ສ. ອາເມລິກາ ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ ສປປ ລາວ ເພື່ອຮອງຮັບການລະບາດຂອງໄວຣັສໂຄໂຣນາ


ໃນວັນທີ 7 ກຸມພາຜ່ານມານີ້, ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະ ກອນປ້ອງກັນຕົນເອງ ໃຫ້ແກ່ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຊຶ່ງພິທີມອບຮັບໄດ້ຈັດຂຶ້ນທີ່ກະຊວງດັ່ງກ່າວໃນນະຄອນຫລວງວຽງຈັນ, ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາທີ່ອາດຈະເກີດຂຶ້ນ.
ອຸປະກອນເຫລົ່ານີ້, ລວມມີແວ່ນຕາປ້ອງກັນພະຍາດຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບ ໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຖົງມື ແລະ ເຄື່ອງອະນາໄມສໍາລັບລ້າງມືອື່ນໆອີກ ເພື່ອແຈກຢາຍໃຫ້ແຂວງຕ່າງໆໃນຂອບເຂດທົ່ວປະເທດ ທີ່ກຳລັງມີຄວາມຕ້ອງການສູງ ເພື່ອຊ່ວຍປ້ອງກັນຕົນເອງຂອງພະນັກງານເເພດໝໍໃນການປິ່ນປົວຜູ້ທີ່ອາດຈະຕິດເຊື້ອພະຍາດດັ່ງກ່າວ.
ນອກຈາກນີ້ ສ. ອາເມລິກາ ຍັງເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ປະຊາຊົນລາວໃນຫຼາຍໂຄງການເພື່ອປັບປຸງວຽກງານສາທາລະນະສຸກໃນທົ່ວປະເທດບໍ່ວ່າຈະເປັນວຽກງານໂພສະນາການໂດຍຜ່ານໂຄງການອາຫານທ່ຽງ, ໂຄງການສົ່ງເສີມແມ່ ແລະ ເດັກ ແລະ ໂຄງການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່ອື່ນໆອີກ.