ບົດຮຽນກໍ່ສ້າງພະນັກງານລະດັບຍຸດທະສາດຂອງຍີ່ປຸ່ນ


ລູກເມືອງພວນ
ມື້ນີ້, ພວກເຮົາຈະໄດ້ຢິບຍົກເອົາບາງບົດຮຽນກໍ່ສ້າງພະນັກງານລະດັບຍຸດທະສາດຂອງ ຍີ່ປຸ່ນ ມາໃຫ້ເຫັນວ່າ ເພິ່ນເຮັດແນວໃດກັນ, ແລ້ວ ທຽບໃສ່ບ້ານເຮົາເບິ່ງ:
ອັນທີໜຶ່ງ: ລັດຖະບານ ຍີ່ປຸ່ນ ເອົາໃຈໃສ່ ກໍ່ສ້າງພະນັກງານລະດັບຍຸດທະສາດເປັນພິເສດ ແລະ ກຳນົດເອົາການກໍ່ສ້າງພະນັກງານລະດັບຍຸດທະສາດເປັນໜ້າທີ່ຕົ້ນຕໍຂອງລັດຖະບານ. ຫຼັງຈາກນັ້ນ ລັດຖະບານກໍກຳນົດມາດຖານເງື່ອນໄຂ ເພື່ອຄັດເລືອກເອົາພະນັກງານທີ່ມີຄວາມຮູ້ ຄວາມສາມາດ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ. ວິທີການດຳເນີນການຄັດເລືອກຂອງເພິ່ນກໍຄືຈັດຕັ້ງການສອບເສັງ ໂດຍຮັບປະກັນລັກສະນະສະເໝີພາບ, ຍຸດຕິທຳ ແລະ ຄວາມເປັນຈິງ. ໃນເມື່ອຄັດເລືອກໄດ້ແລ້ວ, ລັດຖະບານຈະເລັ່ງບຳລຸງເພື່ອຄັດແຍກເອົາພະນັກງານລະດັບຍຸດທະສາດອີກຄັ້ງໜຶ່ງ. ນີ້ຄືແນວຄິດຈີນຕະນາການພັດທະນາບຸກຄະລາກອນທີ່ມີຄຸນະພາບສູງຂອງ ຍີ່ປຸ່ນ.
ອັນທີສອງ:ຄັດຈ້ອນ ເລືອກເຟັ້ນເອົາຜູ້ທີ່ມີຄວາມສາມາດເຂົ້າມາໃນກົງຈັກຂອງລັດ ເພື່ອສ້າງໃຫ້ເປັນພະນັກງານລະດັບຍຸດທະສາດ.
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງສອບເສັງທີ່ເຄັ່ງຄັດ ແລະ ໄດ້ມາດຕະຖານນັ້ນ. ຍີ່ປຸ່ນໄດ້ສ້າງຕັ້ງຄະນະກຳມະການບຸກຄະລາກອນແຫ່ງຊາດທີ່ຂຶ້ນກັບລັດຖະບານ ແຕ່ມີຄວາມເປັນເອກະລາດ, ມີໜ້າທີ່ຈັດຕັ້ງການສອບເສັງ, ຄັດເລືອກ, ເລືອກເຟັ້ນ, ເປັນອົງກອນຕ້ອນຮັບພະນັກງານໃໝ່ ພາຍຫຼັງການຈັດຕັ້ງສອບເສັງລະດັບຊາດສຳເລັດ ພ້ອມດຽວກັນນັ້ນກໍມີໜ້ທີ່ຕິດຕາມກວດກາການຈັດຕັ້ງສອບເສັງເອົາບຸກຄະລາກອນຂອງແຕ່ລະພາກສ່ວນໃນທົ່ວປະເທດ.
