ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ

- 65 2 - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ
- kitchen vibe - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ

      ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ຄັ້ງທີ II ປີ 2019 ​ໄດ້​ອັດ​ລົງ​ໃນ​ວັນ​ທີ 20 ທັນວາ​ນີ້ ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ, ມີ​ສະມາຊິກ​ລັດຖະບານ, ​ເຈົ້າຄອງ​ນະຄອນຫລວງ, ​ເຈົ້າ​ແຂວງ, ອົງການ​ຈັດຕັ້ງພັກ, ສະພາ​ແຫ່ງ​ຊາດ, ອົງການ​ໄອ​ຍະ​ການ, ສານ​ປະຊາຊົນ​ສູງ​ສຸດ, ​ແນວ​ລາວ​ສ້າງ​ຊາດ ​ແລະ ອົງການ​ຈັດຕັ້ງມະຫາຊົນ​ເຂົ້າຮ່ວມ.

- WhatsApp Image 2019 12 23 at 9 - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ

     ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ຊີ້​ນຳ​ໃຫ້​ບັນດາ​ຂະ​ແໜງ​ການ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ຫລາຍ​ຂຶ້ນ ​ເພື່ອ​ຕິດຕາມ​ກວດກາ​ການຈັດຕັ້ງປະຕິບັດ ​ແລະ ມີ​ມາດ​ຕະການ​ເຂັ້ມງວດ​ຂຶ້ນ ​ໂດຍ​ສະ​ເພາະ​ສືບ​ຕໍ່​ປັບປຸງ​ຮ່າງ​ດຳລັດ​ວ່າ​ດ້ວຍ​ການຈັດຕັ້ງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2020 ​ໃຫ້​ມີ​ເນື້ອ​ໃນ​ກະທັດ​ຮັດ, ​ເຂົ້າ​ໃຈງ່າຍ ​ແລະ ​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈິງ, ພ້ອມ​ທັງ​ສອດຄ່ອງ​ກັບ​ມະຕິ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້​ແຕ່ລະ​ຂະ​ແໜງ​ການ​ນຳ​ໄປ​ຈັດຕັ້ງຜັນ​ຂະຫຍາຍ​ໃຫ້​ເປັນ​ແຜນການ, ​ໂຄງການ​ລະອຽດ ​ແລະ ສາມາດ​ປະຕິບັດ​ໄດ້​ແຕ່​ເດືອນ​ມັງກອນ​ ປີ 2020 ​ເປັນຕົ້ນ​ໄປ, ສືບ​ຕໍ່​ເອົາ​ໃຈ​ໃສ່​ຈັດ​ສັນ​ງົບປະມານ​ຈາກ​ທຸກ​ແຫ​ລ່ງທີ່​ມີ ສຳລັບ​ແກ້​ໄຂ​ໄພພິບັດ ​ແລະ ​ໃຫ້​ສາມາດ​ນຳ​ໃຊ້​​ໄດ້​ຢ່າງ​ທັນ​ການ. ພ້ອມ​ນີ້ ​ໃຫ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ກະກຽມ ​ແລະ ຂຶ້ນງົບປະມານ​ແກ້​ໄຂ​ໄພພິບັດ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ​ເພື່ອ​ໃຫ້​ຮັບປະກັນ​ການ​ນຳ​ໃຊ້​ງົບປະມານ​ທີ່​ມີ​ຈຳກັດ​ມີ​ປະ​ສິດທິ​ຜົນ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ
- WhatsApp Image 2019 12 23 at 9 - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ

