ເປີດງານຕະຫຼາດນັດແຮງງານ ສໍາລັບ 8 ແຂວງພາກເໜືອ


ງານຕະຫຼາດນັດແຮງງານ, ການແຂ່ງຂັນສີມືແຮງງານ ແລະ ງານວາງສະແດງຜະລິດພັນແຮງງານ ຈາກ 8 ແຂວງພາກເໜືອ, ໄດ້ຈັດຂຶ້ນໃນວັນທີ 13-15 ກຸມພານີ້, ຢູ່ທີ່ນະຄອນຫຼວງພະບາງງານ, ໂດຍການເຂົ້າຮ່ວມເປີດງານຂອງທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ການຈັດງານດັ່ງກ່າວ ເພື່ອແນໃສ່ພັດທະນາສີມືແຮງງານ, ພ້ອມທັງເປັນການເປີດໂອກາດ ແລະ ເອື້ອອຳນວຍຄວາມສະດວກໃຫ້ຜູ້ທີ່ກຳລັງຊອກວຽກເຮັດງານທຳ ແລະ ຜູ້ຕ້ອງການແຮງງານ ໄດ້ມີເວທີພົບປະກັນ ເພື່ອກ້າວໄປສູ່ການເຂົ້າເຖິງການມີວຽກເຮັດງານທຳໃນຕຳແໜ່ງງານຕ່າງໆ ແລະ ການໄດ້ມາເຊິ່ງກຳລັງແຮງງານທີ່ມີຄຸນນະພາບ ຖືກຕາມຍຸດທະສາດຂອງການເຮັດວຽກທີມີຄຸນຄ່າ ແລະ ເປັນທຳ, ສ້າງເງື່ອນໄຂໃຫ້ຜູ້ອອກແຮງງານໄດ້ຮັບການພັດທະນາສີມືແຮງງານດີຂຶ້ນ, ແລະ ເປັນການແລກປ່ຽນນບົດຮຽນ, ປະສົບການ ແລະ ການນຳໃຊ້ຫົວຄິດປະດິດສ້າງໃນການສ້າງຜະລິດພັນຂອງແຕ່ລະທ້ອງຖິ່ນ ແລະ ຈະເປັນໂອກາດອັນດີ ໃຫ້ແກ່ພາກສ່ວນຕ່າງ ເຂົ້າເຖິງຂໍ້ມູນ-ຂ່າວສານຕະຫຼາດແຮງງານໃນ 8 ແຂວງພາກເໜືອ ແລະ ຂົງເຂດໃກ້ຄຽງ ນຳມາເຊິ່ງການກະຕຸກຊຸກຍູ້ ການສ້າງວຽກເຮັດງານທຳ, ການແລກປ່ຽນບົດຮຽນ ແລະ ປະສົບການດີໆ ຂອງການເປັນຜູ້ປະກອບການໃນຂະແໜງຫັດຖະກຳ, ອຸດສາຫະກຳຂະໜອດນ້ອຍ ແລະ ກາງ, ການຮັບສະໝັກ ແລະ ບັນຈຸແຮງງານເຂົ້າໃນຕຳແໜ່ງງານ ທີ່ເໝາະສົມ ເພື່ອ ຊ່ວຍດັດສົມຄວາມຕ້ອງການແຮງງານ ແລະ ການສະໜອງກຳລັງແຮງງານ, ຊ່ວຍສ້າງຄວາມສົມດູນຂອງກໍາລັງແຮງງານໃນຂະແໜງເສດຖະກິດ ຕິດພັນກັບ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຄວບຄຸມອັດຕາການຫວ່າງງານ ໃຫ້ ຫຼຸດຈາກ 9,4% ແລະ ຊຸກຍູ້ສົ່ງເສີມການສ້າງພື້ນຖານໃຫ້ແກ່ອາຊຽນເປັນຕະຫຼາດໜຶ່ງດຽວກັນ.