ລາວ-ສະຫະລັດອາເມລິກາ ເສີມຂະຫຍາຍການພົວພັນ ຮ່ວມມືສອງປະເທດ


ໃນວັນທີ 14 ມັງກອນ ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານນາງ Rena Bitter ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດປະຈຳຢູ່ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນໃນການເປັນຂົວຕໍ່ລະຫວ່າງ ລາວ ແລະ ສະຫະລັດອາເມລິກາ ຂອງທ່ານທູດ ໃນໄລຍະການປະຕິບັດໜ້າທີ່ຢູ່ລາວ ໂດຍສະເພາະການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ຄວາມພະຍາຍາມ ແລະ ການຊ່ວຍເຫລືອດ້ານຕ່າງໆຂອງທ່ານທູດ ໃນໄລຍະທີ່ຜ່ານມາ ແລະ ຝາກຄວາມຫວັງວ່າ ທ່ານທູດຈະສືບຕໍ່ເສີມຂະຫຍາຍຄວາມຮັກແພງ ແລະ ສະໜັບສະໜູນລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ມີໝາກຜົນຍິ່ງໆຂຶ້ນໃນອະນາຄົດ.
ໂອກາດນີ້, ທ່ານນາງ Rena Bitter ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບຄັ້ງນີ້, ພ້ອມທັງ ສະແດງຄວາມຄອບໃຈ ຕໍ່ລັດຖະບານລາວ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ຮ່ວມມື ແລະ ເອື້ອອຳນວຍຄວາມສະດວກໃນທຸກດ້ານ ຕະຫລອດໄລຍະ ທີ່ໄດ້ມາປະຕິບັດໜ້າທີ່ການທູດ ຢູ່ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.