາຍຸ 42 ປີ ອາຊີບຄ້າຂາຍ ຢູ່ບ້ານ ໂນນຄໍ້ໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ທ້າວ ຄຳຕາ ອາຍຸ 49 ປີ ອາຊີບຊາວນາ ຢູ່ບ້ານທົ່ງຈະເລີນ ເມືອງຄຳເກີດ ແຂວງບໍລິຄຳໄຊ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວທັງ 3 ຄົນມາດໍາເນີນຄະດີຕາມກົດໝາຍ.
ຜ່ານການສຶບສວນ–ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງຕົນແທ້ ເຊິ່ງໄດ້ຮັບມາຈາກຄົນບໍ່ຊາບຊື່ບໍ່ຮູ້ບ່ອນແນ່ນອນ ໃນລາຄາ 216 ລ້ານກີບ ຈຸດປະສົງແມ່ນຈະເອົາໄປຂາຍຕໍ່ໃນລາຄາ 270 ລ້ານກີບ ຖ້າຂາຍສຳເລັດແມ່ນຈະໄດ້ເງິນຄ່າຈ້າງ 54 ລ້ານກີບ ແຕ່ໄປບໍ່ລອດຖືກເຈົ້າໜ້າທີ່ຈັບຕົວທັງ 3 ຄົນ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ປັດຈຸບັນເຈົ້າໜ້າທີ່ ປກສ ແຂວງວຽງຈັນ ພວມເລັ່ງດຳເນີນການສືບສວນ-ສອບສວນພວກກ່ຽວທັງ 3 ຄົນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ ແລະ ຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.