ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ

ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - 85 3 - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ
ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - kitchen vibe - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ

ທິດ​ກໍ່າ:

     ການ​ປ່ຽ​ນ​ແປງ​ຂອງ​ໜ່ວຍ​ໂລກ​ສະທ້ອນ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ​ນັບ​ມື້ຮຸນ​ແຮງ​ຂຶ້ນ​ເລື້ອຍໆ. ​ໄປ​ຄຽງ​ຄູ່​ກັນນັ້ນ ມວນ​ມະນຸດ​ທີ່​ໄດ້​ເກີດ​ມາ​ໃນ​ໂລກ​ກໍ​ເລັ່ງ​ໃຫ້​ມີ​ການ​ສ້າງສາ​ພັດທະນາ ​ເພື່ອ​ຄວາມ​ຢູ່​ລອດ​ໄປ​ຕາມ​ຍຸກ​ຕາມ​ສະ​ໄໝ. ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ຈະ​ເລີ​ນທາງ​ດ້ານ​ວັດຖຸ​ກໍ​ນັບ​ມື້​ເລັ່ງລັດ​ພັດທະນາ​ດ້ານ​ເຕັກ​ໂນ​ໂລ​ຊີ​ໃນທຸກ​ດ້ານ ​ເພື່ອ​ເອື້ອອຳນວຍ​ຜົນ​ປະ​ໂຫຍ​ດ​ໃຫ້​ຕົນ​ເອງ​ ຈົນ​ເກີດ​ຄວາ​ມຂັດ​ແຍ່ງ​ທາງ​ສັງຄົມ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ. ​ໄປ​ຄຽງ​ຄູ່​ກັນນັ້ນ, ປາກົດການ​ຂອງ​ໄພພິບັດ ​ແລະ ​ໂຣກລະບາດ​ຕ່າງໆ​ກໍ​ນັບ​ມື້​ເກີດ​ຂຶ້ນຢ່າງ​ຮຸນ​ແຮງ ສັງ​ເວີຍ​ຊີວິດຄົນ ​ແລະ ສັດ ຕະຫລອດ​ຊັບ​ພະ​ສິ່ງ​ແຕ່ລະ​ປີ​ຈຳນວນ​ບໍ່​ໜ້ອຍ ​ໂດຍ​ຫລ້າ​ສຸດ​ໄດ້​ເກີດ​ມີ​ພະຍາດ​ຊະນິດ​ໃໝ່​ມາ​ທຳລາຍ​ເຜົາ​ຜານມະນຸດ ​ໄດ້​ແກ່​ເຊື້ອ​ໄວຣັສ​ໂຄ​ໂຣນາ​ເກີດ​ຂຶ້ນຢູ່​ເມືອງ​ອູ່​ຮັນ ປະ​ເທດ​ຈີນ ພວມ​ສັງຫານ​ຊີວິດ​ຄົນ​ຕາຍ​ໄປ​ແລ້ວ​ຫລາຍ​ສິບສົບ.

ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - Visit Laos Visit SALANA BOUTIQUE HOTEL - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ
ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - Visit Laos Visit SALANA BOUTIQUE HOTEL - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ

