ສປປ ລາວສໍາເລັດການຝຶກອົບຮົມວຽກງານຕ້ານການຟອກເງິນ

- 354 1 - ສປປ ລາວສໍາເລັດການຝຶກອົບຮົມວຽກງານຕ້ານການຟອກເງິນ
- kitchen vibe - ສປປ ລາວສໍາເລັດການຝຶກອົບຮົມວຽກງານຕ້ານການຟອກເງິນ

ສໍານັກງານຂໍ້ມູນຕ້ານການຟອກເງິນຮ່ວມກັບ ກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ(Asia/Pacific Group on Money Laundering “APG”)ໄດ້ຈັດຕັ້ງການຝຶກອົບຮົມ ແລະ ເຮັດທົດລອງການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ(AML/CFT)ໃນລະຫວ່າງວັນທີ 10-13 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຂັນທະລີ ວົງໄຊຍະລາດ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາງ ເອລີນ ລູໂບວິກຮອງເລຂາທິການກອງເລຂາກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ​(ERIN LUBOWICZ, Deputy Executive Secretary)ຕາງໜ້າຈາກກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນ, ພ້ອມທັງຕາງໜ້າຈາກອົງການ UNODCທ່ານຄິສໂຕເຟີ ແບັທ,(Christopher BATT) ແລະ ທ່ານທອມ ຮັນເຊັນ (Tom Hansen)ຊ່ຽວຊານທາງດ້ານວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍແລະ ພະນັກງານຂັ້ນນໍາ – ຂັ້ນວິຊາການຈາກສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງການເງິນ, ອົງການໄອຍະການ, ສານປະຊາຊົນສູງສຸດ, ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ  ແລະ ພາກສ່ວນອື່ນໆທີ່ຕິດພັນ ເຂົ້າຮ່ວມ.

ການຝຶກອົບຮົມໃນຄັ້ງນີ້ຂອງກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນເປັນການຊ່ວຍໃຫ້ ສປປລາວ ໃນການກະກຽມຄວາມພ້ອມເພື່ອຮອງຮັບການປະເມີນຜົນຮອບດ້ານ ຂອງ ສປປ ລາວ ທີ່ໃກ້ຈະມາເຖິງນີ້ ໂດຍສະເພາະແມ່ນເນັ້ນໜັກການສ້າງຄວາມເຂົ້າໃຈໃຫ້ກັບພາກສ່ວນກ່ຽວຂ້ອງຕໍ່ກັບພາລະບົດບາດຂອງພາກສ່ວນຕົນທີ່ຕ້ອງຮັບຜິດຊອບໃຫ້ມີຄວາມແນ່ໃຈວ່າພາກສ່ວນດັ່ງກ່າວ ມີຄວາມເຂົ້າໃຈຕໍ່ກັບວິທີການ ແລະ ຂະບວນການປະເມີນຜ່ານການເຮັດບົດຝຶກຫັດຕົວຈິງ ເພື່ອສ້າງຄວາມເຂົ້າໃຈຕໍ່ການຈັດຕັ້ງປະຕິບັດບັນດາມາດຖານຂອງອົງການຕ້ານການຟອກເງິນສາກົນ(Financial Action Task Force “FATF”)ກໍ່ຄືການຈັດຕັ້ງປະຕິບັດ 40 ຂໍ້ແນະນໍາ ແລະ 11 ປະສິດທິຜົນ ທີ່ຕິດພັນກັບພາລະບົດບາດຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງແລະ ອັນເປັນພື້ນຖານໃນການກະກຽມການເມີນໃຫ້ແກ່ຜູ້ຈັດຕັ້ງປະຕິບັດຕົວຈິງທີ່ຈະໄດ້ເຮັດວຽກຮ່ວມກັບຜູ້ປະເມີນ ເພື່ອເປັນການກະກຽມຄວາມພ້ອມຂອງ ສປປ ລາວ.

          ພ້ອມນີ້; ຄະນະກອງເລຂາກຸ່ມອາຊີ-ປາຊີຟິກ ເພື່ອຕ້ານການຟອກເງິນກໍ່ໄດ້ເຂົ້າຢ້ຽມຂໍ່ານັບຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໂດຍມີທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ; ທ່ານ ໄພວີ ສີບົວລິພາ ຮອງລັດຖະມົນຕີ ກະຊວງຍຸຕິທໍາ; ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງ ການເງິນ ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ  ໂດຍການລາຍງານແມ່ນຕິດພັນກັບ 4ວຽກຕົ້ນຕໍໃນນີ້ມີຄະນະວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ວຽກງານນິຕິກໍາ ແລະ ກົນໄກ, ວຽກງານຄຸ້ມຄອງ ແລະ ວ­ຽກງານດໍາເນີນຄະດີ, ຜົນການຝຶກອົບຮົມ ພ້ອມທັງແນະນໍາຂັ້ນຕອນ, ຂະບວນການປະເມີນ ລວມທັງຈຸດປະສົງ, ຄວາມໝາຍ ແລະ ຄວາມສໍາຄັນຂອງການປະເມີນຮອບດ້ານກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ຂັ້ນນໍາໄດ້ຮັບຊາບ.

- 3 - ສປປ ລາວສໍາເລັດການຝຶກອົບຮົມວຽກງານຕ້ານການຟອກເງິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!