ການຖີ້ມຂີ້ເຫຍື້ອຊະຊາຍຍັງປະກົດມີໃຫ້ເຫັນໃນຕົວເມືອງ


ໃນກອງປະຊຸມວຽກງານຄຸ້ມຄອງຂີ້ເຫຍື້ອໃນຕົວເມືອງ ຢູ່ ນະຄອນຫລວງວຽງຈັນ ເມື່ອທ້າຍອາທິດຜ່ານມານີ້, ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ ໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ, ການຖີ້ມຂີ້ເຫຍື້ອຊະຊາຍຍັງມີແຜ່ຫລາຍ, ໂດຍສະເພາະແມ່ນເຂດຊານເມືອງ ແລະ ເສັ້ນທາງປ່ຽວ ຕ່າງໆມັກຈະພົບເຫັນກຸ່ມຄົນບໍ່ດີ ນຳເອົາຂີ້ເຫຍື້ອມາຖີ້ມໃສ່, ຊຶ່ງໄດ້ສົ່ງກິ່ນເຫມັນ ແລະ ສ້າງມົນລະຜິດບໍ່ດີຕໍ່ສິ່ງແວດລ້ອມ, ຜ່ານມາຫ້ອງການ ອພບ ກໍໄດ້ມີມາດຕະການຕໍ່ຜູ້ຝ່າຟືນ, ປັບໃໝ 100 ເທົ່າຂອງມູນຄ່າຂີ້ເຫຍື້ອ, ແຕ່ກໍຍັງພົບມີປະກົດການເຊັ່ນນີ້ເກີດຂຶ້ນຢູ່, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ສັງຄົມຊ່ວຍກັນຫາກພົບເຫັນຄົນຖີ້ມຂີ້ເຫຍື້ອຊະຊາຍກໍໃຫ້ແຈ້ງມາຍັງຫ້ອງການ ອພບ ຫຼືອໍານາດການປົກຄອງບ້ານ ເພື່ອຊ່ວຍແກ້ໄຂ ເພື່ອຄວາມສະອາດຈົບງາມໃນຕົວເມືອງ.
ປັດຈຸບັນຫ້ອງການ ອພບ ໄດ້ມີການຈັດສັນ ແລະ ບໍລິການເກັບມ້ຽນຂີ້ເຫຍື້ອມີກ່ວາ 80 ບ້ານທີ່ໄດ້ເຂົ້າຮ່ວມເຊັນສັນຍາ, ນອກນັ້ນ ກໍໄດ້ມີການຝຶກອົບຮົມໃຫ້ບ້ານມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ແລະ ໃນປີນີ້ ຈະຂະຫຍາຍເພີ່ມເປັນ 300 ບ້ານໃຫ້ເຂົ້າຮ່ວມຝຶກອົບຮົມ, ໃນການເກັບມ້ຽນຂີ້ເຫຍື້ອຢ່າງຖືກວິທີ, ເປັນຕົ້ນແມ່ນ ການແຍກຂີ້ເຫຍື້ອ ເພື່ອຈະໄດ້ນຳມາໝູນໃຊ້ຄືນໃໝ່ໄດ້, ຂະນະທີ່ ເມື່ອບໍ່ດົນມານີ້, ທ່ານ ເຈົ້າຄອງນະ ຄອນຫລວງວຽງຈັນ ກໍໄດ້ມີຄຳສັ່ງຫ້າມຈູດຂີ້ເຫຍື້ອໃນຕົວເມືອງ ແຕ່ກໍຍັງພົບມີການລະເມີດເປັນຈຳນວນຫລາຍ ເນື່ອງຈາກສັງຄົມຍັງຂາດຈິດສຳນຶກ, ຄວາມຮັບຜິດຊອບໃນການຮັກສາຄວາມສະອາດ, ເກັບມ້ຽນຂີ້ເຫຍື້ອ ຈຶ່ງພາໃຫ້ມີບັນຫາຖີ້ມຂີ້ເຫຍື້ອແບບຊະຊາຍດັ່ງກ່າວ. ປັດຈຸບັນ ນະຄອນຫລວງວຽງຈັນ ມີິປະລິມານຂີ້ເຫຍື້ອຫລາຍກ່ວາ 600 ໂຕນຕໍ່ມື້, ຈຶ່ງເປັນບັນຫາສົ່ງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ໂດຍສະເພາະຄວາມບໍ່ສະອາດຈົບງາມ ແລະ ເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະຄອນ ຫລວງວຽງຈັນ, ເປັນຕົ້ນ ສ.ສະ ອາດ ໃຫ້ບັນລຸຜົນເປັນຈິງ.