      ກ່າວ​ເຖິງ​ໄພພິບັດ​ຕ່າງໆ​ທີ່​ໄດ້​ສ້າງ​ຜົນ​ກະທົບ​ອັນ​ມະຫາສານ​ຕໍ່​ມວນ​ມະນຸດ​ໃນ​ໂລກ​ພະພຸດທະ​ເຈົ້າທີ່​ເປັນ​ສາດສະ​ດາ​ຈານ​ເອກ​ຂອງ​ໂລກ ​ໄດ້​ທຳນາຍ​ໄວ້​ວ່າ: ຕົກ​ເຂົ້າ​ເມື່ອ​ສາສະໜາ​ພຸດ​ມີ​ອາຍຸ​ໄດ້ 2.500 ປີ​ຂຶ້ນ​ໄປ​ ຈະ​ມີ​ໄພພິບັດ 9 ຢ່າງ​ມາ​ທຳລາຍ​ມະນຸດ​ໃນ​ໂລກ ​ເປັນຕົ້ນ​ເກີດ​ພາຍຸ​ລົມ​ແຮງ, ​ແຜ່ນດິນ​ໄຫວ, ​ອັກຄີ​ໄພ, ອຸ​ທົກ​ກະ​ໄພ, ​ເກີດ​ຮ້ອນ​ເກີນ​ໄປ​ໜາວ​ເກີນ​ໄປ, ຈະ​ເກີດ​ສານພິດ​ຕ່າງໆ, ​ເກີດ​ອຶດຫິວ​ເຂົ້າຍາກ​ໝາກ​ແພງ ​ແລະ ​ເກີດ​ອາ​ຄາດ​ພະຍາບາດ​ບຽດບຽນ​ເຊິ່ງກັນ ​ແລະ ກັນ. ຈາກ​ການ​ທຳນາຍ​ຂອງ​ພະພຸດທະ​ເຈົ້າຖື​ວ່າ​ແຕ່ລະ​ປະ​ເທດ​ແມ່ນ​ໄດ້​ຜ່ານ ​ແລະ ​ເຄີຍ​ປະສົບ​ພົບ​ພໍ້​ມາ​ແລ້ວ ຕ່າງ​ແຕ່​ວ່າ​ມີ​ບ່ອນ​ຫລາຍ​ບ່ອນ​ໜ້ອຍ ​ແລະ ບ່ອນ​ໜັກ​ບ່ອນ​ເບົາ.

     ສຳລັບ​ປະ​ເທດ​ລາວ​ເຮົາ​ແລ້ວ, ມະ​ຫັນ​ຕະ​ໄພ 9 ຢ່າງ​ທີ່​ໄດ້​ກ່າວ​ມານັ້ນ ​ແມ່ນ​ໄດ້​ປະສົບ​ພົບ​ພໍ້ ​ແລະ ຜ່ານ​ພົ້ນມາ​ແລ້ວ ​ເຊິ່ງ​ໃນ​ສອງ​ສາມ​ປີ​ມາ​ນີ້ ມີ​ເຫດການ​ຝົນຕົກ​ໜັກ​​ເຂື່ອນ​ແຕກ​ຢູ່​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື, ມີ​ເຫດການ​ນ້ຳຖ້ວມ​ສອງ​ແຂວງ​ພາກ​ກາງ ​ແລະ ສີ່​ແຂວງ​ພາກ​ໃຕ້ ​ແລະ ​ໃນ​ປີ 2019 ຜ່ານ​ມາ ມີ​ເຫດການ​ແຜ່ນດິນ​ໄຫວ​ຢູ່​ແຂວງ​ໄຊ​ຍະ​ບູລີ ​ຫລື ຖ້າ​ຈະ​ຄິດ​ໄລ່​ຕາມ​ຍຸກ​ປະຫວັດສາດ​ຜ່ານ​ມາ​ຫລາຍ​ຮ້ອຍ​ປີກໍ​ເຄີຍ​ຖືກ​ເສິກ​ສົງຄາມ​ເຜົາ​ຜານ​ເສຍ​ຄົນ, ​ເສຍ​ບ້ານ, ​ເສຍ​ເມືອງ, ​ເສ​ຍຜືນ​ແຜ່ນດິນ, ທຸກ​ຍາກ​ຂາດ​ເຂີນ ຍ້ອນ​ປະ​ເທດ​ຊາດ​ເກີດ​ເສິກ​ສົງຄາມ​ປະ​ຫັດ​ປະຫານ​ດ້ວຍ​ກັນ.

