ສິ່ງທີ່ທ່ານຄວນຮູ້ ເມື່ອຈະພາລູກຂຶ້ນເຮືອບິນເທື່ອທຳອິດ


ເດັກນ້ອຍຂຶ້ນເຮືອບິນໄດ້ເມື່ອອາຍຸເທົ່າໃດ ຂຶ້ນຢູ່ກັບຂໍ້ກຳນົດຂອງແຕ່ລະສາຍການບິນ ດັ່ງນັ້ນ ພໍ່ແມ່ຈຳເປັນຕ້ອງກວດເຊັກໄປຍັງສາຍການບິນທີ່ທ່ານຈະເລືອກໃຊ້ບໍລິການກ່ອນ ເພື່ອຄວາມແນ່ນອນ.


ເດັກນ້ອຍອາຍຸລຸ່ມ 3 – 6 ເດືອນ ຍັງມີພູມຕ້ານທານທີ່ຍັງບໍ່ແຂງແຮງປານໃດ ຫລື ການຢູ່ໃນສະຖານທີ່ໆຜູ້ຄົນແອອັດ, ອາກາດບໍ່ຖ່າຍເທເທົ່າທີ່ຄວນ ເດັກກໍມີໂອກາດຕິດພະຍາດຈາກການໄອ, ຈາມຂອງຜູ້ຄົນເທິງເຮືອບິນໄດ້ ດັ່ງນັ້ນ ໃນຊ່ວງອາຍຸ 3 – 6 ເດືອນຂອງລູກ ກໍອາດຈະຕ້ອງຫລີກເວັ້ນການຂຶ້ນເຮືອບິນຫາກບໍ່ມີເຫດຈຳເປັນແທ້ໆ.
– ພາລູກຂຶ້ນເຮືອບິນ ຕ້ອງກວດສຸຂະພາບກ່ອນ : ສຳລັບເດັກນ້ອຍທີ່ກຽມຂື້ນເຮືອບິນຈຳເປັນຕ້ອງກວດຄວາມພ້ອມຂອງຮ່າງກາຍ ເພາະຫາກເປັນໄຂ້ຫວັດ ຄົນທີ່ເມື່ອຍກໍແມ່ນພໍ່ – ແມ່ ເນື່ອງຈາກໄລຍະເວລາເຮືອບິນຂຶ້ນ – ລົງຈອດ ຈະເຮັດໃຫ້ລູກແໜ້ນຫູ ຫລື ຫູອື້ເປັນພິເສດ ດັ່ງທີ່ຮູ້ວ່າຫາກເດັກນ້ອຍເປັນຫວັດ ຫລື ມີອາການຕິດເຊື້ອບໍລິເວນຮູຫູ, ຄໍໍ, ດັງການປັບຄວາມດັນໃນຫູຈະຜິດປົກກະຕິ, ແຕ່ຖ້າລູກມີນຳ້ມູກ, ໄອເປັນໄລຍະໆ, ບໍ່ມີໄຂ້ ແລະ ຍັງລ່າເລີງແຈ່ມໃສ ກໍພິຈາລະນາກັນອີກເທື່ອໜຶ່ງ ຫລື ຫາກລູກຖອກທ້ອງ, ມີໄຂ້, ຮາກ ກໍອາດຈະຕ້ອງງົດການເດີນທາງ ເພາະລຳພັງແຕ່ນອນຢູ່ຊື່ໆລູກກໍອ່ອນເພຍແລ້ວ ຖ້າຕ້ອງເດີນທາງອາດເຮັດໃຫ້ຮ່າງກາຍອ່ອນເພຍຫລາຍຍິ່ງຂຶ້ນ. ຫລັງຈາກກວດສຸຂະພາບກັນແລ້ວ ຫາກແຂງແຮງດີ ພ້ອມສຳລັບການເດີນທາງ ພໍ່ແມ່ກໍສາມາດກວດກາສິ່ງຂອງຈຳເປັນທີ່ຕ້ອງກຽມໄດ້ເລີຍ.
