ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ

- 44 3 - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ
- kitchen vibe - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ

ໃນຕອນເຊົ້າຂອງວັນທີ 14 ທັນວານີ້, ບັນດາພະນັກງານທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ຢູ່ສໍານັກງານໃຫຍ່ ແລະ ໜ່ວຍບໍລິການຢູ່ນະຄອນຫຼວງວຽງຈັນຕ່າງກໍໄດ້ຈັດຕັ້ງຂະບວນການອະນາໄມທຳຄວາມສະອາດພື້ນທີ່ສອງຂ້າງທາງຖະໜົນລ້ານຊ້າງແຕ່ໜ້າສຳນັກງານໃຫຍ່ LaoVietBank ຫາ ປະຕຸໄຊ ໂດຍມີຈຸດປະສົງ ເພື່ອເປັນກິດຈະກໍາໜຶ່ງສະຫຼອງສະເຫຼີມວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 99 ປີ.

- WhatsApp Image 2019 12 18 at 10 - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ

 ພ້ອມກັນນັ້ນກໍ່ຍັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຊາວໜຸ່ມ ແລະ ກອງປະຊຸມໃຫຍ່ແມ່ຍິງ ຮາກຖານ LaoVietBank ທີ່ຈະຈັດຂື້ນໃນມໍ່ໆນີ້, ການຈັດຕັ້ງອະນາໄມລວມໃນຄັ້ງນີ້ມີບັນດາພະນັກງານ LaoVietBank ເຂົ້າຮ່ວມຫຼາຍກວ່າ 100 ຄົນ ແລະ ຄຽງຄູ່ກັນນີ້ ໃນຜ່ານມາ LaoVietBank ໄດ້ມີການຈັດຕັັ້ງຂະບວນການຊ່ວຍເຫຼືອສັງຄົມຢ່າງເປັນປະຈໍາບໍ່ວ່າຈະເປັນການເຊື່ອເຫຼືອຜູ້ປະສົບໄພທາງທຳມະຊາດ, ຊ່ວຍເຫຼືອໜ່ວຍກູ້ໄພ, ບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ນໍາເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ແກ່ໂຮງໝໍ, ຄົນເຈັບຜູ້ທຸກຍາກຂາດເຂີນ, ການຊ່ວຍເຫຼືອໂຮງຮຽນ ແລະ ນ້ອງນັກຮຽນທີ່ທຸກຍາກ ແລະ ການຈັດຕັ້ງຂະບວນການອະນາໄມຖະໜົນໃນນະຄອນຫຼວງວຽງຈັນຄັ້ງນີ້ກໍຖື່ວ່າແມ່ນຂະບວນການໜຶ່ງ ເພື່ອຊ່ວຍເຫຼືອສັງຄົມຂອງ LaoVietBank” ອີກດ້ວຍ.

- Visit Laos Visit SALANA BOUTIQUE HOTEL - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ
- WhatsApp Image 2019 12 18 at 10 - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ
- 3 - ທະນາຄານລາວ-ຫວຽດ ຈັດກິດຈະກໍາອອກແຮງງານສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!