ຫັນເອົາການປະຢັດເປັນວາລະແຫ່ງຊາດ
ໂດຍ: ກ້ອງສ່ອງ ອິດສະຫລະ
ຫວ່າງຫລັງໆມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄໍາສັ່ງໃຫ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານປະຢັດຢູ່ໃນແຕ່ລະຂັ້ນຂຶ້ນ ເພື່ອເປັນເຈົ້າການໃນການກວດກາຕິດຕາມການນໍາໃຊ້ເງິນຄໍາ ແລະ ວັດຖຸຊັບສິນ ຕະຫລອດເຖິງບັນດາໂຄງການ, ກິດຈະການຕ່າງໆທີ່ກ່ຽວພັນເຖິງການປະຢັດ. ການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວກໍນັບແຕ່ຂັ້ນສູນກາງລົງໄປຮອດ ທ້ອງຖິ່ນເຂດແຂວງຕ່າງໆໃນທົ່ວປະເທດ. ຕາມຜູ້ຂຽນຄິດ ເປັນຫຍັງເພິ່ນຈຶ່ງມີຄໍາສັ່ງ ແລະ ເອົາຈິງເອົາຈັງກ່ຽວກັບເລື່ອງນີ້ ? ຍ້ອນວ່າວຽກງານປະຢັດມັນກວມລວມ ແລະ ເຊື່ອມໂຍງໄປເຖິງຫລາຍຄົນ, ກຸ່ມຄົນ ແລະ ຫລາຍຂົງເຂດວຽກງານ ເປັນຕົ້ນການສໍ້ລາດບັງຫລວງ, ວິໄນການເງິນ, ການນໍາໃຊ້ວັດຖຸພາຫະນະ ຕະຫຼອດເຖິງການບໍລິຫານຈັດການ, ແຜນງານ, ແຜນເງິນ ແລະ ແຜນຄົນ. ເວົ້າອີກຢ່າງໜຶ່ງ ການປະຢັດຄືຄວາມເປັນມາດຕະຖານທີ່ຄົນເຮົາໄດ້ຜະລິດ ແລະ ນໍາໃຊ້ ຕະຫລອດເຖິງການພົວພັນລະ ຫວ່າງຄົນກັບຄົນ, ຄົນກັບວັດຖຸ, ປະລິມານ ແລະ ຄຸນນະພາບ ເຊິ່ງມັນແມ່ນຄູ່ມາດຕະເກນທີ່ພວກເຮົາຈະຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈໃນການບໍລິຫານຈັດການ. ເວົ້າແຈ້ງແລ້ວທຸກສິ່ງຢ່າງໃຫ້ກ້າວໄປສູ່ຄວາມເປັນມາດຕະຖານ. ນີ້ຄືເປົ້າໝາຍການປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ.
ຕາມເຮົາວ່າ, ການປະຢັດ ຄົນເຮົາສ່ວນໜຶ່ງເຂົ້າໃຈວ່າມີແຕ່ເວົ້າເຖິງການກິນການຢູ່ ແລະ ຍັງບໍ່ທັນເຂົ້າໃຈເຖິງທາດແທ້ຢ່າງເລິກເຊິ່ງຂອງຄໍາວ່າປະຢັດ. ການປະຢັດຍ່ອມສະແດງອອກຄື: ເຮັດວຽກຕົງໂມງຕົງເວລາ, ໃຊ້ຄົນທີ່ເກັ່ງ ແລະ ມີຄວາມຮູ້, ນໍາໃຊ້ວັດຖຸທີ່ມາດຕະຖານ, ກິນໃຫ້ອີ່ມນຸ່ງໃຫ້ອຸ່ນ, ກິນໃຫ້ແຊບນຸ່ງໃຫ້ງາມ, ເຮັດວຽກຢ່າງມີຫລັກການ, ບໍ່ໂກງເວລາ, ບໍ່ສໍ້ລາດບັງຫລວງ, ບໍ່ໃຊ້ຈ່າຍຫລິ້ນກິນຟຸມເຟືອຍ, ບໍ່ສວຍໂອກາດກິນນ້ອຍກິນໃຫຍ່, ບໍ່ສໍ້ໂກງເອົາຊັບສິນຂອງລັດໄປໃຫ້ຕົນເອງ ແລະ ພວກພ້ອງ. ທັງໝົດທີ່ຍົກມານີ້ມັນກໍນອນຢູ່ໃນຫລັກການປະຢັດ.