      ​ແນວ​ໃດ​ກໍ​ຕາມ, ​ເພື່ອ​ຫລີກ​ລ່ຽງມະ​ຫັນ​ຕະ​ໄພ​ທີ່​ຈະ​ມາ​ທຳລາຍ​ຊີວິດ ​ແລະ ຊັບ​ສິນ​ນັ້ນ ພວກ​ເຮົາ​ຕ້ອງ​ມີ​ສະຕິ​ຄວາມ​ພ້ອມ ຖ້າ​ພວກ​ເຮົາ​ມີ​ສະຕິ​ຄວາມ​ພ້ອມ​ຫລາຍ​ເທົ່າ​ໃດ​ກໍ​ຈະ​​ເກີດ​ໃຫ້​ມີ​ປັນຍາ, ການພົ້ນທຸກ​ແມ່ນ​ເກີດ​ມາ​ຈາກ​ປັນຍາ, ຄວາມ​ເປັນ​ເຈົ້າການ​ໃຫ້​ຕົນ​ເອງ ​ແລະ ສັງຄົມ. ພ້ອມ​ກັນ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ໃຫ້​ດີ, ມີ​ສິນ​ທຳ, ບໍ່​ທຳລາຍ​ຊີວິດ​ອິນ​ຊີ​ຂອງ​ຄົນ​ອື່ນ ດ້ວຍ​ຄວາມ​ໂກດ​ຄວາມ​ໂລບ​ຄວາມ​ຫລົງ. ນັບ​ແຕ່​ປະ​ເທດ​ຊາດ​ບ້ານ​ເມືອງ​ຂອງ​ພວກ​ເຮົາ​ໄດ້​ຫລຸດ​ພົ້ນອອກ​ຈາກ​ເສິກ​ສົງຄາມ​ເຜົາ​ຜານ​ມາ​ນີ້, ຕະຫລອດ 40 ກວ່າ​ປີຜ່ານມາ ​ໃຕ້​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ​ໃນ​ຍຸກ​ໃໝ່ ປະ​ເທດ​ຊາດ​ບ້ານ​ເມືອງ​ພວມ​ຢູ່​ໃນ​ຄວາມ​ສະຫງົບ, ດ້ານ​ການ​ເມືອງ​ມີ​ສະຖຽນ​ລະ​ພາບ​ໝັ້ນຄົງ, ​ເສດຖະກິດ​ກໍ​ພວມ​ຂະຫຍາຍຕົວ​ຕໍ່​ເນື່ອງ, ດ້ານ​ສັງຄົມ​-ວັດທະນະທຳ​ພວມ​ໄດ້​ຮັບ​ການ​ອະນຸລັກ​ສົ່ງ​ເສີມ. ສິ່ງ​ເຫລົ່າ​ນີ້​ຈະ​ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ມີ​ຄວາມສຸກ​ສຳລານ, ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ກໍ​ພວມ​ດຳ​ເນີນ​ໄປ​ຢ່າງ​ເປັນຈັງ​ຫວະ. ນີ້​ຄື​ສິ່ງ​ຄົນ​ລາວ​ເຮົາ​ພູມ​ໃຈ​ໃນ​ເຊື້ອຊາດ ​ແລະ ຄວາມ​ຫວັງ​ຂອງ​ຕົນ​ເອງ. ​ໄປ​ພ້ອມ​ກັນນັ້ນ ພວກ​ເຮົາ​ບໍ່​ຄວນ​ປະໝາດ​ຕໍ່​ມະ​ຫັນ​ຕະ​ໄພ​ທີ່​ຈະ​ມາ​ທຳລາຍ​ຄວາມ​ສະຫງົບ​ສຸກ​ຂອງ​ບ້ານ​ເມືອງ ​ເພາະ​ຄວາມ​ປະໝາດ​ນັ້ນລະ​ຈະ​ພາ​ໃຫ້​ເຮົາ​ຕາຍ​ໃນ​ເວລາ​ໜຶ່ງ​ຍາມ​ດຽວ ດັ່ງ​ມີ​ພະຍາດ​ຊະນິດ​ໃໝ່​ທີ່​ເກີດ​ຂຶ້ນຢູ່​ຈີນ​ພວມ​ແຈ້ງ​ເຕືອນ​ຄວາມ​ໂຫດ ​ແລະ ​ໄພ​ອັນຕະລາຍ​ຕໍ່​ມວນ​ມະນຸດ​ໃນ​ຍຸກ​ໂລກາ​ພິວັດ​ນີ້​ເອງ.