– ພາລູກຂຶ້ນເຮືອບິນຕ້ອງກຽມຫຍັງແດ່ ?ຖ້າເວົ້າເຖິງສິ່ງຂອງຈຳເປັນສຳລັບລູກນັ້ນກໍຫລວງຫລາຍແທ້ໆ ຈຶ່ງຈຳເປັນຕ້ອງຈົດລາຍການເປັນຂໍ້ເພື່ອຄວາມໝັ້ນໃຈອັນໃດແດ່ ທີ່ຕ້ອງກຽມມີດັ່ງນີ້ :
1. ເຕົ້ານົມ, ຫົວນົມ, ອາຫານ, ເຂົ້າໜົມ ຕ້ອງກະກຽມໃຫ້ພ້ອມ ເມື່ອລູກຮ້ອງໄຫ້ຂັດລັງເວລາຫິວ ຫລື ງ່ວງນອນ.
2. ຜ້າອ້ອມສຳເລັດຮູບ, ຜ້າອ້ອມ, ເຈ້ຍອະນາໄມປຽກ, ຖົງໃສ່ຮາກ (ກຽມໄວ້ອຸ່ນໃຈກ່ວາ) ຫລື ກຽມໄວ້ໃສ່ຂີ້ເຫຍື້ອກໍໄດ້.
3. ຊຸດສຳຮອງທັງລູກ ແລະ ພໍ່ແມ່ ເຜື່ອເຫດການສຸກເສີນເຄື່ອງນຸ່ງເປື້ອນຮາກ ຈະໄດ້ປ່ຽນກັນໄດ້ ບໍ່ດັ່ງນັ້ນຕ້ອງອົດທົນດົມກິ່ນຮາກເທິງເຮືອບິນກັນແນ່ນອນ.
4. ຜ້າຫົ່ມ, ອຸປະກອນກັນໜາວ ສິ່ງສຳຄັນອີກຢ່າງໜຶ່ງທີ່ຫ້າມລືມ ເພາະເທິງເຮືອບິນອາກາດຈະອ່າວເຢັນ.
5. ເຄື່ອງຫລິ້ນ ໄວ້ຢອກລໍ້ ຫລື ໄວ້ໃຫ້ລູກຫລິ້ນເພີນໆ ສິ່ງສຳຄັນເອົາໄປຫລາຍໆອັນກັນລູກເບື່ອ.
6. ຢາແກ້ເມົາ ຫລື ແກ້ວິນ (ສຳລັບເດັກນ້ອຍທີ່ເຄີຍເມົາລົດ – ເມົາເຮືອ) ໃຫ້ກິນຢາກ່ອນຂຶ້ນເຮືອບິນ ປະມານ 30 ນາທີ ຈະໄດ້ອອກລິດຕອນຂຶ້ນເຮືອບິນພໍດີ.
ເມື່ອກຽມອຸປະກອນຈຳເປັນຄົບແລ້ວ ກໍມີເຄັດລັບເລັກນ້ອຍມາແນະນຳຕື່ມ ເພື່ອໃຫ້ການເດີນທາງເປັນໄປຢ່າງຄ່ອງແຄ້ວຍິ່ງຂຶ້ນ ດັ່ງນີ້ :
1. ເລືອກເວລາບິນໃຫ້ກົງກັນເວລາທີ່ລູກນອນ ພໍ່ແມ່ກໍສະບາຍຂຶ້ນ ແລະ ເມື່ອຍໜ້ອຍລົງ.
2. ເດັກນ້ອຍທີ່ໃຫຍ່ຂຶ້ນມາໜ້ອຍໜຶ່ງກໍອາດຈະຮ້ອງ, ອາລະວາດເທິງເຮືອບິນ ກໍປ່ອຍໃຫ້ຫລິ້ນໃຫ້ໝົດແຮງກັນໄປເລີຍ ຈະໝົດລິດກ່ອນຂຶ້ນເຮືອບິນ ບໍ່ຕ້ອງກັງວົນວ່າຈະໄປວຸ້ນຢູ່ເທິງເຮືອບິນອີກ.
3. ສຳລັບອາຫານໃຫ້ລູກກິນພໍດີອີ່ມ ຢ່າໃຫ້ອີ່ມຈົນເກີນໄປ ເພາະອາດຈະຮາກຢູ່ເທິງເຮືອບິນໄດ້.
4. ໃນເວລາເຮືອບິນຂຶ້ນ ແລະ ລົງຈອດ ແນະນຳໃຫ້ລູກດູດນຳ້, ດູດນົມ ເພາະການກືນຈະຊ່ວຍປັບຄວາມດັນໃນຮູຫູ ລູກຈະໄດ້ບໍ່ເຈັບຫູ ແລ້ວຮ້ອງໄຫ້ສຽງດັງຂຶ້ນມາ.