      ກອງ​ປະຊຸມ​ໄດ້​ເຫັນ​ດີ​ມອບ​ໃຫ້​ຄະນະ​ສະ​ເພາະ​ກິດ​ຂັ້ນສູນ​ກາງ ສົມທົບ​ກັບ​ນະຄອນຫລວງ ສືບ​ຕໍ່​ປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ, ການ​ຄ້ຳປະກັນ​ສະບຽງ​ອາຫານ, ການ​ຊົມ​ໃຊ້​ຜະລິດ​ຕະພັນ​ທີ່​ຜະລິດ​ໄດ້​ພາຍ​ໃນ ​ແລະ ຄຸ້ມ​ຄອງ​ການ​ນຳ​​ເຂົ້າສິນຄ້າ​ອຸປະ​ໂພ​ກ-ບໍລິ​ໂພ​ກ​ໃຫ້​ສຳ​ເລັດ, ພ້ອມ​ທັງ​ຊີ້​ນຳ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ແຕ່ງຕັ້ງຄະນະ​ສະ​ເພາະ​ກິດ​ຂອງ​ຕົນ​ຂຶ້ນ ​ເພື່ອ​ດຳ​ເນີນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ຂອງ​ປະຊາຊົນ​ໃຫ້​ໄດ້​ຮັບ​ຜົນ​ດີ ​ແລະ ມີ​ຂະ​ບວນການ​ຟົດຟື້ນ ​ເພື່ອ​ຫລຸດຜ່ອນ​ການ​ນຳ​ເຂົ້າສິນຄ້າ​ຈາກ​ຕ່າງປະ​ເທດ. ກອງ​ປະຊຸມ​ໄດ້​ມອບ​ໃຫ້​ຄະນະ​ສະ​ເພາະ​ກິດ​ສືບ​ຕໍ່​ກວດກາ​ໃນ​ທົ່ວ​ປະ​ເທດ ​ແລະ ​ແກ້​ໄຂ​ບັນຫາ​ການ​ເຊົ່າ-ສຳ​ປະທານ​ທີ່​ດິນ​ລັດ​ບໍ່​ຖືກຕ້ອງ​ໃຫ້​ຫລຸດ​ລົງ ​ໂດຍ​ສອດຄ່ອງ​ຕາມ​ລະບຽບ​ກົດໝາຍ, ພ້ອມ​ທັງ​ຊີ້​ນຳ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ໃນ​ການ​ຕິດຕາມ​ກວດກາ ​ແລະ ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃຫ້​ທັນ​ການ, ບໍ່​ແກ່ຍາວ ​ແລະ ​ໄດ້​ຮັບ​ຜົນ​ດີ.

      ກອງ​ປະຊຸມ​ໄດ້​ຊີ້ນຳ​ໃຫ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ປະຕິບັດ​ການ​ສອບ​ເສັງ​ລັດຖະກອນ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ, ສະ​ເໝີ​ພາບ ​ແລະ ຍຸຕິ​ທຳ, ການ​ສັບ​ຊ້ອນ​ບັນຈຸ​ຕ້ອງ​ຜ່ານ​ການ​ສອບ​ເສັງ​ຕາມ​ຫລັກການ ​ແລະ ຂັ້ນຕອນ​ຢ່າງ​ເຂັ້ມງວດ ບົນ​ພື້ນຖານ​ຄວາມ​ຮູ້, ຄວາມ​ສາມາດ, ສອດຄ່ອງ​ກັບ​ມາດຕະ​ຖານ​ຕຳ​ແໜ່​ງງານ​ວ່າງ, ຫ້າມ​ຮັບ​ເອົາ​ພະນັກງານ​ອາສາ​ສະໝັກ, ພະນັກງານ​ຕາມ​ສັນຍາ​ເຂົ້າ​ເປັນ​ລັດຖະກອນ ​ໂດຍ​ບໍ່​ຜ່ານ​ການ​ສອບ​ເສັງ​ເດັດຂາດ. ນອກ​ນີ້ ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ເລັ່ງລັດ​ປະຕິບັດ​ດຳລັດ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ-ກາງ, ​ໃນ​ນັ້ນ ກອງ​ທຶນ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຕ້ອງ​ປະສານ​ສົມທົບ​ກັບ​ບັນດາ​ທະນາຄານ​ທຸລະ​ກິດ ​ແລະ ພາກສ່ວນ​ອື່ນໆ ​ເພື່ອ​ຮັບປະກັນ​ໃຫ້​ຈຸນ​ລິ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ-ກາງ ສາມາດ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ໄດ້​ໄວ ​ແລະ ນຳ​​ໃຊ້​ເຂົ້າ​ໃນ​ການ​ຜະລິດ​, ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ. ພ້ອມ​ນີ້​ກໍ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​​ແຜ​ນການ ​ແລະ ການ​ລົງທຶນ ສົມທົບ​ກັບ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ປັບປຸງ​ຮ່າງ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ບໍລິການ​ປະຕູ​ດຽວ​ໃຫ້​ສຳ​ເລັດ ​ເພື່ອ​ໃຫ້​ທ່ານ​ນາຍົກລັດຖະມົນຕີລົງນາມ​ປະກາດ​ໃຊ້.

- 5 - ລັດຖະບານ​ຊີ້​ນຳ​ຫລາຍ​ບັນຫາ​ໃຫ້​ສູນ​ກາງ​ ​ແລະ ທ້ອງ​ຖິ່ນເອົາ​ໃຈ​ໃສ່​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິ​ຜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!