ແຕ່ລະປີ ຄະນະກຳມະການບຸກຄະລາກອນແຫ່ງຊາດຍີ່ປຸ່ນຈະຈັດຕັ້ງການສອບເສັງ 3 ຄັ້ງຄື: ຮອບທີ 1 ແມ່ນຈັດຕັ້ງສອບເສັງຄັດເລືອກເອົາບຸກຄະລາກອນປະເພດໜຶ່ງ( ບຸກຄະລາກອນລະດັບສູງ) ແລະ ຈັດຕັ້ງສອບເສັງເອົາບຸກຄະລາກອນປະເພດ 2 ແລະ ປະເພດ 3 ເພື່ອເຮັດວຽກຕາມສາຍວິຊາສະເພາະ. ການຈັດຕັ້ງສອບເສັງເອົາພະນັກງານປະເພດ 1(ພະນັກງານລະດັບສູງ) ນັ້ນ ແມ່ນຈັດຂຶ້ນໃນເດືອນ ມີຖຸນາ ແຕ່ລະປີ. ຍີ່ປຸ່ນຈະຈັດຕັ້ງສອບເສັງເອົາພະນັກງານປະເພດ 1 ນີ້ 1.000 ຄົນຕໍ່ປີ ແຕ່ຜູ້ທີ່ເຂົ້າຮ່ວມສອບເສັງແມ່ນທົບ 50 ເທື່ອ. ຜູ້ທີ່ເຂົ້າຮ່ວມສອບເສັງສ່ວນຫຼາຍແມ່ນບັນດານັກສືກສາທີ່ດີເດັ່ນໄດ້ຜ່ານການສອບເສັງກ່ອນຈະສະໝັກເຂົ້າມາສອບເສັງເປັນລັດຖະກອນ. ພວກເຂົາເຫຼົ່ານີ້ຕ້ອງແມ່ນຜູ້ທີ່ສອບເສັງເຂົ້າມະຫາວິທະຍາໄລໃຫ່ຍໆໄດ້, ຜົນການຮຽນຕ້ອງຢູ່ໃນລະດັບດີເລີດ. ສະຖິຕິຊີ້ໃຫ້ເຫັນວ່າ ຜູ້ທີ່ເຂົ້າມາສອບເສັງປະເພດ 1 ນີ້ ຫຼາຍກ່ວາເຄິ່ງໜຶ່ງແມ່ນນັກສຶກສາທີ່ດີເດັ່ນເສັງເຂົ້າມະຫາວິທະຍາໄລ ໂຕກຽວ ໄດ້ ແລະ ສ່ວນຫຼາຍແມ່ນນັກສືກສາໃນສາຂາກົດໝາຍ ແລະ ເສດຖະກິດ. ໃນຈຳນວນ 1.000 ຄົນທີ່ສອບເສັງໄດ້ ເຄິ່ງໜຶ່ງຈະເປັນພະນັກງານບໍລິຫານ, ສ່ວນທີ່ຍັງເຫຼືອແມ່ນເປັນພະນັກງານວິຊາການຕາມວິຊາສະເພາະ. ພະນັກງານບໍລິຫານທີ່ມາຈາກສາຂາກົດໝາຍ ແລະ ເສດຖະກິດ ສ່ວນຫຼາຍແມ່ນໄດ້ກາຍເປັນພະນັກງານນຳພາໃນລະດັບສູງຂອງບັນດາກະຊວງ. ສ່ວນພະນັກງານວິຊາການຕາມສາຍວິຊາສະເພາະກໍອາດກາຍເປັນພະນັກງານນຳພາຢູ່ໃນບາງກະຊວງທີ່ກ່ຽວຂ້ອງກັບວິທະຍາສາດເຕັກໂນໂລຢີ, ວິທະຍາສາດທຳມະຊາດເຊັ່ນ: ກະຊວງຄົມມະນາຄົມ, ໄປສະນີ, ກະຊວງກໍ່ສ້າງ, ກະຊວງກະສິກຳ…
ອັນທີ ສາມ: ເຖິງແມ່ນວ່າວຽກງານບຸກຄະລາກອນຂອງ ຍີ່ປຸ່ນຈະຢູ່ໃນລະດັບສູງ, ເຄັ່ງຄັດກໍຕາມ ແລະ ມີລັກສະນະຕາມຮູບແບບວິຊາການສູງແຕ່ການຈັດວາງຊັບຊ້ອນພະນັກງານເຂົ້າໃສ່ໜ້າວຽກຊໍ້າພັດຍັງຕິດພັນກັບຈຸດພິເສດຂອງຂະແໜງການ. ດັ່ງນັ້ນ, ພະນັກງານຈະຕ້ອງໄດ້ເຮັດວຽກຕາມໜ້າວຽກທີ່ກຳນົດໃຫ້. ພະນັກງານຈະຕ້ອງຕອບສະໜອງໃຫ້ໄດ້ທັງໝົດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ສາມາດປ່ຽນວີຊາສະເພາະໄດ້ກໍຕໍ່ເມື່ອຜ່ານການສອບເສັງເພື່ອປ່ຽນໜ້າທີ່ວຽກງານ, ຈາກນັ້ນກໍຈະເລືອກເອົາຜູ້ທີ່ດີເດັ່ນທີ່ສຸດເຂົ້າໃນຕຳແໜ່ງການນຳ.