ໃນຫລາຍປີຜ່ານມາ, ຖັນແຖວສະມາຊິກພັກ-ພະນັກງານຂອງພວກເຮົາພາກັນຄິດ ແລະທັງປະຕິບັດທີ່ໄຂ່ວເຂກັບຫລັກການປະຢັດ. ຕົວຢ່າງເຮັດວຽກບໍ່ເຕັມເວລາຕາມກົດໝາຍກໍານົດ, ການນໍາໃຊ້ຄົນ, ຮັບຄົນເຂົ້າເຮັດວຽກບໍ່ມີຄຸນນະພາບ ຍ້ອນເຫັນຄົນເພິ່ນຄົນໂຕ, ຄົນເຈົ້າຄົນຂ້ອຍ, ມີການສໍ້ລາດບັງຫລວງຢ່າງແຜ່ລາມ, ນໍາໃຊ້ງົບປະມານຂອງລັດບໍ່ມີປະສິດທິພາບເທົ່າທີ່ຄວນ, ໂຄງການນອກແຜນເກີດຂຶ້ນຫລວງຫລາຍ, ມີສະພາບປາກໃຫຍ່ກວ່າທ້ອງ, ແກ່ຍາວເວລາ, ເຮັດວຽກອັນໃດກໍອາໄສກິນນໍາອັນນັ້ນ ໂດຍສະເພາະແມ່ນຜູ້ມີອໍານາດ, ຜູ້ເປັນນາຍບໍ່ທັນເປັນແບບຢ່າງທີ່ດີ ແລະ ເດັດຂາດເຄັ່ງຂັດ. ບັນດາປາກົດການນີ້ເກີດຂຶ້ນ ນັບແຕ່ຢູ່ຂັ້ນສູນກາງຮອດທ້ອງຖິ່ນ.
ຈາກສາເຫດທັງໝົດທີ່ກ່າວມານີ້, ມັນກໍຈໍາເປັນທີ່ທ່ານນາຍົກລັດຖະມົນຕີມີຄໍາສັ່ງໃຫ້ພາກັນຈັດຕັ້ງຄະນະຮັບຜິດຊອບວຽກງານປະຢັດ ແລະ ເອົາຈິງເອົາຈັງກ່ຽວກັບເລື່ອງນີ້. ໃນຫລາຍປີຜ່ານມາ ເຮົາເສຍຜົນປະໂຫຍດຍ້ອນຄວາມບໍ່ປະຢັດຢ່າງມະຫາສານ ແລະ ມາກມາຍກ່າຍກອງຈົນເຮັດໃຫ້ພາກລັດຕ້ອງປະສົບບັນຫາຫຍຸ້ງຍາກດ້ານງົບປະມານຢ່າງຫລວງຫລາຍ.
ສະນັ້ນ, ຈຶ່ງຂໍໃຫ້ທຸກຄົນຖືເອົາການປະຢັດເປັນພາລະກິດໜຶ່ງ ແລະ ມາດຕະຖານໜຶ່ງ ບໍ່ວ່າບຸກຄົນກໍຄືຢູ່ໃນກົມກອງ. ກົງກັນ ຂ້າມຖ້າມີແຕ່ເວົ້າແຕ່ຜົນໄດ້ຮັບຂ້ອນຂ້າງ “ເປິະ” ນັ້ນຄໍາສັ່ງຂອງທ່ານນາຍົກລັດຖະມົນຕີກໍຈະກາຍເປັນຄໍາເວົ້າໃນເຈ້ຍສໍ ແລະ ເປັນອໍາມະພາດຂາດປະສິດທິຜົນຄືດັ່ງຫລາຍປີຜ່ານມາ.