ກອງປະຊຸມຕົວແທນທົ່ວປະເທດບໍລິສັດ ອາລິອັນສ໌ ປະກັນໄພລາວ ປີ 2017
ກອງປະຊຸມຕົວແທນ ບໍລິສັດ ອາລິອັນສ໌ ປະກັນໄພລາວ ປະຈຳປີ 2017 ໄດ້ໄຂຂຶ້ນໃນວັນທີ 31 ພຶດສະພາ – 1 ມິຖຸນາ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງຮ່ວມທ່ານ ກີ ອາໂປວີ ແລະ ທ່ານ ບຸນຖົມ ລໍມະນີ ຄະນະອຳນວຍການບໍລິສັດດັ່ງກ່າວ ພ້ອມດ້ວຍຕົວແທນ ບປລ ໃນທົ່ວປະເທດເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອແຈ້ງຜົນໄດ້ຮັບຂອງບໍລິສັດໃນປີຜ່ານມາ ແລະ ທິດທາງເປົ້າໝາຍຂອງປີ 2017 ໃຫ້ແກ່ຕົວແທນ ບປລ ຮັບຊາບ ແລະ ຕັ້ງຂໍ້ແຂ່ງຂັນຕ່າງໆເພື່ອເຮັດໃຫ້ການຂາຍ ແລະ ບໍລິການປະກັນໄພເປັນຂະບວນຟົດຟື້ນ ແລະ ແທດເໝາະກັບຄວາມຕ້ອງການຂອງລູກຄ້າ. ຖ້າຫາກວ່າຕົວແທນທ່ານຫາກເຮັດໄດ້ເປົ້າກໍຈະໄດ້ຮັບ ລາງວັນຕອບແທນສູງ ພ້ອມໄດ້ຮັບລາງວັນທ່ອງທ່ຽວຕ່າງປະເທດນຳອີກ. ພ້ອມກັນນັ້ນ ກໍໄດ້ມີການລາຍງານເຖິງສະ ພາບຕະຫຼາດປະກັນໄພໃນປັດຈຸບັນ, ວຽກງານຍຸດທະສາດ ແລະ ແຜນພັດທະນາຂອງແຕ່ລະພະແນກການໃຫ້ຕົວແທນໄດ້ຮັບຮູ້.
ໃນປີ 2016 ຜ່ານມາ, ບັນດາຕົວແທນ ບປລ ສາມາດຂາຍປະກັນໄພໄດ້ລື່ນຕົວເລກການຂາຍຂອງສົກປີ 2015 ແລະ ໄດ້ເກີນຄາດໝາຍທີ່ຕັ້ງໄວ້ໃນປີ 2016, ຜະລິດຕະພັນປະກັນ ໄພທີ່ມີຜູ້ຊົມໃຊ້ຫຼາຍກວ່າໝູ່ແມ່ນປະກັນໄພຍານພາຫະນະ ເຊິ່ງກວມເຖິງ 61% ຂອງບັນປະກັນໄພປະເພດອື່ນໆ. ພ້ອມດຽວກັນນັ້ນ, ບັນດາຜູ້ເຂົ້າສໍາມະນາໃນຄັ້ງນີ້ຍັງໄດ້ຮັບຊາບເຖິງການສະຫຼຸບຂໍ້ແຂ່ງຂັນຕ່າງໆໃນທີ່ທາງບໍລິສັດຕັ້ງ ຂຶ້ນໃນປີ 2016 ແລະ ມີບັນດາຕົວແທນຈໍານວນ 76 ທ່ານສາມາດບັນລຸເປົ້າທີ່ຕັ້ງໄວ້, ໃນນັ້ນມີຕົວແທນຈໍານວນ 31 ທ່ານໄດ້ຮັບລາງວັນໄປທ່ອງຕ່າງປະເທດ.