ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ

ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ - 025 - ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ
ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ - kitchen vibe - ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນໃຫ້ຮູ້ວ່າ: ປັດຈຸບັນ, ລັດຖະບານພວມເລັ່ງປັບປຸງລະບົບການເສຍພາສີ, ອາກອນ ແລະ ຄ່າທໍານຽມຕ່າງໆ ໃຫ້ຜ່ານລະບົບທະນາຄານຫລືລະບົບທັນສະໄໝເພື່ອຮັບປະກັນການເກັບລາຍຮັບເຂົ້າງົບປະມານໄດ້ເຕັມເມັດໜ່ວຍແລະມີຄວາມໂປ່ງໃສ.

  ຮອງນາຍົກລັດຖະມົນຕີ ກ່າວວ່າ: ປັດຈຸບັນ,ຂະແໜງອາກອນໄດ້ນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນຫລືແທ໋ກລິສ (Tax Revenue Information System) ຊຶ່ງລະບົບນີ້ຈະເກັບກໍາບັນດາຫົວໜ່ວຍທຸລະກິດຕ່າງໆເຂົ້າໃນລະບົບ ເພື່ອອໍານວຍຄວາມສະດວກໃຫ້ບັນດາຜູ້ປະກອບການ, ນັກທຸລະກິດສາມາດແຈ້ງເສຍອາກອນດ້ວຍຕົນເອງໃນຮູບແບບຈະເສຍເຂົ້າໃນຄັງເງິນ ຫລື ເສຍຜ່ານທາງອອນລາຍກໍໄດ້ນັບວ່າເປັນຊ່ອງທາງອໍານວຍຄວາມສະດວກແລະສະດວກວ່ອງໄວແລະມາຮອດປັດຈຸບັນ, ໄດ້ມີຫົວໜ່ວຍທຸລະກິດເຂົ້າໃນລະບົບແທ໋ກລິສ ແລ້ວປະມານ 50%ແລະມີການຂະຫຍາຍການນໍາໃຊ້ລະບົບດັ່ງກ່າວໄດ້ໃນ15 ແຂວງແລ້ວ.

ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ - Visit Laos Visit SALANA BOUTIQUE HOTEL - ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ

ອງນາຍົກລັດຖະມົນຕີ ກ່າວວ່າ: ປັດຈຸບັນ,ຂະແໜງອາກອນໄດ້ນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນຫລືແທ໋ກລິສ (Tax Revenue Information System) ຊຶ່ງລະບົບນີ້ຈະເກັບກໍາບັນດາຫົວໜ່ວຍທຸລະກິດຕ່າງໆເຂົ້າໃນລະບົບ ເພື່ອອໍານວຍຄວາມສະດວກໃຫ້ບັນດາຜູ້ປະກອບການ, ນັກທຸລະກິດສາມາດແຈ້ງເສຍອາກອນດ້ວຍຕົນເອງໃນຮູບແບບຈະເສຍເຂົ້າໃນຄັງເງິນ ຫລື ເສຍຜ່ານທາງອອນລາຍກໍໄດ້ນັບວ່າເປັນຊ່ອງທາງອໍານວຍຄວາມສະດວກແລະສະດວກວ່ອງໄວແລະມາຮອດປັດຈຸບັນ, ໄດ້ມີຫົວໜ່ວຍທຸລະກິດເຂົ້າໃນລະບົບແທ໋ກລິສ ແລ້ວປະມານ 50%ແລະມີການຂະຫຍາຍການນໍາໃຊ້ລະບົບດັ່ງກ່າວໄດ້ໃນ15 ແຂວງແລ້ວ.

ທ່ານຮອງນາຍົກລັດຖະມົນຕີກ່າວວ່າ: ສໍາລັບການເສຍພາສີ-ອາກອນທີ່ດິນ ແມ່ນຫາກໍເລີ່ມປະຕິບັດການເສຍຜ່ານລະບົບທະນາຄານ,ແຕ່ກໍເຫັນວ່າຍັງບໍ່ທັນມີຄວາມຄ່ອງຕົວປານໃດ, ຍ້ອນວ່າໜ່ວຍບໍລິການຂອງທະນາຄານຢູ່ທ້ອງຖິ່ນຕ່າງໆຍັງມີບໍ່ຫລາຍ,ຈຶ່ງເຮັດໃຫ້ປະຊາຊົນສ່ວນໃຫຍ່ຍັງໄປເສຍພາສີ-ອາກອນທີ່ດິນນໍາອົງການປົກຄອງບ້ານຂອງຕົນຄືດັ່ງເຄີຍປະຕິບັດມາ, ແຕ່ແນວໃດກໍຕາມ, ຕໍ່ບັນຫານີ້, ພາກສ່ວນທີ່ກ່ຽວຂ້ອງພວມເລັ່ງປັບປຸງເພື່ອເຮັດໃຫ້ການເກັບລາຍຮັບຕ່າງໆດີຂຶ້ນ.ສ່ວນການເກັບຄ່າທໍານຽມທາງໃນປີ2019 ເຫັນວ່າມີຜູ້ມາເສຍບໍ່ຮອດເຄິ່ງຂອງຈຳນວນພາຫະນະທັງໝົດ, ໂດຍສະເພາະແມ່ນລົດຈັກແລະສ່ວນຫລາຍແມ່ນພາຫະນະຢູ່ທ້ອງຖິ່ນເຂດຫ່າງໄກສອກຫລີກ, ເນື່ອງຈາກບໍ່ມີໜ່ວຍບໍລິການຂອງທະນາຄານ, ຈຶ່ງເຮັດໃຫ້ປະຊາຊົນພົບຄວາມຫຍຸ້ງຍາກໃນການໄປເສຍຄ່າທຳນຽມທາງ.
  

ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ - 4 - ລັດຫັນການເກັບຄ່າທໍານຽມ-ພາສີອາກອນຕ່າງໆໃຫ້ຜ່ານລະບົບທະນາຄານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!