ປີນີ້ທົ່ວໂລກມີນັກຂ່າວຖືກສັງຫານໜ້ອຍທີ່ສຸດໃນຮອບ 16 ປີ


ກຸ່ມນັກຂ່າວໄຮ້ພົມແດນເປີດເຜີຍໃນວັນທີ 17 ທັນວານີ້ວ່າ: ໃນປີ 2019 ທົ່ວໂລກມີນັກຂ່າວຖືກສັງຫານໄປແລ້ວ 49 ຄົນ ຖືວ່າເປັນຕົວເລກຕໍ່າສຸດໃນຮອບ 16 ປີ.
ກຸ່ມນັກຂ່າວໄຮ້ພົມແດນ ເຊິ່ງມີສຳນັກງານຢູ່ນະຄອນຫລວງປາຣີສຂອງຝຣັ່ງ ລະບຸວ່າ: ນັກຂ່າວສ່ວນຫລາຍເສຍຊີວິດຂະນະປະຕິບັດໜ້າທີ່ໃນພື້ນທີ່ທີ່ເກີດຄວາມຂັດແຍ່ງໃນເຢເມນ, ຊີຣີ ແລະ ອັບການິດສະຖານ. ພ້ອມກັນນີ້ ຍັງເຕືອນວ່າ: ອາຊີບນັກຂ່າວຍັງເປັນອາຊີບສ່ຽງອັນຕະລາຍ. ລາຍງານຂອງກຸ່ມນັກຂ່າວໄຮ້ພົມແດນ ຍັງລະບຸວ່າ: ໃນໄລຍະ 2 ທົດສະວັດຜ່ານມາ ແຕ່ລະປີມີນັກຂ່າວເສຍຊີວິດສະເລ່ຍປີລະ 80 ຄົນ ແລະ ຈຳນວນນັກຂ່າວທີ່ຖືກສັງຫານໃນປະເທດທີ່ເບິ່ງຄືສະຫງົບຍັງສູງຢ່າງໜ້າຕົກໃຈ ໂດຍຢູ່ເມັກຊິກພຽງປະເທດດຽວ ມີນັກຂ່າວເສຍຊີວິດເຖິງ 10 ຄົນ. ຂະນະທີ່ພາກພື້ນອາເມລິກາລາຕິນ ມີນັກຂ່າວເສຍຊີວິດ 14 ຄົນ ຖືເປັນພາກພື້ນທີ່ອັນຕະລາຍເທົ່າກັບຕາເວັນອອກກາງ.
ກຸ່ມນັກຂ່າວໄຮ້ພົມແດນ ຍັງລະບຸວ່າ: ຂະນະທີ່ຈຳນວນນັກຂ່າວເສຍຊີວິດຂະນະປະຕິບັດໜ້າທີ່ຫລຸດລົງ, ແຕ່ຈຳນວນນັກຂ່າວທີ່ຖືກຄຸມຂັງພັດເພີ່ມຂຶ້ນ ໂດຍໃນປີນີ້ມີເຖິງ 389 ຄົນ ເພີ່ມຂຶ້ນ 12% ຈາກປີຜ່ານມາ ແລະ ເກືອບເຄິ່ງໜຶ່ງຖືກຄຸມຂັງຢູ່ 3 ປະເທດ ໄດ້ແກ່ ຈີນ, ເອຢິບ ແລະ ອາຣັບບີ ຊາອຸດິດ, ສ່ວນຈຳນວນນັກຂ່າວທີ່ຖືກຈັບເປັນຕົວປະກັນ ປີນີ້ມີ 57 ຄົນ ສ່ວນຫລາຍຢູ່ຊີຣີ, ເຢເມນ, ອີຣັກ ແລະ ອູແກຣນ.