ເສດຖະກິດໂລກປີໜ້າບໍ່ແນ່ນອນເພາະຫລາຍປັດໄຈ


ຜູ້ຊ່ຽວຊານຊີ້ວ່າ: ເສດຖະກິດໂລກປີ 2020 ມີຄວາມບໍ່ແນ່ນອນ ເພາະຫລາຍປັດໄຈ ນັບແຕ່ການເມືອງອາເມລິກາ, ການປ່ຽນແປງສະພາບອາກາດ ໄປຈົນເຖິງການປ່ຽນແປງເຕັກໂນໂລຊີດິຈິທັລ, ແຕ່ບໍ່ອາດຈະເກີດວິກິດຄັ້ງໃໝ່.
ອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ ຫລື OECD ຄາດວ່າປີໜ້າເສດຖະກິດໂລກຈະຂະຫຍາຍຕົວພຽງ 2,9% ຕໍ່າທີ່ສຸດນັບແຕ່ວິກິດການເງິນໂລກເຂົ້າສູ່ຈຸດສູງສຸດໃນປີ 2009 ເຖິງວ່າທະນາຄານກາງຫລາຍປະເທດດຳເນີນມາດຕະການທາງບຸກ, ຂະນະທີ່ ກອງທຶນການເງິນສາກົນ ຫລື IMF ຄາດຄະເນໃນທາງດີກວ່າເລັກໜ້ອຍວ່າ: ເສດຖະກິດໂລກປີໜ້າຈະຂະຫຍາຍຕົວ 3,4%, ແຕ່ເຕືອນວ່າອາດເກີດການຂະຫຍາຍຕົວຊ້າ ແລະ ການຟື້ນຕົວຢ່າງບໍ່ແນ່ນອນໃນເວລາດຽວກັນ.
ລູໂດວິກ ຊູບຣານ ນັກເສດຖະສາດຂອງອາລິອັນ ບໍລິສັດປະກັນຍັກໃຫຍ່ຂອງເຢຍລະມັນ ເບິ່ງວ່າ: ກຳລັງຈະເກີດການເຕີບໃຫຍ່ແບບຊະລ້າງຂຶ້ນທົ່ວໂລກ, ການປ່ຽນແປງຢ່າງກະທັນຫັນແບບເປັນລະບົບອາດຈະບໍ່ເກີນຂຶ້ນໃນຂະແໜງການເງິນ, ແຕ່ຈະເກີດຈາກພາຍນອກ. ສ່ວນປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ຖ້າລອດຈາກຂະບວນການອະພິປາຍຖອດຖອນຈາກຕຳແໜ່ງ ແລະ ໄດ້ຮັບເລືອກຕັ້ງອີກສະໄໝ ທ່ານອາດເພີ່ມຄວາມຂັດແຍ່ງກັບຈີນເປັນສອງເທົ່າ ແລະ ສ່ຽງເກີດການຜະເຊີນໜ້າທາງທະຫານຂຶ້ນໄດ້.