      ​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ: ​ໄພພິບັດ ​ແລະ ມະ​ຫັນ​ຕະ​ໄພ​ຕ່າງໆ​ມັນ​ເກີດ​ມາ​ຈາກ​ໃສ ? ​ເກີດ​ມາ​ຈາກ​ຄົນ​ເຮົາ​ພາກັນ​ທຳລາຍ​ໂລກ, ທຳລາຍ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ. ​ແນ່ນອນ​ໃນ​ເມື່ອ​ມະນຸດ​ເຮົາ​ໃຊ້​ເຄມີ​ທາດ​ເບື່ອ​ເຂົ້າ​ໃນ​ການ​ຜະລິດ​ຫລາຍ​ເທົ່າ​ໃດ ກໍ​ຈະ​ເຮັດ​ໃຫ້​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ມີ​ການ​ປ່ຽນ​ແປງ. ຈາກ​ສິ່ງ​ເຫລົ່າ​ນີ້​ມັນ​ເປັນ​ບໍ່​ເກີດ​ຂອງ​ພະຍາດ​ນາໆ​ຊະນິດ​ທີ່​ຈະ​ມາ​ເຜົາ​ຜານ​ຊີວິດ​ຂອງ​ມະນຸດ​ໃນ​ໂລກ. ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ຈະ​ເລີ​ນທາງ​ດ້ານ​ວັດຖຸ​ໄດ້​ພາກັນ​ແຂ່ງຂັນ​ຜະລິດ​ອາວຸດ​ນິວ​ເຄຼຍປະ​ຫັດ​ປະຫານ​ກັນ​ຕາຍ ຍ້ອນ​ການ​ແກ້ງ​ແຍ່ງ​ຜົນ​ປະ​ໂຫຍ​ດ​ແຕ່​ຜົນ​ທີ່​ໄດ້​ຮັບ​ແມ່ນ​ປະຊາກອນ​ໃນ​ທົ່ວ​ໂລກ​ຕ້ອງ​ຕົກ​ເປັນ​ເຫຍື່ອ​ຍ້ອນ​ການ​ປ່ອຍ​ສານ​ເຄມີ​ໄປ​ແຕ່​ລະ​ວັນ. ​ເພາະສະນັ້ນຈຶ່ງ​ພາ​ໃຫ້​ໂລກ​ເກີດ​ຄວາມ​ຮ້ອນຮົນ​ອົນລະ​ເວ​ງ,​ ​ເກີດ​ພະຍາດ​ບາດ​ເຍົາ, ​ເກີດມະ​ຫັນ​ຕະ​ໄພ​ຕ່າງໆ ມາ​ທຳລາຍ​ຊີວິດ​ອິນ​ຊີ​ຄົນ​ເຮົາ​ບໍ່​ເລີກ​ບໍ່​ແລ້ວ. ຕໍ່​ໄປ​ຍັງ​ບໍ່​ຮູ້​ວ່າ​ຈະ​ຍັງ​ມີ​ພະຍາດ​ຊະນິດ​ໃດ​ອີກ​ທີ່​ຈະ​ກາຍ​ເປັນ​ມັດຈຸລາດ​ມາ​ສັງ​ເວີຍ​ເອົາ​ຊີວິດ​ຂອງ​ຄົນ, ສັດ​ເດຍລະສານ ນັບ​ທັງ​ສິ່ງ​ແວດ​ລ້ອມ​ທີ່​ມະນຸດ​ອາ​ໄສ​ຢູ່​ບົນ​ໂລກ​ນີ້. ຂໍ​ໃຫ້​ພ້ອມ​ກັນ​ສາທຸ​ອາ​ເມດ​ຕະພຸດ​ກໍ​ແລ້ວ​ກັນ.

ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - 3 - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ
ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - 5 - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ
ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ - 4 - ມະ​ຫັນ​ຕະ​ໄພ​ໃນ​ຍຸກ​ໂລກາ​ພິວັດ