ອັນທີສີ່: ສຳລັບຢູ່ຍີ່ປຸ່ນ ກະຊວງການເງິນ, ກະຊວງອຸດສາຫະກຳ, ກະຊວງກະຊວງການຄ້າສາກົນ, ກະຊວງການຕ່າງປະເທດ, ກົມເສດຖະກິດແຜນການ ເປັນຂະແໜງການທີ່ມີການແກ້ງແຍ້ງແຂ່ງຂັນສູງ. ບັນດາກະຊວງເຫຼົ່ານີ້ ໃນແຕ່ລະປີຈະຮັບເອົາພະນັກງານພຽງແຕ່ 25 ຄົນເທົ່ານັ້ນ ແຕ່ຜູ້ທີ່ສະໝັກເຂົ້າມາສອບເສັງແມ່ນສູງກ່ວາຕັ້ງຫຼາຍເທົ່າ. ພາຍຫຼັງສອບຜ່ານຮອບຄັດເລືອກພະນັກງານປະເພດໜຶ່ງແລ້ວ, ຜູ້ທີ່ສອບເສັງໄດ້ມີສິດເລືອກບ່ອນທີ່ຈະເຮັດວຽກ ແລະ ຈະໄດ້ຜ່ານການຝຶກອົບຮົມຫຼາຍບັ້ນ ເພື່ອຍົກສູງວິຊາສະເພາະຕະຫຼອດໄລຍະເຮັດການຂອງຕົນ, ຊຶ່ງຈະມີ 2 ໄລຍະຝຶກອົບຮົມ. ໄລຍະທີໜຶ່ງ ແມ່ນຈະໄດ້ຝຶກອົບຮົມປະສົບການໂດຍຜ່ານການໝູນວຽນເຮັດວຽກຢູ່ຕາມກະຊວງຕ່າງໆ ແລະ ຂະແໜງການອື່ນຢູ່ໃນກະຊວງຂອງຕົນເອງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; ໄລຍະທີສອງແມ່ນຈັດຕັ້ງຝຶກອົບຮົມ ແລະ ບຳລູງ ໂດຍຜ່ານຫຼາຍລະດັບທີ່ແຕກຕ່າງກັນ. ແຕ່ລະປີຈະເປີດການຝຶກອົບຮົມອອກເປັນຫຼາຍຊຸດ ແຕ່ລະຊຸດກິນເວລາແຕ່ 4-5 ອາທິດ ໂດຍເລັ່ງລັດຄວາມຮູ້ກ່ຽວກັບວຽກງານບໍລິຫານ, ເສດຖະກິດ-ການເມືອງຂອງຍີ່ປຸ່ນ ແລະ ຂອງໂລກ. ນອກນັ້ນ ໃນລະດັບຫ້ອງການ, ແຕ່ລະປີກໍຈະມີການຈັດຕັ້ງບຳລູງໂດຍສະຖາບັນບຸກຄະລາກອນຈັດຂຶ້ນ, ຈຸດປະສົງແມ່ນແນໃສ່ໃຫ້ພະນັກງານສາມາດກຳໄດ້ບັນຫາໃໝ່ໆໃນວຽກງານບໍລິຫານ, ທິດທາງການພັດທະນາເສດຖະກິດ, ການເມືອງ, ດ້ານໜຶ່ງອີກແມ່ນເພື່ອໃຫ້ພະນັກງານງານໄດ້ມີໂອກາດພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ເພື່ອໃຫ້ເກີດຄວາມຮ່ວມມືລະຫ່ວາງພະນັກງານ ແລະ ຂະແໜງການດ້ວຍກັນ.
