ນາຍົກລົດຖະມົນຕີ ຮຽກຮ້ອງໃຫ້ ອົງການກວດກາພັກ-ລັດ ເພີ່ມທະວີຄວາມຮັບຜິດຊອບຕິດຕາມກວດກາ ຕ້ານການສໍ້ລາດບັງຫລວງໃຫ້ແຂງແຮງກວ່າເກົ່າ


ໃນວັນທີ 18 ກຸມພານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ກຽດພົບປະໂອ້ລົມພະນັກງານຫລັກແຫລ່ງອົງການກວດກາພັກ-ລັດ ຢູ່ທີ່ນະຄອນຫລວງວຽງຈັນ ໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງອົງການດັ່ງກ່າວ ຄົບຮອບ 38 ປີ ໄດ້ຮຽກຮ້ອງໃຫ້ຄະນະກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ບັນດາພະນັກງານກວດກາ ຕ້ອງເພີ່ມທະວີຄວາມຮັບຜິດຊອບ, ບຸກບືນສູ້ຊົນ, ປະຕິບັດວຽກງານດັ່ງກ່າວໃຫ້ແຂງແຮງກວ່າເກົ່າໃນການເຮັດພາລະບົດບາດເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການຕິດຕາມກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ.


ທ່ານນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງ ນັບແຕ່ສູນກາງລົງຮອດທ້ອງຖິ່ນເອົາໃຈໃສ່ບາງບັນຫາສຳຄັນຄື: ຄົ້ນຄວ້າກໍາແໜ້ນມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ນະໂຍບາຍ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນແຕ່ລະໄລຍະ ແລ້ວຜັນຂະຫຍາຍ, ຫັນເປັນນິຕິກຳ, ກົນໄກ, ລະບຽບການອັນລະອຽດກ່ຽວກັບວຽກກວດກາ ແລະ ຕິດຕາມກວດກາເລີ່ມແຕ່ຫົວທີຕໍ່ການຈັດຕັ້ງປະຕິບັດຂອງການຈັດຕັ້ງ ແລະ ພະນັກງານ, ກໍາໃຫ້ໄດ້ສະພາບຢູ່ແຕ່ລະການຈັດຕັ້ງ ເພື່ອຊ່ວຍໃຫ້ຄະນະພັກ, ການນໍາຢູ່ບ່ອນນັ້ນສາມາດສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ແຕ່ຫົວທີ, ບໍ່ໃຫ້ກາຍເປັນການລະເມີດທີ່ຕ້ອງລົງວິໄນໃສ່ໂທດ.
ພ້ອມກັນນີ້, ກໍຕ້ອງເອົາໃຈໃສ່ຄົ້ນຄວ້າກ່ຽວກັບນະໂຍບາຍໃຫ້ແກ່ຄະນະກວດກາ ແລະ ພະນັກງານເຮັດວຽກກວດການໍາສະເໜີຂັ້ນເທິງພິຈາລະນາ ແລະ ຮັບຮອງປະກາດໃຊ້ໃຫ້ໄວ ເພື່ອເຮັດໃຫ້ມີການເຄື່ອນໄຫວແຂງແຮງຕໍ່ເນື່ອງ ແລະ ມີປະສິດທິຜົນ. ຈັດຕັ້ງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງ ໃຊ້ຫລາຍຮູບການ, ຫລາຍວິທີການໃຫ້ທຸກການຈັດຕັ້ງພັກ-ລັດ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ພົນລະເມືອງຮັບຮູ້ເຂົ້າໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດອາດຍາສິດ, ແນວຄິດເອກະຊົນ, ການສໍ້ລາດບັງຫລວງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ເພື່ອສ້າງສະຕິເປັນເຈົ້າເຂົ້າຮ່ວມເຮັດວຽກງານກວດກາ, ສ່ອງແສງສະພາບປາກົດການຫຍໍ້ທໍ້ໃຫ້ແກ່ອົງການກວດກາຮູ້ໄວ ເພື່ອຕິດຕາມກໍາໄດ້ ແລະ ສະເໜີຕໍ່ພາກ ສ່ວນກ່ຽວຂ້ອງທີ່ມີສິດແກ້ໄຂ ແລະ ຕ້ອງໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄະນະກວດກາແຕ່ລະຂັ້ນໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບຄວາມຮັບຜິດຊອບການເມືອງ, ເພີ່ມທະວີການກໍ່ສ້າງ-ບໍາລຸງພະນັກງານກວດກາດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຄວາມຮູ້ດ້ານວິຊາການ ແລະ ຄວາມສາມາດໃນການກວດກາຕົວຈິງ; ການກວດກາຕ້ອງຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ທ່ຽງທໍາ, ພາວະວິໄສ, ມີໄຫວພິບ, ຄ່ອງແຄ້ວ, ນິ້ມນວນ, ທັນເວລາ ແລະ ມີຄວາມສັກສິດ.