ອັນທີຫ້າ: ຍີ່ປຸ່ນໄດ້ສ້າງລະບົບມາດຕະຖານເພື່ອຕີລາຄາພະນັກງານ ຊຶ່ງໄດ້ນຳໃຊ້ມາແຕ່ເດືອນ ເມສາ ປີ 2009 ເປັນຕົ້ນມາ, ມາດຕະຖານດັ່ງກ່າວ ແມ່ນອີງໃສ່ຄວາມສາມາດເຮັດວຽກ ແລະ ຜົນງານຕົວຈິງ ຊຶ່ງແຕ່ລະຕຳແໜ່ງຈະມີມາດຕະຖານສະເພາະຂອງໃຜລາວເຊັ່ນ: ຫົວໜ້າຫ້ອງການ, ຫົວໜ້າຂະແໜງ… ແລະ ຈະຖືກປະເມີນຜົນເປັນແຕ່ລະໄລຍະ. ມາດຖານເງື່ອນໄຂຕີລາຄາຄວາມສາມາດຂອງພະນັກງານແມ່ນໄດ້ອອກແບບມີວີທະຍາສາດທີ່ສຸດ. ຊຶ່ງສາມາດສ່ອງແສງເຖິງທາດແທ້ ແລະ ຄຸນນະທາດທັງໝົດຂອງພະນັກງານ ທີ່ຕອບສະໜອງໃຫ້ໜ້າທີ່ວຽກງານໃນປັດຈຸບັນ ແລະ ໃນອະນາຄົດ ໂດຍສະເພາະແມ່ນປັດໄຈທາງດ້ານຄຸນສົມບັດ, ການອະທິບາຍຊີ້ນຳ, ການປະສານສົມທົບໜ້າທີ່ວຽກງານ ແລະ ການຄຸ້ມຄອງການເຄື່ອນໄຫວວຽກງານ, ການຊີ້ນຳນຳພາການຈັດຕັ້ງ, ການສ້າງພະນັກງານ. ຜົນຂອງການຕີລາຄາ ຈະມີຜົນຕໍ່ເນື່ອງກັບການຍົກຖານະຕຳແໜ່ງ, ເລື່ອນຊັ້ນຂັ້ນເງິນເດືອນ, ການຍ້ອງຍໍຊົມເຊີຍ ຫຼື ການໃຫ້ພະນັກງານພັກວຽກ. ໂດຍສະເພາະແມ່ນການແຕ່ງຕັ້ງຕຳແໜ່ງຮອງຫົວໜ້າຂະແໜງຂອງກະຊວງລົງມານັ້ນ, ຜົນຂອງການປະເມີນສອງຄັ້ງຫຼ້າສຸດ ຕ້ອງແມ່ນມີໜຶ່ງຄັ້ງໄດ້ຮັບການຕີລາຄາສູງສຸດ(S ຫຼື A)ແລະ ອີກຄັ້ງໜຶ່ງນັ້ນ ຕ້ອງແມ່ນປະເພດດີຂຶ້ນເມືອ(B). ຖ້າຫາກເປັນການແຕ່ງຕັ້ງລະດັບຫົວໜ້າຂະແໜງຂັ້ນກະຊວງຕ້ອງຜ່ານການຕີລາຄາ 3 ຄັ້ງ, ໃນນັ້ນຜົນການປະເມີນຄັ້ງຫຼ້າສຸດຕ້ອງຢູ່ໃນລະດັບ(S ຫຼື A) ແລະ ຜົນຕີລາຄາຕ້ອງຢູ່ໃນລະດັບດີຂຶ້ນເມືອ(B). ຖ້າຫາກເປັນການແຕ່ງຕັ້ງຕຳແໜ່ງລະດັບຮອງລັດຖະມົນຕີ, ຫົວໜ້າກົມຂັ້ນກະຊວງຈະຕ້ອງຕີລາຄາເຖິງ 6 ຄັ້ງ, ໃນນັ້ນ ຕໍ່ກັບຄວາມສາມາດທີ່ຖືກຕີລາຄາ 2 ຄັ້ງຫຼ້າສຸດໃນປີ ແລະ ຜົນການປະເມີນຫຼ້າສຸດຂອງປີຜ່ານມາຕ້ອງຢູ່ໃນລະດັບ (S ຫຼື A) ນອກຈາກນັ້ນຕ້ອງແມ່ນຢູ່ໃນລະດັບດີຂຶ້ນເມືອ(B). ສະຫຼຸບໄດ້ວ່າຜົນຂອງການຕີລາຄາມີຄວາມສຳຄັນຫຼາຍ ແລະ ທັງເປັນປັດໄຈຊຸກດັນໃຫ້ພະນັກງານມີຄວາມບຸກບືນຍິ່ງຂຶ້ນ.
ອັນທີຫົກ: ນະໂຍບາຍຕໍ່ພະນັກງານ ແມ່ນປັດໄຈທີ່ສຳຄັນໃນການກຳນົດພະນັກງານຂອງຍີ່ປຸ່ນ. ດ້ວຍກົນໄກ ແລະ ວິທີການຄຸ້ມຄອງເຊັ່ນ ຈັດຕັ້ງການສອບເສັງຢ່າງເປີດເຜີຍ ແລະ ສະເໝີພາບຄືແນວນັ້ນ ກໍມີແຕ່ຜູ້ທີ່ດິເດັ່ນທີ່ສຸດຈຶ່ງຈະໄດ້ເຂົ້າໄປເປັນພະນັກງານລັດ. ເຂົາເປັນຜູ້ທີ່ສັງຄົມເຄົາລົບນັບຖື, ເຊື່ອໝັ້ນ, ຈາກນັ້ນພະນັກງານກໍມີຄວາມເອກອ້າງທະນົງໃຈຕໍ່ໜ້າທີ່ວຽກງານທີ່ປະຊາຊົນມອບໝາຍໃຫ້. ຕໍ່ກັບນັກຮຽນຮູ້ປັນຍາຊົນທີ່ມີຄວາມຮູ້ຄວາມສາມາດ ແລະ ເປັນພະນັກງານລະດັບຍຸດທະສາດ, ຍີ່ປຸ່ນຈະໃຫ້ເງິນເດືອນສູງທີ່ສຸດ ແລະ ມີລະບົບຍ້ອງຍໍຊົມເຊີຍທີ່ເໝາະສົມ. ໃນຂະນະທີ່ນຳໃຊ້ພະນັກງານຂັ້ນລຸ່ມຂອງຕົນ, ການນຳຈະຫາທຸກວິທີການປຸກລະດົມຊຸກຍູ້ຜູ້ທີ່ຢູ່ໃຕ້ການບັງຄັບບັນຊາມີກຳລັງໃຈເຮັດວຽກຢ່າງສຸດອົກສຸດໃຈ ແລະ ໝົດຄວາມສາມາດຂອງຕົນ ພ້ອມດຽວກັນນັ້ນ ກໍເຂັ້ມງວດທີ່ສຸດຕໍ່ປາກົດການສໍ້ລາດບັງຫຼວງ ແລະ ຕົ້ມຕຸ໋ນ…
———————————–